ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 21:33-41
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ໃຫ້​ຟັງ​ຕົວຢ່າງ​ປຽບທຽບ​ອີກ​ເລື່ອງ​ໜຶ່ງ​ໃຫ້​ດີ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເປັນ​ເຈົ້າ​ຂອງ​ດິນ ລາວ​ປູກໝາກ​ລະແຊັງ+​ແລະ​ເຮັດ​ຮົ້ວ​ອ້ອມ​ສວນ. ລາວ​ຂຸດ​ອ່າງ​ຢຽບ​ໝາກ​ລະແຊັງ​ໃນ​ສວນ​ນັ້ນ ແລະ​ຍັງ​ສ້າງ​ຫໍ​ຄອຍ​ໄວ້​ນຳ​ອີກ.+ ເມື່ອ​ສ້າງ​ແລ້ວ​ໆ​ ລາວ​ກໍ​ໃຫ້​ຄົນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ ຈາກນັ້ນ​ລາວ​ກໍ​ໄປ​ຕ່າງ​ປະເທດ.+ 34 ເມື່ອ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ ເຈົ້າ​ຂອງ​ສວນ​ໄດ້​ສົ່ງ​ພວກ​ທາດ​ໄປ​ເອົາ​ສ່ວນ​ແບ່ງ​ໝາກ​ລະແຊັງ​ຈາກ​ຄົນ​ເຊົ່າ​ສວນ. 35 ແຕ່​ຄົນ​ເຊົ່າ​ສວນ​ຈັບ​ທາດ​ຂອງ​ລາວ​ໄວ້. ທາດ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ຕີ ທາດ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ຂ້າ​ຕາຍ ແລະ​ທາດ​ອີກ​ຜູ້​ໜຶ່ງ​ຖືກ​ເຂົາເຈົ້າ​ດຶກ​ກ້ອນ​ຫີນ​ໃສ່.+ 36 ເຈົ້າ​ຂອງ​ສວນ​ຈຶ່ງ​ສົ່ງ​ທາດ​ອີກ​ກຸ່ມ​ໜຶ່ງ​ໄປ​ເຊິ່ງ​ມີ​ຄົນ​ຫຼາຍ​ກວ່າ​ເທື່ອ​ທຳອິດ ແຕ່​ເຂົາເຈົ້າ​ກໍ​ເຮັດ​ກັບ​ທາດ​ກຸ່ມ​ນີ້​ແບບ​ດຽວ​ກັນ.+ 37 ສຸດທ້າຍ ເຈົ້າ​ຂອງ​ສວນ​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ໂຕ​ເອງ​ໄປ​ຍ້ອນ​ຄິດ​ວ່າ ‘ພວກ​ນັ້ນ​ຄື​ຊິ​ນັບຖື​ລູກ​ຂອງ​ຂ້ອຍ.’ 38 ເມື່ອ​ຄົນ​ເຊົ່າ​ສວນ​ເຫັນ​ລູກ​ຊາຍ​ເຈົ້າ​ຂອງ​ສວນ​ກໍ​ພາກັນ​ເວົ້າ​ວ່າ ‘ນິ​ເດະ ຜູ້​ທີ່​ຈະ​ໄດ້​ຮັບ​ມໍລະດົກ!+ ຂ້າ​ມັນ​ໂລດ ແລ້ວ​ສວນ​ນີ້​ຈະ​ເປັນ​ຂອງ​ພວກ​ເຮົາ.’ 39 ພວກ​ນັ້ນ​ຈຶ່ງ​ຈັບ​ລູກ​ຊາຍ​ເຈົ້າ​ຂອງ​ສວນ​ໂຍນ​ອອກ​ໄປ​ນອກ​ສວນ​ໝາກ​ລະແຊັງ ແລ້ວ​ຂ້າ​ລາວ.+ 40 ພວກ​ເຈົ້າ​ຄິດ​ວ່າ​ເມື່ອ​ເຈົ້າ​ຂອງ​ສວນ​ມາ ລາວ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ເຊົ່າ​ສວນ?” 41 ພວກ​ຫົວໜ້າ​ປະໂລຫິດ​ແລະ​ພວກ​ຜູ້​ນຳ​ຄົນ​ຢິວ​ຕອບ​ວ່າ: “ເຈົ້າ​ຂອງ​ສວນ​ຈະ​ກຳຈັດ​ພວກ​ຄົນ​ຊົ່ວ​ບໍ່​ໃຫ້​ເຫຼືອ​ເລີຍ ແລ້ວ​ລາວ​ຈະ​ໃຫ້​ຄົນ​ອື່ນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ​ແທນ ແລະ​ເມື່ອ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ ຜູ້​ນັ້ນ​ກໍ​ຈະ​ເອົາ​ສ່ວນ​ແບ່ງ​ໝາກ​ລະແຊັງ​ໃຫ້​ລາວ.”

  • ລູກາ 20:9-16
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ແລ້ວ​ພະ​ເຢຊູ​ກໍ​ຍົກ​ຕົວຢ່າງ​ປຽບທຽບ​ໃຫ້​ຄົນ​ທີ່​ຢູ່​ຫັ້ນ​ຟັງ​ວ່າ: “ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ປູກ​ໝາກ​ລະແຊັງ+ ແລ້ວ​ໃຫ້​ຄົນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ. ຈາກນັ້ນ ລາວ​ກໍ​ໄປ​ຕ່າງ​ປະເທດ​ເປັນ​ເວລາ​ດົນ​ໆ​.+ 10 ເມື່ອ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ ເຈົ້າ​ຂອງ​ສວນ​ໄດ້​ສົ່ງ​ທາດ​ຄົນ​ໜຶ່ງ​ໄປ​ເອົາ​ສ່ວນ​ແບ່ງ​ໝາກ​ລະແຊັງ​ຈາກ​ຄົນ​ເຊົ່າ​ສວນ. ແຕ່​ຄົນ​ເຊົ່າ​ສວນ​ພັດ​ຕີ​ທາດ​ຄົນ​ນັ້ນ ແລ້ວ​ໄລ່​ລາວ​ກັບ​ເມືອ​ມື​ເປົ່າ.+ 11 ເຈົ້າ​ຂອງ​ສວນ​ຈຶ່ງ​ສົ່ງ​ທາດ​ອີກ​ຄົນ​ໜຶ່ງ​ໄປ ພວກ​ນັ້ນ​ກໍ​ຕີ​ລາວ ດູຖູກ​ລາວ ແລ້ວ​ໄລ່​ລາວ​ກັບ​ເມືອ​ມື​ເປົ່າ​ຄື​ກັນ. 12 ແຕ່​ເຈົ້າ​ຂອງ​ສວນ​ຍັງ​ສົ່ງ​ທາດ​ຄົນ​ທີ 3 ໄປ​ອີກ ພວກ​ນັ້ນ​ກໍ​ທຳຮ້າຍ​ລາວ ແລ້ວ​ໄລ່​ລາວ​ກັບ​ເມືອ​ຄື​ກັນ. 13 ຮອດ​ຕອນນີ້ ເຈົ້າ​ຂອງ​ສວນ​ເວົ້າ​ກັບ​ໂຕເອງ​ວ່າ ‘ຂ້ອຍ​ຈະ​ເຮັດ​ແນວ​ໃດ​ດີ? ຂ້ອຍ​ຈະ​ສົ່ງ​ລູກ​ຊາຍ​ທີ່​ຂ້ອຍ​ຮັກ​ໄປ+ ພວກ​ນັ້ນ​ຄື​ຊິ​ນັບຖື​ລາວ.’ 14 ເມື່ອ​ຄົນ​ເຊົ່າ​ສວນ​ເຫັນ​ລູກ​ຊາຍ​ເຈົ້າ​ຂອງ​ສວນ ເຂົາເຈົ້າ​ກໍ​ປຶກສາ​ກັນ​ວ່າ ‘ນິ​ເດະ ຜູ້​ທີ່​ຈະ​ໄດ້​ຮັບ​ມໍລະດົກ. ຂ້າ​ມັນ​ໂລດ ສວນ​ນີ້​ຈະ​ໄດ້​ເປັນ​ຂອງ​ພວກ​ເຮົາ.’ 15 ພວກ​ນັ້ນ​ຈຶ່ງ​ຈັບ​ລູກ​ຊາຍ​ເຈົ້າ​ຂອງ​ສວນ​ໂຍນ​ອອກ​ໄປ​ນອກ​ສວນ​ໝາກ​ລະແຊັງ ແລ້ວ​ຂ້າ​ລາວ.+ ພວກ​ເຈົ້າ​ຄິດ​ວ່າ​ເມື່ອ​ເຈົ້າ​ຂອງ​ສວນ​ມາ ລາວ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ນັ້ນ? 16 ລາວ​ກໍ​ຈະ​ຂ້າ​ພວກ​ຄົນ​ເຊົ່າ​ສວນ ແລ້ວ​ໃຫ້​ຄົນ​ອື່ນ​ມາ​ເຊົ່າ​ສວນ​ໝາກ​ລະແຊັງ​ແທນ.”

      ເມື່ອ​ຄົນ​ທີ່​ຟັງ​ຢູ່​ໄດ້​ຍິນ​ແບບ​ນັ້ນ​ກໍ​ເວົ້າ​ວ່າ: “ຂໍ​ຢ່າ​ໃຫ້​ເລື່ອງ​ແບບ​ນີ້​ເກີດຂຶ້ນ​ເລີຍ!”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌