9 ປະໂລຫິດເຢໂຮຢາດາໄດ້ເອົາກ່ອງມາອັນໜຶ່ງ.+ ລາວເຈາະຮູຢູ່ຝາກ່ອງ ແລ້ວເອົາໄປວາງໄວ້ຂ້າງແທ່ນບູຊາຢູ່ທາງເບື້ອງຂວາບ່ອນທີ່ຄົນເຂົ້າໄປໃນວິຫານຂອງພະເຢໂຫວາ. ພວກປະໂລຫິດທີ່ຍາມປະຕູຈະເອົາເງິນທັງໝົດທີ່ປະຊາຊົນເອົາມາໃຫ້ຢູ່ວິຫານຂອງພະເຢໂຫວາໃສ່ໃນກ່ອງນັ້ນ.+