ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຊຄາຣີຢາ 13:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຕື່ນ​ເດີ້ ເຈົ້າ​ຜູ້​ທີ່​ມີ​ດາບ​ເອີ້ຍ ໃຫ້​ເອົາ​ດາບ​ໄປ​ຂ້າ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ+

      ແລະ​ໄປ​ຂ້າ​ຄົນ​ທີ່​ເປັນ​ໝູ່​ຂອງ​ເຮົາ.

      ເຮົາ​ຈະ​ໂຈມຕີ​ຜູ້​ລ້ຽງ​ແກະ+​ແລະ​ເຮັດ​ໃຫ້​ແກະ*​ກະຈັດ​ກະຈາຍ​ໄປ+

      ແລະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສຳຄັນ.’

  • ມັດທາຍ 26:31-33
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຄືນ​ນີ້ ພວກ​ເຈົ້າ​ທຸກ​ຄົນ​ຈະ​ຖິ້ມ​ຂ້ອຍ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ເຮົາ​ຈະ​ຂ້າ​ຜູ້​ລ້ຽງ​ແກະ ແລະ​ແກະ​ໃນ​ຝູງ​ຈະ​ກະຈັດ​ກະຈາຍ​ກັນ​ໄປ.’+ 32 ແຕ່​ເມື່ອ​ຂ້ອຍ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຂ້ອຍ​ຈະ​ໄປ​ຖ້າ​ພວກ​ເຈົ້າ​ຢູ່​ແຂວງ​ຄາລີເລ.”+ 33 ເປໂຕ​ບອກ​ພະ​ເຢຊູ​ວ່າ: “ເຖິງ​ວ່າ​ທຸກ​ຄົນ​ຈະ​ຖິ້ມ​ທ່ານ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທ່ານ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ຖິ້ມ​ທ່ານ​ເລີຍ!”+

  • ມັດທາຍ 26:56
    ຄຳພີໄບເບິນສະບັບແປໂລກໃໝ່
    • 56 ແຕ່​ມັນ​ເປັນ​ແນວ​ນີ້​ກໍ​ເພື່ອ​ໃຫ້​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້​ເກີດ​ຂຶ້ນ​ແທ້.”+ ແລ້ວ​ລູກສິດ​ທຸກ​ຄົນ​ກໍ​ຖິ້ມ​ພະ​ເຢຊູ​ແລ້ວ​ໜີ​ໄປ.+

  • ມາຣະໂກ 14:50
    ຄຳພີໄບເບິນສະບັບແປໂລກໃໝ່
    • 50 ແລ້ວ​ລູກສິດ​ທຸກ​ຄົນ​ກໍ​ຖິ້ມ​ພະ​ເຢຊູ​ແລ້ວ​ໜີ​ໄປ.+

  • ໂຢຮັນ 16:32
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ຖ້າ​ເບິ່ງ​ເດີ້! ໃກ້​ຈະ​ຮອດ​ເວລາ​ແລ້ວ. ທີ່ຈິງ ຮອດ​ເວລາ​ແລ້ວ​ທີ່​ພວກ​ເຈົ້າ​ແຕ່​ລະ​ຄົນ​ຈະ​ກະຈັດ​ກະຈາຍ​ກັນ​ເມືອ​ເຮືອນ​ຂອງ​ໂຕເອງ ແລະ​ຖິ້ມ​ຂ້ອຍ​ໄວ້​ຜູ້​ດຽວ.+ ແຕ່​ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ ຍ້ອນ​ພະເຈົ້າ​ຜູ້​ເປັນ​ພໍ່​ຢູ່​ນຳ​ຂ້ອຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌