-
ມັດທາຍ 27:20-23ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ແຕ່ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາ+ແລະຂ້າພະເຢຊູ.+ 21 ປີລາດຖາມປະຊາຊົນອີກເທື່ອໜຶ່ງວ່າ: “ສອງຄົນນີ້ ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ?” ເຂົາເຈົ້າຕອບວ່າ: “ບາຣາບາ.” 22 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບເຢຊູທີ່ຄົນເອີ້ນວ່າພະຄລິດ?” ເຂົາເຈົ້າເວົ້າວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 23 ປີລາດເວົ້າວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+
-