-
ມັດທາຍ 27:33-37ຄຳພີໄບເບິນສະບັບແປໂລກໃໝ່
-
-
33 ເມື່ອມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າຫົວກະໂຫຼກ+ 34 ເຂົາເຈົ້າເອົາເຫຼົ້າແວງປະສົມກັບນ້ຳບີ*ໃຫ້ພະເຢຊູກິນ+ ແຕ່ເມື່ອຊີມແລ້ວເພິ່ນກໍບໍ່ຍອມກິນ. 35 ເມື່ອພວກທະຫານຄຶງພະເຢຊູໄວ້ເທິງເສົາແລ້ວ ເຂົາເຈົ້າກໍເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກ+ 36 ແລະນັ່ງເຝົ້າເພິ່ນຢູ່ຫັ້ນ. 37 ຢູ່ເທິງຫົວຂອງພະເຢຊູ ເຂົາເຈົ້າຍັງຕອກປ້າຍທີ່ຂຽນຂໍ້ກ່າວຫາເພິ່ນໄວ້ຢູ່ເສົາ. ປ້າຍນັ້ນຂຽນວ່າ: “ນີ້ແມ່ນເຢຊູກະສັດຂອງຄົນຢິວ.”+
-