-
ມັດທາຍ 27:39-42ຄຳພີໄບເບິນສະບັບແປໂລກໃໝ່
-
-
39 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວ+ແລະເວົ້າດູຖູກພະເຢຊູວ່າ:+ 40 “ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ ຊ່ວຍໂຕເອງໃຫ້ລອດກ່ອນແມະ! ຖ້າເຈົ້າເປັນລູກຂອງພະເຈົ້າ*ກະລົງມາຈາກເສົາທໍລະມານທະແມ້!”+ 41 ພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ:+ 42 “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ! ຖ້າລາວເປັນກະສັດຂອງອິດສະຣາເອນ+ກະລົງມາຈາກເສົາທໍລະມານດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ.
-