ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 1:23-25
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ໃນ​ຕອນ​ນັ້ນ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ສິງ​ກໍ​ຮ້ອງ​ຂຶ້ນ​ໃນ​ບ່ອນ​ປະຊຸມ​ວ່າ: 24 “ເຢຊູ​ຄົນ​ນາຊາເຣັດ ເຈົ້າ​ຊິ​ມາ​ວຸ່ນວາຍ​ກັບ​ຂ້ອຍ​ເຮັດ​ຫຍັງ?+ ຈະ​ມາ​ທຳລາຍ​ຂ້ອຍ​ຫວະ? ຂ້ອຍ​ຮູ້​ໄດ໋​ວ່າ​ເຈົ້າ​ແມ່ນ​ໃຜ. ເຈົ້າ​ເປັນ​ຜູ້​ບໍລິສຸດ​ຂອງ​ພະເຈົ້າ!”+ 25 ແຕ່​ພະ​ເຢຊູ​ສັ່ງ​ມັນ​ວ່າ: “ມິດ​ແມະ! ອອກ​ໄປ​ຈາກ​ລາວ​ດຽວ​ນີ້.”

  • ມາຣະໂກ 3:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພວກປີສາດ​ທຸກ​ໂຕ+​ທີ່​ເຫັນ​ພະ​ເຢຊູ​ຈະ​ໝູບ​ລົງ​ຕໍ່​ໜ້າ​ເພິ່ນ​ແລ້ວ​ຮ້ອງ​ວ່າ: “ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ.”+ 12 ແຕ່​ພະ​ເຢຊູ​ສັ່ງ​ພວກ​ມັນ​ຫຼາຍ​ເທື່ອ​ຢ່າງ​ໜັກແໜ້ນ​ວ່າ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ວ່າ​ເພິ່ນ​ແມ່ນ​ໃຜ.+

  • ລູກາ 4:33-35
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ໃນ​ບ່ອນ​ປະຊຸມ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ຮ້າຍ​ສິງ​ຢູ່. ລາວ​ຮ້ອງ​ສຽງ​ດັງ​ວ່າ:+ 34 “ເຢຊູ​ຄົນ​ນາຊາເຣັດ​ເອີ້ຍ+ ເຈົ້າ​ຊິ​ມາ​ວຸ່ນວາຍ​ກັບ​ຂ້ອຍ​ເຮັດ​ຫຍັງ? ຈະ​ມາ​ທຳລາຍ​ຂ້ອຍ​ຫວະ? ຂ້ອຍ​ຮູ້​ໄດ໋​ວ່າ​ເຈົ້າ​ແມ່ນ​ໃຜ. ເຈົ້າ​ເປັນ​ຜູ້​ບໍລິສຸດ​ຂອງ​ພະເຈົ້າ!”+ 35 ແຕ່​ພະ​ເຢຊູ​ສັ່ງ​ມັນ​ວ່າ: “ມິດ​ແມະ! ອອກ​ໄປ​ຈາກ​ລາວ​ດຽວ​ນີ້.” ປີສາດ​ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ລົ້ມ​ລົງ​ຕໍ່​ໜ້າ​ຫຼາຍ​ຄົນ ແລ້ວ​ກໍ​ອອກ​ໄປ​ຈາກ​ລາວໂດຍ​ບໍ່​ໄດ້​ທຳຮ້າຍ​ລາວ​ເລີຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌