ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ດານີເອນ 2:44
    ຄຳພີໄບເບິນສະບັບແປໂລກໃໝ່
    • 44 ໃນ​ຕອນ​ທີ່​ກະສັດ​ເຫຼົ່າ​ນັ້ນ​ກຳລັງ​ປົກຄອງ ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ຕັ້ງ​ການ​ປົກຄອງ​ໜຶ່ງ​ຂຶ້ນ+ ເຊິ່ງ​ຈະ​ບໍ່​ຖືກ​ທຳລາຍ​ຈັກ​ເທື່ອ+​ແລະ​ຈະ​ບໍ່​ມີ​ໃຜ​ມາ​ຍຶດ​ເອົາ​ໄປ​ໄດ້.+ ມີ​ແຕ່​ການ​ປົກຄອງ​ນີ້​ເທົ່າ​ນັ້ນ​ທີ່​ຈະ​ຢູ່​ຕະຫຼອດ​ໄປ+​ແລະ​ມັນ​ຈະ​ທຳລາຍ​ອານາຈັກ​ເຫຼົ່າ​ນັ້ນ​ທັງ​ໝົດ.+

  • ດານີເອນ 7:13, 14
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ເມື່ອ​ຂ້ອຍ​ເບິ່ງ​ນິມິດ​ຕໍ່ໄປ​ໃນ​ຄືນ​ນັ້ນ ຂ້ອຍ​ເຫັນ​ຜູ້​ໜຶ່ງ​ທີ່​ຄື​ກັບ​ລູກ​ມະນຸດ+​ມາ​ເທິງ​ຂີ້ເຝື້ອ. ລາວ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ຫາ​ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ+ ແລະ​ຖືກ​ພາ​ເຂົ້າ​ໄປ​ໃກ້​ໆ​ເພິ່ນ. 14 ລາວ​ໄດ້​ຮັບ​ກຽດ​ຕິຍົດ+​ແລະ​ອຳນາດ​ໃນ​ການ​ປົກຄອງ​ເປັນ​ກະສັດ+​ເພື່ອ​ຄົນ​ຈາກ​ທຸກ​ຊາດ​ແລະ​ທຸກ​ພາສາ​ຈະ​ຮັບໃຊ້​ລາວ.+ ການ​ປົກຄອງ​ຂອງ​ລາວ​ຈະ​ຢູ່​ຕະຫຼອດ​ໄປ ແລະ​ຈະ​ບໍ່​ຖືກ​ໂຄ່ນລົ້ມ​ຈັກ​ເທື່ອ.+

  • ມັດທາຍ 6:9-13
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ພວກ​ເຈົ້າ​ຄວນ​ອະທິດຖານ​ແບບ​ນີ້:+

      ‘ພະ​ເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ+​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.*+ 10 ຂໍ​ໃຫ້​ພະອົງ​ເລີ່ມ​ປົກຄອງ​ພວກ​ເຮົາ+ ແລະ​ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ+​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ.*+ 11 ຂໍ​ໃຫ້​ພວກ​ເຮົາ​ມີ​ຂອງກິນ*​ໃນ​ມື້​ນີ້.+ 12 ຂໍ​ພະອົງ​ຍົກໂທດ​ໃຫ້​ພວກ​ເຮົາ​ຄື​ກັບ​ທີ່​ພວກ​ເຮົາ​ໄດ້​ຍົກໂທດ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ຕໍ່​ພວກ​ເຮົາ.*+ 13 ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ບໍ່​ໃຫ້​ຍອມແພ້​ຕໍ່​ການ​ລໍ້ໃຈ*+ ແລະ​ຂໍ​ພະອົງ​ປົກປ້ອງ​ພວກ​ເຮົາ​ຈາກ​ຊາຕານ.’*+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌