46 ມາຣິອາເວົ້າວ່າ: “ຂ້ອຍຂໍສັນລະເສີນພະເຢໂຫວາ.+ 47 ຂ້ອຍມີຄວາມສຸກຫຼາຍແທ້ໆຍ້ອນພະເຈົ້າຂອງຂ້ອຍເປັນຜູ້ຊ່ວຍໃຫ້ລອດ.+ 48 ເພິ່ນໃຫ້ຄວາມສຳຄັນກັບທາດຍິງຜູ້ຕ່ຳຕ້ອຍຂອງເພິ່ນຫຼາຍປານນີ້.+ ຈາກນີ້ໄປ ຄົນທຸກຍຸກທຸກສະໄໝຈະເວົ້າວ່າຂ້ອຍເປັນຄົນທີ່ມີຄວາມສຸກ.+