-
1 ເທຊະໂລນິກ 2:14-16ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ພີ່ນ້ອງເອີ້ຍ ພວກເຈົ້າຮຽນແບບຕົວຢ່າງຂອງປະຊາຄົມຄລິດສະຕຽນຫຼາຍບ່ອນໃນແຂວງຢູດາຍທີ່ເປັນປະຊາຄົມຂອງພະເຈົ້າຄືກັນ. ພວກເຈົ້າທົນທຸກຍ້ອນຖືກຄົນຊາດດຽວກັນຂົ່ມເຫງ+ຄືກັບທີ່ເຂົາເຈົ້າທົນທຸກຍ້ອນຖືກພວກຢິວຂົ່ມເຫງ. 15 ພວກຢິວເຖິງຂັ້ນຂ້າພະເຢຊູຜູ້ເປັນນາຍ+ກັບພວກຜູ້ພະຍາກອນ ແລະໄດ້ຂົ່ມເຫງພວກເຮົານຳອີກ.+ ເຂົາເຈົ້າເຮັດໃຫ້ພະເຈົ້າບໍ່ພໍໃຈ ແລະຍັງກີດກັນຄົນອື່ນບໍ່ໃຫ້ຮັບສິ່ງທີ່ເປັນປະໂຫຍດ. 16 ເຂົາເຈົ້າພະຍາຍາມຂັດຂວາງພວກເຮົາບໍ່ໃຫ້ປະກາດແລະບໍ່ໃຫ້ພວກເຮົາຊ່ວຍຄົນຕ່າງຊາດໃຫ້ໄດ້ຮັບຄວາມລອດ.+ ການເຮັດແບບນີ້ເຮັດໃຫ້ຄວາມຜິດຂອງເຂົາເຈົ້າມີຫຼາຍຂຶ້ນເລື້ອຍໆ. ພະເຈົ້າຈະສະແດງຄວາມໃຈຮ້າຍຕໍ່ເຂົາເຈົ້າແທ້ໆ.+
-