-
ມັດທາຍ 21:28-31ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ພວກເຈົ້າຄິດແນວໃດ? ສົມມຸດວ່າຜູ້ຊາຍຄົນໜຶ່ງມີລູກ 2 ຄົນ. ລາວບອກລູກກົກວ່າ ‘ລູກ ມື້ນີ້ໄປເຮັດວຽກຢູ່ສວນໝາກລະແຊັງເດີ້.’ 29 ລູກຕອບວ່າ ‘ບໍ່ໄປ’ ແຕ່ຕໍ່ມາລູກກົກປ່ຽນໃຈແລ້ວກໍໄປ. 30 ຜູ້ຊາຍຄົນນັ້ນບອກລູກຜູ້ທີ 2 ໃຫ້ໄປເຮັດວຽກຢູ່ສວນຄືກັນ. ລູກຜູ້ນີ້ຕອບວ່າ ‘ເຈົ້າ ລູກຈະໄປ’ ແຕ່ພັດບໍ່ໄປ. 31 ລູກ 2 ຄົນນີ້ ຜູ້ໃດເຮັດຕາມທີ່ພໍ່ຕ້ອງການ?” ເຂົາເຈົ້າຕອບວ່າ: “ລູກກົກ.” ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຄົນເກັບພາສີແລະໂສເພນີຈະມີສ່ວນໃນການປົກຄອງຂອງພະເຈົ້າກ່ອນພວກເຈົ້າອີກ.
-