-
ມັດທາຍ 19:28, 29ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ພະເຈົ້າສ້າງທຸກສິ່ງຂຶ້ນໃໝ່ ລູກມະນຸດຈະນັ່ງເທິງບັນລັງອັນຍິ່ງໃຫຍ່ ແລະພວກເຈົ້າທີ່ຕິດຕາມຂ້ອຍຈະໄດ້ນັ່ງເທິງບັນລັງ 12 ບັນລັງ ແລະຕັດສິນອິດສະຣາເອນ 12 ຕະກູນ.+ 29 ທຸກຄົນທີ່ໄດ້ສະລະເຮືອນ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກ ຫຼືໄຮ່ນາເພື່ອຕິດຕາມຂ້ອຍ ເຂົາເຈົ້າຈະໄດ້ຄືນ 100 ເທົ່າ ແລະຈະໄດ້ຊີວິດຕະຫຼອດໄປເປັນລາງວັນ.+
-
-
ມາຣະໂກ 10:29, 30ຄຳພີໄບເບິນສະບັບແປໂລກໃໝ່
-
-
29 ພະເຢຊູບອກວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ໄດ້ສະລະເຮືອນ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກ ຫຼືໄຮ່ນາເພື່ອຕິດຕາມຂ້ອຍແລະເພື່ອຂ່າວດີ+ 30 ຜູ້ນັ້ນຈະໄດ້ຄືນ 100 ເທົ່າໃນຍຸກນີ້ ບໍ່ວ່າຈະເປັນເຮືອນ ອ້າຍເອື້ອຍນ້ອງ ແມ່ ລູກ ຫຼືໄຮ່ນາ ແລະກໍຈະຖືກຂົ່ມເຫງນຳ+ ແຕ່ໃນຍຸກ*ໜ້າຈະໄດ້ຊີວິດຕະຫຼອດໄປ.
-