-
ມັດທາຍ 27:22-26ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບເຢຊູທີ່ຄົນເອີ້ນວ່າພະຄລິດ?” ເຂົາເຈົ້າເວົ້າວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 23 ປີລາດເວົ້າວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+
24 ເມື່ອເຫັນວ່າບໍ່ໄດ້ຜົນແລະເລີ່ມມີຄວາມວຸ່ນວາຍຂຶ້ນ ປີລາດຈຶ່ງເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນແລະເວົ້າວ່າ: “ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບການຕາຍຂອງຜູ້ນີ້. ພວກເຈົ້າຕ້ອງຮັບຜິດຊອບເອງ.” 25 ເຂົາເຈົ້າຕອບເປັນສຽງດຽວກັນວ່າ: “ພວກເຮົາກັບລູກຈະຮັບຜິດຊອບຕໍ່ການຕາຍຂອງລາວ.”+ 26 ປີລາດຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ. ຈາກນັ້ນກໍສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
-
-
ມາຣະໂກ 15:12-15ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ປີລາດຈຶ່ງຖາມເຂົາເຈົ້າອີກວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບຜູ້ນີ້ທີ່ພວກເຈົ້າເອີ້ນວ່າກະສັດຂອງຄົນຢິວ?”+ 13 ເຂົາເຈົ້າຈຶ່ງຮ້ອງຕອບວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+ 14 ປີລາດຖາມອີກວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+ 15 ປີລາດຢາກເອົາໃຈປະຊາຊົນຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ ແລະສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
-