ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢເອນ 2:28-32
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ຫຼັງຈາກນັ້ນ ເຮົາ​ຈະ​ເອົາ​ພະລັງ​ຂອງ​ເຮົາ+​ໃຫ້​ຄົນ​ທຸກ​ປະເພດ.

      ພວກ​ລູກຊາຍ​ແລະ​ລູກສາວ​ຂອງ​ເຈົ້າ​ຈະ​ພະຍາກອນ.

      ຜູ້ເຖົ້າ​ຈະ​ຝັນ​ເລື່ອງ​ພິເສດ

      ແລະ​ຄົນໜຸ່ມ​ຈະ​ເຫັນ​ນິມິດ.+

      29 ແມ່ນ​ແຕ່​ທາດ​ຜູ້ຊາຍ​ແລະ​ທາດ​ຜູ້ຍິງ​ຂອງ​ເຮົາ

      ເຮົາ​ກໍ​ຈະ​ເອົາ​ພະລັງ​ຂອງ​ເຮົາ​ໃຫ້​ເຂົາເຈົ້າ.

      30 ເຮົາ​ຈະ​ເຮັດ​ໃຫ້​ມີ​ສິ່ງ​ທີ່​ອັດສະຈັນຢູ່​ເທິງຟ້າ​ແລະ​ຢູ່​ໃນ​ໂລກ

      ມີ​ເລືອດ ມີ​ໄຟ ແລະ​ມີ​ຄວັນ​ຫຼາຍ​ໆ​ລອຍ​ຂຶ້ນ​ໄປ.+

      31 ຕາເວັນ​ຈະ​ມືດ ແລະ​ເດືອນ​ຈະ​ເປັນ​ສີແດງ​ຄືກັບ​ເລືອດ+

      ກ່ອນ​ວັນ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ຕາຢ້ານ​ຂອງ​ພະ​ເຢໂຫວາ​ຈະ​ມາຮອດ.+

      32 ທຸກຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ.+

      ຈະ​ມີ​ຄົນ​ທີ່​ລອດ​ຊີວິດ​ຢູ່​ເທິງ​ພູ​ຊີໂອນ​ແລະ​ຢູ່​ໃນ​ເມືອງ​ເຢຣູຊາເລັມ+​ຄືກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

      ຄົນ​ເຫຼົ່ານັ້ນ​ທີ່​ພະ​ເຢໂຫວາ​ເອີ້ນ​ກໍ​ລອດ​ຊີວິດ.”

  • ໂຣມ 10:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ພະຄຳພີ​ຂຽນ​ໄວ້​ວ່າ: “ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ*​ຈະ​ລອດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌