-
ປະຖົມມະການ 15:5ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ພະເຈົ້າພາອັບຣາມອອກມາທາງນອກແລະເວົ້າວ່າ: “ຂໍໃຫ້ເຈົ້າແນມເບິ່ງຟ້າແລະນັບດາວເບິ່ງ. ເຈົ້ານັບໄດ້ບໍ?” ແລ້ວເພິ່ນກໍເວົ້າອີກວ່າ: “ລູກຫຼານຂອງເຈົ້າກໍຈະຫຼາຍຄືກັບດາວເຫຼົ່ານີ້ແຫຼະ.”+
-
-
ເຮັບເຣີ 11:17, 18ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ຍ້ອນຄວາມເຊື່ອ ເມື່ອພະເຈົ້າລອງໃຈອັບຣາຮາມ+ໃຫ້ມອບອີຊາກເປັນເຄື່ອງບູຊາ ຜູ້ຊາຍຄົນນີ້ທີ່ດີໃຈທີ່ໄດ້ຮັບຄຳສັນຍາກໍພ້ອມທີ່ຈະມອບລູກຊາຍຄົນດຽວຂອງໂຕເອງເປັນເຄື່ອງບູຊາ.+ 18 ລາວເຮັດແບບນັ້ນເຖິງວ່າພະເຈົ້າເຄີຍບອກລາວວ່າ: “ຄົນທີ່ຈະຖືກເອີ້ນວ່າເປັນເຊື້ອສາຍຂອງເຈົ້າຈະມາທາງອີຊາກ.”+
-