-
ລະບຽບພວກເລວີ 6:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ກົດໝາຍເລື່ອງເຄື່ອງບູຊາທີ່ເຮັດຈາກເມັດເຂົ້າເປັນແນວນີ້.+ ພວກລູກຊາຍຂອງອາໂຣນຕ້ອງເອົາເຄື່ອງບູຊານີ້ໄປທີ່ແທ່ນບູຊາຕໍ່ໜ້າພະເຢໂຫວາ.
-
-
ຈົດເຊັນບັນຊີ 18:30, 31ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ເມື່ອພວກເຈົ້າໃຫ້ສິ່ງທີ່ດີທີ່ສຸດກັບພະເຈົ້າແລ້ວ ສ່ວນທີ່ເຫຼືອກໍຈະເປັນຂອງພວກເຈົ້າ. ມັນຈະເປັນຄືກັບເຂົ້າ ນ້ຳມັນໝາກກອກ ຫຼືເຫຼົ້າແວງຂອງພວກເຈົ້າເອງ. 31 ພວກເຈົ້າກັບຄອບຄົວຈະກິນສິ່ງເຫຼົ່ານີ້ຢູ່ໃສກໍໄດ້ ເພາະມັນເປັນສິ່ງຕອບແທນທີ່ພວກເຈົ້າເຮັດວຽກຢູ່ເຕັ້ນສັກສິດ.+
-
-
ພະບັນຍັດ 18:1ຄຳພີໄບເບິນສະບັບແປໂລກໃໝ່
-
-
18 “ປະໂລຫິດກັບຄົນໃນຕະກູນເລວີທັງໝົດຈະບໍ່ໄດ້ຮັບສ່ວນແບ່ງ ຫຼືມໍລະດົກຄືກັບຄົນອິດສະຣາເອນຄົນອື່ນໆ. ເຂົາເຈົ້າຈະໄດ້ກິນສ່ວນແບ່ງຈາກເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.+
-