-
ກິດຈະການ 3:5-8ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ລາວກໍແນມເບິ່ງທັງສອງຄົນແລະຄິດວ່າຄືຊິໄດ້ບາງຢ່າງນຳເຂົາເຈົ້າ. 6 ແຕ່ເປໂຕເວົ້າວ່າ: “ເງິນຄຳຫັ້ນຂ້ອຍບໍ່ມີດອກ ແຕ່ຂ້ອຍມີແນວອື່ນຊິໃຫ້. ໃນນາມຂອງພະເຢຊູຄລິດຄົນນາຊາເຣັດ ໃຫ້ເຈົ້າລຸກຂຶ້ນແລະຍ່າງໄປ!”+ 7 ແລ້ວເປໂຕກໍຈັບມືເບື້ອງຂວາຂອງຄົນທີ່ເປັນລ່ອຍແລະໂຈມລາວລຸກຂຶ້ນ.+ ຕີນແລະຂໍ້ຕີນຂອງລາວກໍມີແຮງຂຶ້ນມາທັນທີ.+ 8 ແລ້ວລາວກໍໂດດເຕັ້ນ+ແລະຍ່າງເຂົ້າໄປໃນວິຫານກັບ 2 ຄົນນັ້ນ. ລາວທັງໂດດທັງເຕັ້ນພ້ອມກັບສັນລະເສີນພະເຈົ້າ.
-