-
ກິດຈະການ 16:22-24ຄຳພີໄບເບິນສະບັບແປໂລກໃໝ່
-
-
22 ຄົນທີ່ຢູ່ຫັ້ນກໍລຸກຂຶ້ນແລະຮ້ອງດ່າໂປໂລກັບຊີລາດ້ວຍຄວາມໃຈຮ້າຍ. ສ່ວນພວກຜູ້ປົກຄອງເມືອງກໍແກ້ເສື້ອຂອງທັງສອງຄົນອອກແລ້ວສັ່ງໃຫ້ເອົາໄມ້ຕີເຂົາເຈົ້າ.+ 23 ເຂົາເຈົ້າຕີ 2 ຄົນນັ້ນຫຼາຍບາດ ແລ້ວຂັງໄວ້ໃນຄຸກແລະສັ່ງຜູ້ຄຸມໃຫ້ເຝົ້າເຂົາເຈົ້າໄວ້ດີໆ.+ 24 ຜູ້ຄຸມຮັບຄຳສັ່ງ ແລ້ວໂຍນໂປໂລກັບຊີລາເຂົ້າໄປໃນຄຸກຊັ້ນໃນແລະເອົາຂື່ໃສ່ຕີນເຂົາເຈົ້າ.
-