-
1 ໂກຣິນໂທ 15:51, 52ຄຳພີໄບເບິນສະບັບແປໂລກໃໝ່
-
-
51 ຂ້ອຍຂໍບອກຄວາມລັບສັກສິດຂໍ້ໜຶ່ງກັບພວກເຈົ້າ ພວກເຮົາບາງຄົນຈະບໍ່ຕ້ອງນອນຫຼັບຢູ່ໃນຄວາມຕາຍ ແຕ່ຈະຖືກປ່ຽນແປງໃໝ່ໝົດ+ 52 ໃນໄລຍະສັ້ນໆພຽງພິບຕາດຽວໃນລະຫວ່າງການເປົ່າແກເທື່ອສຸດທ້າຍ. ສຽງແກຈະດັງຂຶ້ນ+ແລະຄົນຕາຍຈະຖືກປຸກໃຫ້ຟື້ນຄືນມາໃນສະພາບທີ່ບໍ່ເນົ່າເປື່ອຍ ແລະພວກເຮົາຈະຖືກປ່ຽນແປງໃໝ່.
-