-
ເອເຟໂຊ 6:14-17ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ດັ່ງນັ້ນ ໃຫ້ຢືນຢັດໃນການຕໍ່ສູ້ນີ້. ໃຫ້ເອົາຄວາມຈິງໃສ່ເປັນສາຍແອວ+ ເອົາຄວາມຖືກຕ້ອງໃສ່ເປັນເສື້ອເກາະປ້ອງກັນເອິກ+ 15 ເອົາຄວາມພ້ອມທີ່ຈະປະກາດຂ່າວດີເລື່ອງສັນຕິສຸກມາໃສ່ເປັນເກີບ.+ 16 ນອກຈາກນັ້ນ ໃຫ້ເອົາຄວາມເຊື່ອເປັນໂລ້ໃຫຍ່+ເພື່ອຈະມອດລູກທະນູໄຟທຸກດອກຂອງໂຕຊົ່ວຮ້າຍໄດ້.+ 17 ໃຫ້ເອົາຄວາມລອດມາໃສ່ເປັນໝວກເກາະ+ ແລະຖືດາບຂອງພະລັງບໍລິສຸດເຊິ່ງແມ່ນຖ້ອຍຄຳຂອງພະເຈົ້າ.+
-