-
ປະຖົມມະການ 50:24, 25ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ໃນທີ່ສຸດ ໂຢເຊັບເວົ້າກັບພວກອ້າຍນ້ອງວ່າ: “ຂ້ອຍກຳລັງຊິຕາຍແລ້ວ ແຕ່ພະເຈົ້າຈະຢູ່ກັບພວກເຈົ້າຕໍ່ໄປ.+ ເພິ່ນຊິພາພວກເຈົ້າອອກຈາກແຜ່ນດິນນີ້ ໄປແຜ່ນດິນທີ່ເພິ່ນໄດ້ສັນຍາວ່າຊິໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ.”+ 25 ໂຢເຊັບບອກກັບພວກລູກຊາຍຂອງອິດສະຣາເອນວ່າ: “ພະເຈົ້າຈະຊ່ວຍພວກເຈົ້າແນ່ນອນ. ພວກເຈົ້າຕ້ອງເອົາກະດູກຂອງຂ້ອຍອອກຈາກບ່ອນນີ້.”+ ແລ້ວໂຢເຊັບກໍໃຫ້ເຂົາເຈົ້າສາບານກັບລາວ.
-
-
ອົບພະຍົບ 13:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ໂມເຊໄດ້ເອົາກະດູກຂອງໂຢເຊັບໄປນຳ ຍ້ອນໂຢເຊັບໄດ້ໃຫ້ພວກລູກຫຼານອິດສະຣາເອນສາບານກັບລາວ. ຕອນນັ້ນ ໂຢເຊັບເວົ້າວ່າ: “ພະເຈົ້າຊິຊ່ວຍພວກເຈົ້າຕໍ່ໄປ ແຕ່ຕອນທີ່ພວກເຈົ້າອອກຈາກເອຢິບຕ້ອງເອົາກະດູກຂອງຂ້ອຍໄປນຳ.”+
-