-
ເຮັບເຣີ 10:19-22ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ດັ່ງນັ້ນ ພີ່ນ້ອງເອີ້ຍ ພວກເຮົາເຂົ້າໄປໃນບ່ອນບໍລິສຸດ*+ດ້ວຍຄວາມໝັ້ນໃຈກໍຍ້ອນເລືອດຂອງພະເຢຊູ. 20 ເພິ່ນເປີດທາງນັ້ນໃຫ້ພວກເຮົາເຊິ່ງເປັນທາງໃໝ່ທີ່ພາໄປສູ່ຊີວິດໂດຍທີ່ເພິ່ນຜ່ານຜ້າກັ້ງເຂົ້າໄປ.+ ຜ້າກັ້ງນັ້ນແມ່ນຮ່າງກາຍທີ່ເພິ່ນໄດ້ສະລະ. 21 ໃນເມື່ອພວກເຮົາມີປະໂລຫິດທີ່ຍິ່ງໃຫຍ່ເຝົ້າເບິ່ງແຍງຄອບຄົວຂອງພະເຈົ້າຢູ່+ 22 ກໍໃຫ້ພວກເຮົາເຂົ້າຫາພະເຈົ້າດ້ວຍຄວາມຈິງໃຈແລະດ້ວຍຄວາມເຊື່ອໝັ້ນເຕັມທີ. ພວກເຮົາບໍ່ຮູ້ສຶກຜິດອີກຕໍ່ໄປຍ້ອນໃຈພວກເຮົາຖືກເຮັດ*ໃຫ້ສະອາດແລ້ວ+ ແລະຮ່າງກາຍຂອງພວກເຮົາກໍຖືກເຮັດໃຫ້ສະອາດດ້ວຍນ້ຳແລ້ວ.+
-