-
ລູກາ 12:18-20ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ແລ້ວລາວກໍຄິດອອກວ່າ ‘ຂ້ອຍຊິເຮັດຈັ່ງຊີ້.+ ຂ້ອຍຊິມ້າງເລົ້າເຂົ້າເຫຼົ່ານີ້ແລ້ວປຸກໃຫ້ໃຫຍ່ກວ່າເກົ່າ ເພື່ອຊິເອົາເຂົ້າທັງໝົດແລະຜົນລະປູກທຸກຢ່າງໄວ້ຢູ່ຫັ້ນ. 19 ແລ້ວຂ້ອຍຈະບອກໂຕເອງວ່າ ຂ້ອຍເກັບສະສົມຂອງດີໆໄວ້ບັກຫຼາຍໆແລ້ວເພື່ອຊິຢູ່ດີກິນດີໄປອີກຫຼາຍປີ. ຂ້ອຍຈະໃຊ້ຊີວິດແບບສະບາຍ ກິນດື່ມ ແລະມີຄວາມສຸກກັບຊີວິດ.’ 20 ແຕ່ພະເຈົ້າເວົ້າກັບລາວວ່າ ‘ຄົນບໍ່ຮູ້ຈັກຄິດ ຄືນນີ້ເຈົ້າຊິຕາຍ ແລ້ວເຄື່ອງຂອງທີ່ເຈົ້າສະສົມໄວ້ຊິເປັນຂອງໃຜ?’+
-