ໂຢຮັນ 3:16 ຄຳພີໄບເບິນສະບັບແປໂລກໃໝ່ 16 ພະເຈົ້າຮັກຄົນໃນໂລກ*ຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ*+ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.+ ໂຣມ 5:8 ຄຳພີໄບເບິນສະບັບແປໂລກໃໝ່ 8 ແຕ່ພະເຈົ້າສະແດງຄວາມຮັກຕໍ່ພວກເຮົາ ໂດຍໃຫ້ພະຄລິດມາຕາຍແທນພວກເຮົາທັງໆທີ່ພວກເຮົາຍັງເປັນຄົນບາບຢູ່.+ ໂຣມ 8:32 ຄຳພີໄບເບິນສະບັບແປໂລກໃໝ່ 32 ຂະໜາດລູກຂອງເພິ່ນ ເພິ່ນຍັງບໍ່ຫວງ ແຕ່ຍອມໃຫ້ມາຕາຍເພື່ອພວກເຮົາທຸກຄົນ.+ ຖ້າເປັນແນວນັ້ນ ເປັນຫຍັງເພິ່ນຈະບໍ່ຍອມໃຫ້ສິ່ງອື່ນໆທັງໝົດກັບພວກເຮົາອີກ? 1 ໂຢຮັນ 5:11 ຄຳພີໄບເບິນສະບັບແປໂລກໃໝ່ 11 ພະຍານຫຼັກຖານນັ້ນແມ່ນ ພະເຈົ້າໃຫ້ຊີວິດຕະຫຼອດໄປກັບພວກເຮົາ+ ແລະພວກເຮົາໄດ້ຊີວິດແບບນັ້ນຜ່ານທາງລູກຂອງເພິ່ນ.+
16 ພະເຈົ້າຮັກຄົນໃນໂລກ*ຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ*+ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.+
8 ແຕ່ພະເຈົ້າສະແດງຄວາມຮັກຕໍ່ພວກເຮົາ ໂດຍໃຫ້ພະຄລິດມາຕາຍແທນພວກເຮົາທັງໆທີ່ພວກເຮົາຍັງເປັນຄົນບາບຢູ່.+
32 ຂະໜາດລູກຂອງເພິ່ນ ເພິ່ນຍັງບໍ່ຫວງ ແຕ່ຍອມໃຫ້ມາຕາຍເພື່ອພວກເຮົາທຸກຄົນ.+ ຖ້າເປັນແນວນັ້ນ ເປັນຫຍັງເພິ່ນຈະບໍ່ຍອມໃຫ້ສິ່ງອື່ນໆທັງໝົດກັບພວກເຮົາອີກ?
11 ພະຍານຫຼັກຖານນັ້ນແມ່ນ ພະເຈົ້າໃຫ້ຊີວິດຕະຫຼອດໄປກັບພວກເຮົາ+ ແລະພວກເຮົາໄດ້ຊີວິດແບບນັ້ນຜ່ານທາງລູກຂອງເພິ່ນ.+