-
ເພງສັນລະເສີນ 2:8, 9ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພຽງແຕ່ເຈົ້າຂໍເຮົາ ເຮົາກໍຈະເອົາຊາດຕ່າງໆໃຫ້ເປັນມໍລະດົກຂອງເຈົ້າ
ແລະເອົາໂລກທັງໝົດໃຫ້ເປັນຊັບສົມບັດຂອງເຈົ້າ.+
-
-
ລູກາ 22:28-30ຄຳພີໄບເບິນສະບັບແປໂລກໃໝ່
-
-
28 ພວກເຈົ້າຢູ່ຄຽງຂ້າງຂ້ອຍສະເໝີ+ຕອນທີ່ຂ້ອຍລຳບາກ.+ 29 ຂ້ອຍເຮັດສັນຍາກັບພວກເຈົ້າວ່າຈະໃຫ້ພວກເຈົ້າມີສ່ວນໃນການປົກຄອງຄືກັບທີ່ພໍ່ຂອງຂ້ອຍໄດ້ເຮັດສັນຍາກັບຂ້ອຍ+ 30 ເພື່ອພວກເຈົ້າຈະໄດ້ກິນໄດ້ດື່ມຢູ່ໂຕະດຽວກັບຂ້ອຍໃນການປົກຄອງຂອງຂ້ອຍ+ ແລະຈະນັ່ງຢູ່ເທິງບັນລັງ+ເພື່ອຕັດສິນອິດສະຣາເອນ 12 ຕະກູນ.+
-
-
ພະນິມິດ 20:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ແລ້ວຂ້ອຍເຫັນບັນລັງຫຼາຍບັນລັງ ແລະຜູ້ທີ່ນັ່ງຢູ່ເທິງບັນລັງເຫຼົ່ານັ້ນໄດ້ຮັບອຳນາດທີ່ຈະຕັດສິນ. ແລ້ວຂ້ອຍກໍເຫັນຄົນທີ່ຖືກຂ້າຍ້ອນປະກາດເລື່ອງພະເຢຊູແລະເວົ້າເລື່ອງພະເຈົ້າ. ເຂົາເຈົ້າແມ່ນຄົນທີ່ບໍ່ໄດ້ຂາບໄຫວ້ສັດຮ້າຍແລະຮູບປັ້ນຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງສັດຮ້າຍນັ້ນຢູ່ໜ້າຜາກແລະຢູ່ມື.+ ເຂົາເຈົ້າກັບມາມີຊີວິດອີກແລະໄດ້ປົກຄອງເປັນກະສັດຮ່ວມກັບພະຄລິດ+ເປັນເວລາ 1.000 ປີ.
-