ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ເຊົາ​ເຈັບ​ປ່ວຍ (1-​11)

      • ຄົນ​ທີ່​ມາ​ຈາກ​ບາບີໂລນ (12-​19)

      • ເຮເຊກີຢາ​ຕາຍ (20, 21)

2 ກະສັດ 20:1

ໄຂເງື່ອນ

  • *

    ຫຼື “ຄົນ​ໃນ​ວັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:24
  • +ອຊຢ 38:1-3

2 ກະສັດ 20:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 31:20, 21; ພສ 25:7; 119:49

2 ກະສັດ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 38:4-6

2 ກະສັດ 20:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 39:12
  • +ພບຍ 32:39; ພສ 41:3; 103:3; 147:3
  • +ພສ 66:13; 116:12-14

2 ກະສັດ 20:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:22; ອຊຢ 10:24
  • +2ກສ 19:34; ອຊຢ 37:35

2 ກະສັດ 20:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 38:21, 22

2 ກະສັດ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:17; ອຊຢ 7:11

2 ກະສັດ 20:9

ໄຂເງື່ອນ

  • *

    ອາດ​ເປັນ​ຂັ້ນໄດ​ທີ່​ໃຊ້​ນັບ​ເວລາ​ໂດຍ​ສັງເກດ​ເບິ່ງ​ຈຸດ​ທີ່​ເງົາ​ຢູ່

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 38:7, 8

2 ກະສັດ 20:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:12; 2ຂຄ 32:31

2 ກະສັດ 20:12

ໄຂເງື່ອນ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເມໂຣດັກບາລາດານ​ໃນ ເອຊາຢາ 39:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 39:1, 2

2 ກະສັດ 20:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 32:27

2 ກະສັດ 20:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 39:3, 4

2 ກະສັດ 20:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 39:5-7

2 ກະສັດ 20:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:12, 13; 25:13; 2ຂຄ 36:7, 18; ຢຣມ 27:21, 22; ດນອ 1:2

2 ກະສັດ 20:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:12
  • +ດນອ 1:19; 2:49

2 ກະສັດ 20:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 141:5
  • +ອຊຢ 39:8

2 ກະສັດ 20:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 9:11
  • +2ຂຄ 32:30

2 ກະສັດ 20:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:10
  • +2ກສ 21:16; 23:26; 2ຂຄ 33:11-13
  • +2ຂຄ 32:33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 20:12ຂຄ 32:24
2ກສ. 20:1ອຊຢ 38:1-3
2ກສ. 20:32ຂຄ 31:20, 21; ພສ 25:7; 119:49
2ກສ. 20:4ອຊຢ 38:4-6
2ກສ. 20:5ພສ 39:12
2ກສ. 20:5ພບຍ 32:39; ພສ 41:3; 103:3; 147:3
2ກສ. 20:5ພສ 66:13; 116:12-14
2ກສ. 20:62ຂຄ 32:22; ອຊຢ 10:24
2ກສ. 20:62ກສ 19:34; ອຊຢ 37:35
2ກສ. 20:7ອຊຢ 38:21, 22
2ກສ. 20:8ຜຕສ 6:17; ອຊຢ 7:11
2ກສ. 20:9ອຊຢ 38:7, 8
2ກສ. 20:11ຢຊ 10:12; 2ຂຄ 32:31
2ກສ. 20:12ອຊຢ 39:1, 2
2ກສ. 20:132ຂຄ 32:27
2ກສ. 20:14ອຊຢ 39:3, 4
2ກສ. 20:16ອຊຢ 39:5-7
2ກສ. 20:172ກສ 24:12, 13; 25:13; 2ຂຄ 36:7, 18; ຢຣມ 27:21, 22; ດນອ 1:2
2ກສ. 20:182ກສ 24:12
2ກສ. 20:18ດນອ 1:19; 2:49
2ກສ. 20:19ພສ 141:5
2ກສ. 20:19ອຊຢ 39:8
2ກສ. 20:20ຢຮ 9:11
2ກສ. 20:202ຂຄ 32:30
2ກສ. 20:211ກສ 2:10
2ກສ. 20:212ກສ 21:16; 23:26; 2ຂຄ 33:11-13
2ກສ. 20:212ຂຄ 32:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 20:1-21

ກະສັດ​ສະບັບ​ທີ​ສອງ

20 ຕອນ​ທີ່​ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ+ ຜູ້ພະຍາກອນ​ເອຊາຢາ​ລູກຊາຍ​ຂອງ​ອາມອດ​ມາ​ຫາ​ລາວ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ໃຫ້​ສັ່ງລາຄອບຄົວ*​ຂອງ​ເຈົ້າ ເພາະ​ວ່າ​ເຈົ້າ​ຈະ​ບໍ່​ເຊົາ​ເຈັບປ່ວຍ​ແລະ​ຈະ​ຕາຍ.’”+ 2 ເມື່ອ​ໄດ້​ຍິນ​ແບບນັ້ນ​ເຮເຊກີຢາ​ກໍ​ປິ່ນໜ້າ​ເຂົ້າຝາ​ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ: 3 “ພະ​ເຢໂຫວາ ຂໍ​ໃຫ້​ຈື່​ວ່າ​ລູກ​ໃຊ້​ຊີວິດ​ຢ່າງ​ສັດຊື່​ໃນ​ແນວທາງ​ຂອງ​ພະອົງ ຮັບໃຊ້​ພະອົງ​ດ້ວຍ​ສຸດຫົວໃຈ ແລະ​ເຮັດ​ສິ່ງ​ທີ່​ພະອົງ​ເບິ່ງ​ວ່າ​ຖືກຕ້ອງ​ສະເໝີ.”+ ແລ້ວ​ເຮເຊກີຢາ​ກໍ​ໄຫ້ແທ້​ໄຫ້ວ່າ.

4 ເອຊາຢາ​ອອກ​ໄປ​ບໍ່​ທັນ​ຮອດ​ເດີ່ນ​ຂອງ​ວັງ​ຊ້ຳ ພະ​ເຢໂຫວາ​ກໍ​ບອກ​ລາວ​ວ່າ:+ 5 “ກັບ​ໄປ​ຫາ​ເຮເຊກີຢາ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ເຮົາ​ແລະ​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ບອກ​ວ່າ “ເຮົາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ ແລະ​ເຫັນ​ນ້ຳຕາ​ຂອງ​ເຈົ້າ​ແລ້ວ.+ ເຮົາ​ຈະ​ປົວ​ເຈົ້າ​ໃຫ້​ເຊົາ.+ ອີກ 3 ມື້​ເຈົ້າ​ຈະ​ໄດ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ 6 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່​ອີກ 15 ປີ. ເຮົາ​ຈະ​ຊ່ວຍ​ເຈົ້າ​ກັບ​ເມືອງ​ນີ້​ໃຫ້​ລອດ​ຈາກ​ກະສັດ​ອັດຊີເຣຍ.+ ເຮົາ​ຈະ​ປົກປ້ອງ​ເມືອງ​ນີ້​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເຮົາ​ແລະ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້​ຮັບໃຊ້​ຂອງ​ເຮົາ.”’”+

7 ຈາກນັ້ນ ເອຊາຢາ​ບອກ​ຄົນຮັບໃຊ້​ຂອງ​ກະສັດ​ວ່າ: “ໄປ​ເອົາ​ໝາກເດື່ອ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ​ມາ.” ເຂົາເຈົ້າ​ກໍ​ເອົາ​ມາ​ໃຫ້​ລາວ​ແລະ​ໂພະ​ໃສ່​ຝີ. ຫຼັງຈາກນັ້ນ ເຮເຊກີຢາ​ກໍ​ຄ່ອຍ​ໆ​ໄຄ​ຂຶ້ນ.+

8 ເຮເຊກີຢາ​ຖາມ​ເອຊາຢາ​ວ່າ: “ມີ​ຫຍັງ​ຢືນຢັນ+ວ່າ​ພະ​ເຢໂຫວາ​ຈະ​ປົວ​ຂ້ອຍ​ໃຫ້​ເຊົາ​ແລະ​ອີກ 3 ມື້​ຂ້ອຍ​ຈະ​ໄດ້​ໄປ​ວິຫານ​ຂອງ​ພະ​ເຢໂຫວາ?” 9 ເອຊາຢາ​ຕອບ​ວ່າ: “ພະ​ເຢໂຫວາ​ຈະ​ໃຫ້​ທ່ານ​ເຫັນ​ສິ່ງ​ຕໍ່​ໄປ​ນີ້​ເພື່ອ​ຢືນຢັນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ໄດ້​ເວົ້າ. ທ່ານ​ຢາກ​ໃຫ້​ເງົາ​ທີ່​ຢູ່​ຂັ້ນໄດ*ຍ້າຍ​ໄປ​ທາງໜ້າ 10 ຂັ້ນ​ຫຼື​ຢາກ​ໃຫ້​ຖອຍກັບຫຼັງ 10 ຂັ້ນ?”+ 10 ເຮເຊກີຢາ​ເວົ້າ​ວ່າ: “ເງົາ​ນີ້ຍ້າຍໄປ​ທາງໜ້າ 10 ຂັ້ນ​ໄດ້​ຢູ່​ແລ້ວ ແຕ່​ມັນ​ຖອຍຫຼັງ​ກັບ​ມາ 10 ຂັ້ນ​ບໍ່​ໄດ້​ດອກ.” 11 ຜູ້ພະຍາກອນ​ເອຊາຢາ​ຈຶ່ງ​ອະທິດຖານ​ຫາ​ພະ​ເຢໂຫວາ ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ເງົາ​ທີ່​ສ່ອງ​ໃສ່​ຂັ້ນໄດ​ຂອງ​ອາຮາດ​ຖອຍກັບຫຼັງ 10 ຂັ້ນ ຫຼັງ​ຈາກ​ທີ່​ເງົາ​ນັ້ນ​ສ່ອງ​ກາຍ​ໄປ​ແລ້ວ.+

12 ໃນ​ຕອນ​ນັ້ນ ເບໂຣດັກບາລາດານ*​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ລູກຊາຍ​ຂອງ​ບາລາດານ​ໄດ້​ສົ່ງ​ຈົດໝາຍ​ພ້ອມ​ກັບ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ ຍ້ອນ​ລາວ​ໄດ້​ຍິນ​ວ່າ​ເຮເຊກີຢາ​ບໍ່​ສະບາຍ.+ 13 ເຮເຊກີຢາ​ກໍ​ເຕັມໃຈ​ຕ້ອນຮັບຄົນ​ທີ່​ກະສັດ​ສົ່ງ​ມາ ແລະ​ໃຫ້​ເຂົາເຈົ້າ​ເຂົ້າໄປ​ເບິ່ງ​ຄັງຊັບສິນ​ທັງ​ໝົດ​ຂອງ​ລາວ.+ ລາວ​ຍັງ​ໃຫ້​ເຂົາເຈົ້າ​ເບິ່ງ​ເງິນ ຄຳ ນ້ຳມັນ​ຫອມ ນ້ຳມັນ​ອື່ນ​ໆ​ທີ່​ມີ​ຄ່າ ແລະ​ບ່ອນ​ທີ່​ລາວ​ເອົາ​ອາວຸດ​ໄວ້. ເຮເຊກີຢາ​ໃຫ້​ເຂົາເຈົ້າ​ເບິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ວັງ​ແລະ​ຢູ່​ໃນ​ປະເທດ​ຂອງ​ລາວ.

14 ຈາກນັ້ນ ຜູ້ພະຍາກອນ​ເອຊາຢາ​ໄດ້​ມາ​ຫາ​ກະສັດ​ເຮເຊກີຢາ​ແລະ​ຖາມ​ວ່າ: “ເຂົາເຈົ້າ​ມາ​ແຕ່​ໃສ​ແລະ​ມາ​ເວົ້າ​ເລື່ອງ​ຫຍັງ?” ເຮເຊກີຢາ​ຕອບ​ວ່າ: “ເຂົາເຈົ້າ​ມາ​ແຕ່​ບາບີໂລນ​ທີ່​ຢູ່​ໄກ​ໆ​ພຸ້ນ.”+ 15 ເອຊາຢາ​ຖາມ​ອີກ​ວ່າ: “ເຂົາເຈົ້າ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ວັງ​ຂອງ​ທ່ານ?” ເຮເຊກີຢາ​ຕອບ​ວ່າ: “ເຂົາເຈົ້າ​ເຫັນ​ທຸກສິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ວັງ​ຂອງ​ຂ້ອຍ. ຂ້ອຍ​ໃຫ້​ເຂົາເຈົ້າ​ເບິ່ງ​ທຸກຢ່າງ​ທີ່​ຢູ່​ໃນ​ຄັງຊັບສິນ​ຂອງ​ຂ້ອຍ.”

16 ເອຊາຢາ​ຈຶ່ງ​ເວົ້າ​ກັບ​ເຮເຊກີຢາ​ວ່າ: “ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ.+ 17 ພະ​ເຢໂຫວາ​ບອກ​ວ່າ ‘ອີກຈັກໜ້ອຍ​ທຸກສິ່ງ​ທີ່​ຢູ່​ໃນ​ວັງ​ຂອງ​ເຈົ້າ​ແລະ​ທຸກສິ່ງ​ທີ່​ປູ່ຍ່າຕານາຍ​ຂອງ​ເຈົ້າ​ສະສົມ​ໄວ້​ຈະ​ຖືກ​ຂົນ​ໄປ​ບາບີໂລນ+ ຈະ​ບໍ່​ມີ​ຫຍັງ​ເຫຼືອ​ຢູ່​ນີ້​ເລີຍ. 18 ລູກຫຼານ​ຂອງ​ເຈົ້າ​ບາງຄົນ​ຈະ​ຖືກ​ພາ​ໄປ​ບາບີໂລນ+ ແລະ​ຈະ​ເປັນ​ຂ້າລາຊະການ​ຢູ່​ໃນ​ວັງ​ຂອງ​ກະສັດ.’”+

19 ແລ້ວ​ເຮເຊກີຢາ​ກໍ​ເວົ້າ​ກັບ​ເອຊາຢາ​ວ່າ: “ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກໍ​ຍຸຕິທຳ.”+ ເຮເຊກີຢາ​ເວົ້າ​ຕື່ມ​ອີກ​ວ່າ: “ຂ້ອຍ​ຂອບໃຈທີ່​ໃນ​ສະໄໝ​ຂອງ​ຂ້ອຍ​ຈະ​ມີ​ຄວາມ​ສະຫງົບສຸກ​ແລະບໍ່​ມີ​ບັນຫາ.”+

20 ເລື່ອງ​ຕ່າງ​ໆ​ຂອງ​ເຮເຊກີຢາ ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ ເລື່ອງ​ທີ່​ລາວ​ສ້າງ​ບ່ອນເກັບນ້ຳ​+ກັບ​ຮ່ອງນ້ຳ​ແລະ​ໃຫ້​ນ້ຳ​ໄຫຼ​ເຂົ້າມາ​ໃນ​ເມືອງ​+ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 21 ເມື່ອ​ເຮເຊກີຢາ​ຕາຍ+ ມານາເຊ​ລູກຊາຍ​ຂອງ​ລາວ+ກໍ​ເປັນ​ກະສັດ​ແທນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌