ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຄຳ​ສັ່ງ​ທີ່​ໃຫ້​ກັບ​ມະນຸດ (1-7)

        • ກົດໝາຍ​ເລື່ອງ​ເລືອດ (4-6)

      • ຮຸ້ງ​ທີ່​ເປັນ​ຄຳ​ສັນຍາ (8-17)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ລູກຫຼານ​ຂອງ​ໂນອາ (18-29)

ປະຖົມມະການ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:28

ປະຖົມມະການ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:26; ຢກບ 3:7

ປະຖົມມະການ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 4:3
  • +ປຖກ 1:29

ປະຖົມມະການ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:17; 7:26; 17:10, 13; ພບຍ 12:16, 23; ກຈກ 15:20, 29; 21:25
  • +ລລວ 17:11, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 39

    “ຮັກຂອງພະເຈົ້າ” ໜ້າ 75

ປະຖົມມະການ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:8, 10; ອພຍ 21:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 75

ປະຖົມມະການ 9:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ໃດ​ທີ່​ເຮັດ​ໃຫ້​ຜູ້​ອື່ນ​ເລືອດ​ຕົກ​ຢາງ​ອອກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:13; ຈຊບ 35:30; ມທ 26:52
  • +ປຖກ 1:27

ປະຖົມມະການ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:28; 10:32

ປະຖົມມະການ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:15; ອຊຢ 54:9

ປະຖົມມະການ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:17

ປະຖົມມະການ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:21

ປະຖົມມະການ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:21

ປະຖົມມະການ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:12, 13

ປະຖົມມະການ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 5:32; 7:7; 10:1
  • +ປຖກ 10:6

ປະຖົມມະການ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:32

ປະຖົມມະການ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:1
  • +ຢຊ 17:13

ປະຖົມມະການ 9:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 1:28

ປະຖົມມະການ 9:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 7:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 9:1ປຖກ 1:28
ປຖກ. 9:2ປຖກ 1:26; ຢກບ 3:7
ປຖກ. 9:31ຕມ 4:3
ປຖກ. 9:3ປຖກ 1:29
ປຖກ. 9:4ລລວ 3:17; 7:26; 17:10, 13; ພບຍ 12:16, 23; ກຈກ 15:20, 29; 21:25
ປຖກ. 9:4ລລວ 17:11, 14
ປຖກ. 9:5ປຖກ 4:8, 10; ອພຍ 21:12
ປຖກ. 9:6ອພຍ 20:13; ຈຊບ 35:30; ມທ 26:52
ປຖກ. 9:6ປຖກ 1:27
ປຖກ. 9:7ປຖກ 1:28; 10:32
ປຖກ. 9:9ປຖກ 9:15; ອຊຢ 54:9
ປຖກ. 9:10ປຖກ 8:17
ປຖກ. 9:11ປຖກ 8:21
ປຖກ. 9:15ປຖກ 8:21
ປຖກ. 9:17ປຖກ 9:12, 13
ປຖກ. 9:18ປຖກ 5:32; 7:7; 10:1
ປຖກ. 9:18ປຖກ 10:6
ປຖກ. 9:19ປຖກ 10:32
ປຖກ. 9:25ພບຍ 7:1
ປຖກ. 9:25ຢຊ 17:13
ປຖກ. 9:26ຜຕສ 1:28
ປຖກ. 9:28ປຖກ 7:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 9:1-29

ປະຖົມມະການ

9 ພະເຈົ້າອວຍພອນ​ໂນອາ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ: “ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ຈົນ​ເຕັມ​ໂລກ.+ 2 ສັດ​ປ່າ​ທຸກ​ຊະນິດ ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ​ຢູ່​ເທິງ​ຟ້າ ສັດ​ທີ່​ມີ​ຊີວິດ​ທຸກ​ຊະນິດ​ທີ່​ຢູ່​ເທິງ​ໂລກ ແລະ​ປາ​ທຸກ​ຊະນິດ​ໃນ​ທະເລ​ຈະ​ຍັງ​ຢ້ານ​ພວກ​ເຈົ້າ​ຢູ່. ສັດ​ທັງ​ໝົດ​ນີ້​ຈະ​ຢູ່ໃຕ້​ອຳ​ນາດ​ຂອງ​ພວກ​ເຈົ້າ.+ 3 ເຮົາ​ຈະ​ໃຫ້​ສັດ​ທຸກ​ຊະນິດ​ເປັນອາຫານຂອງ​ເຈົ້າ+​ຄື​ກັບ​ທີ່​ເຮົາ​ໃຫ້​ພືດ​ຜັກ​ຕ່າງ​ໆ​ກັບ​ເຈົ້າ.+ 4 ແຕ່​ວ່າ​ຫ້າມ​ເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ມີ​ເລືອດ​ຢູ່+ ເພາະເລືອດ​ໝາຍ​ເຖິງຊີ​ວິດ.+ 5 ນອກ​ຈາກ​ນັ້ນ ຖ້າ​ມີ​ຄົນ​ຫຼື​ສັດ​ເຮັດ​ໃຫ້​ເຈົ້າ​ເລືອດ​ຕົກ​ຢາງ​ອອກ​ຈົນ​ເສຍ​ຊີວິດ ເຮົາ​ຈະ​ໃຫ້​ໄຊ້​ຄືນ. ຖ້າ​ເປັນ​ສັດ ສັດ​ນັ້ນ​ກໍ​ຕ້ອງ​ຕາຍ. ຖ້າ​ເປັນ​ຄົນ ຄົນ​ນັ້ນ​ກໍ​ຕ້ອງ​ຊົດໄຊ້​ດ້ວຍ​ຊີວິດ​ຂອງ​ລາວ ຍ້ອນ​ວ່າ​ພວກ​ເຈົ້າ​ເປັນ​ພີ່ນ້ອງ​ກັນ.+ 6 ຜູ້​ໃດ​ທີ່ຂ້າ​ຄົນ* ຜູ້​ນັ້ນ​ຈະ​ຖືກ​ຂ້າ+ ຍ້ອນ​ວ່າ​ພະເຈົ້າ​ສ້າງ​ມະນຸດ​ໃຫ້​ຄ້າຍ​ຄື​ກັບ​ເພິ່ນ.+ 7 ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ແລະ​ເພີ່ມ​ຈຳນວນ​ຂຶ້ນ​ຈົນ​ເຕັມ​ໂລກ.”+

8 ຈາກ​ນັ້ນ ພະເຈົ້າ​ເວົ້າ​ກັບ​ໂນອາ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ: 9 “ຕອນ​ນີ້​ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ+ ແລະ​ລູກ​ຫຼານ​ຂອງ​ເຈົ້າ 10 ລວມ​ທັງ​ສັດ​ຕ່າງ​ໆ​ທີ່​ຢູ່​ນຳ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ນົກ ສັດ​ບ້ານ ຫຼື​ສັດ​ອື່ນ​ໆ​ທັງ​ໝົດ​ທີ່​ອອກ​ມາ​ຈາກ​ເຮືອ.+ 11 ເຮົາ​ສັນຍາ​ກັບ​ເຈົ້າ​ວ່າ ເຮົາ​ຈະ​ບໍ່ທຳລາຍ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ດ້ວຍນ້ຳຖ້ວມ​ອີກ ແລະ​ເຮົາ​ຈະ​ບໍ່ທຳລາຍ​ໂລກ​ດ້ວຍ​ນ້ຳຖ້ວມອີກ​ຈັກ​ເທື່ອ.”+

12 ພະເຈົ້າ​ເວົ້າ​ຕື່ມ​ອີກ​ວ່າ: “ນີ້​ເປັນ​ສັນຍະລັກ​ຂອງ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ ແລະ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ທີ່​ຢູ່​ກັບ​ເຈົ້າ ສັນຍາ​ນີ້​ຈະ​ໃຊ້​ໄດ້​ຕະຫຼອດ​ທຸກ​ຍຸກ​ທຸກ​ສະໄໝ. 13 ເຮົາ​ຈະ​ໃຫ້​ມີ​ຮຸ້ງ​ຢູ່​ເທິງ​ຟ້າ​ເພື່ອ​ເປັນ​ສັນຍະລັກ​ຂອງ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ໂລກ. 14 ທຸກ​ໆ​ເທື່ອທີ່​ເຮົາ​ໃຫ້​ມີ​ຂີ້ເຝື້ອ​ຢູ່​ເທິງ​ຟ້າ​ກໍ​ຈະ​ມີ​ຮຸ້ງ​ຢູ່​ຫັ້ນ. 15 ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ເຈົ້າ​ແລະ​ກັບ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ ເຮົາ​ຈະ​ບໍ່​ລືມ​ແນ່ນອນ. ເຮົາ​ຈະ​ບໍ່ທຳລາຍ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ດ້ວຍ​ນ້ຳຖ້ວມ​ອີກ​ຈັກ​ເທື່ອ.+ 16 ເມື່ອມີ​ຮຸ້ງ​ຢູ່​ເທິງ​ຟ້າ​ເຮົາ​ກໍ​ຈະ​ເຫັນ ແລະ​ຈະ​ຈື່​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ທຸກ​ສິ່ງ​ທີ່​ມີ​ຊີວິດ​ຢູ່ໃນ​ໂລກ.”

17 ພະເຈົ້າ​ກໍ​ເວົ້າ​ກັບ​ໂນອາ​ອີກ​ເທື່ອ​ໜຶ່ງ​ວ່າ: “ນີ້​ເປັນ​ສັນຍະລັກ​ຂອງ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ທຸກ​ສິ່ງ​ທີ່​ມີ​ຊີວິດ​ຢູ່ໃນ​ໂລກ.”+

18 ພວກ​ລູກ​ຊາຍ​ຂອງ​ໂນອາ​ທີ່​ເຄີຍ​ຢູ່​ນຳ​ກັນ​ໃນ​ເຮືອ​ມີ​ເຊມ ຮາມ ແລະ​ຢາເຟດ.+ ຕໍ່ມາ ຮາມ​ກໍ​ໄດ້​ລູກ​ຊາຍ​ຊື່​ການາອານ.+ 19 ສາມ​ຄົນ​ນີ້​ເປັນ​ລູກ​ຂອງ​ໂນອາ. ທຸກ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ກໍ​ມາ​ຈາກ​ເຂົາເຈົ້າ.+

20 ໂນອາ​ກໍ​ເລີ່ມ​ເຮັດ​ໄຮ່​ເຮັດ​ສວນ​ແລະ​ໄດ້​ປູກ​ໝາກ​ລະແຊັງ. 21 ມີ​ມື້​ໜຶ່ງ ລາວ​ໄດ້​ດື່ມ​ເຫຼົ້າ​ແວງ​ແລ້ວ​ກໍ​ເມົາ ແລະ​ລາວ​ກໍ​ນອນ​ປະ​ເປືອຍ​ຢູ່​ໃນ​ເຕັ້ນ. 22 ຮາມ​ທີ່​ມີ​ລູກ​ຊື່​ການາອານ​ໄດ້​ເຫັນ​ພໍ່​ຂອງ​ໂຕ​ເອງ​ນອນ​ປະ​ເປືອຍ​ຢູ່ ລາວ​ຈຶ່ງໄປ​ບອກ​ອ້າຍ​ທັງ​ສອງ​ຄົນ​ທີ່​ຢູ່​ທາງ​ນອກ. 23 ເຊມ​ແລະ​ຢາເຟດ​ໄດ້​ເອົາ​ຜ້າ​ຜືນ​ໜຶ່ງປົກ​ບ່າຂອງ​ເຂົາເຈົ້າ​ແລະ​ຍ່າງ​ຖອຍ​ຫຼັງ​ເຂົ້າໄປ ແລ້ວ​ເອົາ​ຜ້າ​ຜືນ​ນັ້ນ​ປົກ​ພໍ່​ທີ່​ນອນ​ປະ​ເປືອຍ​ຢູ່​ໂດຍ​ບໍ່​ໄດ້​ແນມ​ເບິ່ງ ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ເຫັນ​ພໍ່​ປະ​ເປືອຍ.

24 ເມື່ອ​ໂນອາ​ຕື່ນ​ຂຶ້ນ​ແລະ​ສ່ວງ​ເມົາ​ແລ້ວ ລາວ​ກໍ​ຮູ້​ວ່າ​ລູກ​ຫຼ້າ​ໄດ້​ເຮັດ​ຫຍັງ 25 ລາວ​ຈຶ່ງ​ເວົ້າ​ວ່າ:

“ຂໍ​ໃຫ້​ການາອານ​ຖືກສາບ​ແຊ່ງ.+

ຂໍ​ໃຫ້​ລາວ​ເປັນທາດຂອງ​ພວກ​ອ້າຍ.”+

26 ໂນອາ​ຍັງ​ເວົ້າ​ອີກວ່າ:

“ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຊມ​ໄດ້​ຮັບ​ຄຳ​ສັນລະເສີນ

ແລະ​ຂໍ​ໃຫ້​ການາອານ​ມາ​ເປັນ​ທາດ​ຂອງ​ເຊມ.+

27 ຂໍ​ພະເຈົ້າ​ໃຫ້​ຢາເຟດ​ມີ​ດິນ​ຫຼາຍ​ໆ​

ແລະ​ຂໍ​ໃຫ້​ລາວ​ຢູ່​ໃນ​ເຕັ້ນ​ຂອງ​ເຊມ​ນຳ.

ຂໍ​ໃຫ້​ການາອານ​ມາ​ເປັນ​ທາດ​ຂອງ​ຢາເຟດ​ຄື​ກັນ.”

28 ຫຼັງ​ຈາກ​ນ້ຳຖ້ວມ​ໂລກ​ໂນອາ​ກໍ​ມີ​ອາຍຸ​ຕໍ່​ໄປ​ອີກ 350 ປີ.+ 29 ໂນອາ​ຕາຍ​ຕອນ​ອາຍຸ 950 ປີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌