ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ
3 ພີ່ນ້ອງຄາລາເຕຍເອີ້ຍ ພວກເຈົ້າຄິດແນວໃດ? ຜູ້ໃດຫຼອກລວງພວກເຈົ້າໃຫ້ຫຼົງຕິດຕາມອິດທິພົນຊົ່ວແບບນີ້?+ ພວກເຮົາໄດ້ອະທິບາຍໃຫ້ພວກເຈົ້າເຂົ້າໃຈຈົນເຫັນພາບແລ້ວບໍ່ແມ່ນບໍກ່ຽວກັບເລື່ອງທີ່ພະເຢຊູຄລິດຖືກຄຶງໄວ້ເທິງເສົາ?+ 2 ຂ້ອຍຂໍຖາມພວກເຈົ້າເລື່ອງໜຶ່ງ. ພວກເຈົ້າໄດ້ຮັບພະລັງຂອງພະເຈົ້າຍ້ອນພວກເຈົ້າເຮັດຕາມກົດໝາຍຂອງໂມເຊ ຫຼືຍ້ອນພວກເຈົ້າສະແດງຄວາມເຊື່ອໃນຂ່າວດີທີ່ພວກເຈົ້າໄດ້ຍິນ?+ 3 ພວກເຈົ້າຄິດບໍ່ເປັນບໍ? ພວກເຈົ້າເລີ່ມຕົ້ນໂດຍເພິ່ງພະລັງຂອງພະເຈົ້າ ແລ້ວຕອນນີ້ພວກເຈົ້າຈະເຮັດໃຫ້ສຳເລັດໂດຍເພິ່ງກຳລັງຂອງມະນຸດບໍ?+ 4 ຄວາມທຸກຫຼາຍຢ່າງທີ່ພວກເຈົ້າເຈິບໍ່ມີຄວາມໝາຍເລີຍບໍ? ຂ້ອຍໝັ້ນໃຈວ່າບໍ່ແມ່ນແບບນັ້ນ. 5 ແລ້ວຄົນທີ່ຊ່ວຍພວກເຈົ້າໃຫ້ໄດ້ຮັບພະລັງຂອງພະເຈົ້າແລະເຮັດການອັດສະຈັນ+ໃນພວກເຈົ້າເດ ເປັນຫຍັງລາວເຮັດແບບນັ້ນ? ຍ້ອນພວກເຈົ້າເຮັດຕາມກົດໝາຍຂອງໂມເຊ ຫຼືຍ້ອນພວກເຈົ້າສະແດງຄວາມເຊື່ອໃນຂ່າວດີທີ່ພວກເຈົ້າໄດ້ຍິນ? 6 ໃຫ້ຄິດເຖິງເລື່ອງຂອງອັບຣາຮາມ. ລາວ “ເຊື່ອໃນພະເຢໂຫວາ* ເພິ່ນຈຶ່ງຖືວ່າລາວເຮັດສິ່ງທີ່ດີ.”+
7 ພວກເຈົ້າກໍຮູ້ວ່າຄົນທີ່ໃຊ້ຊີວິດຕາມຄວາມເຊື່ອເປັນລູກຫຼານຂອງອັບຣາຮາມ.+ 8 ພະຄຳພີບອກລ່ວງໜ້າວ່າ ພະເຈົ້າຍອມຮັບຄົນຕ່າງຊາດຍ້ອນເຂົາເຈົ້າມີຄວາມເຊື່ອ. ພະຄຳພີບອກຂ່າວດີນັ້ນກັບອັບຣາຮາມໄວ້ກ່ອນວ່າ: “ຄົນທຸກຊາດຈະໄດ້ຮັບພອນຍ້ອນເຈົ້າ.”+ 9 ດັ່ງນັ້ນ ຄົນທີ່ໃຊ້ຊີວິດຕາມຄວາມເຊື່ອຈຶ່ງໄດ້ຮັບພອນຄືກັບອັບຣາຮາມຜູ້ມີຄວາມເຊື່ອ.+
10 ທຸກຄົນທີ່ຫວັງເພິ່ງການເຮັດຕາມກົດໝາຍຂອງໂມເຊກໍຖືກສາບແຊ່ງ ຍ້ອນພະຄຳພີບອກໄວ້ວ່າ: “ທຸກຄົນທີ່ບໍ່ເຮັດຕາມທຸກສິ່ງທີ່ຂຽນໄວ້ໃນມ້ວນໜັງສືກົດໝາຍນີ້ກໍຈະຖືກສາບແຊ່ງ.”+ 11 ພວກເຮົາຮູ້ວ່າກົດໝາຍຂອງໂມເຊບໍ່ໄດ້ເຮັດໃຫ້ພະເຈົ້າຍອມຮັບຜູ້ໃດໄດ້+ ເພາະ “ຄົນດີຈະມີຊີວິດຢູ່ຍ້ອນລາວມີຄວາມເຊື່ອ.”+ 12 ກົດໝາຍຂອງໂມເຊບໍ່ໄດ້ຮຽກຮ້ອງໃຫ້ມີຄວາມເຊື່ອ ມີແຕ່ບອກວ່າ “ທຸກຄົນທີ່ເຮັດຕາມກົດໝາຍຈະໄດ້ຊີວິດ.”+ 13 ພະຄລິດຊື້ພວກເຮົາ+ແລະເຮັດໃຫ້ພວກເຮົາພົ້ນ+ຈາກຄຳສາບແຊ່ງໃນກົດໝາຍຂອງໂມເຊໂດຍທີ່ເພິ່ນຍອມຖືກສາບແຊ່ງແທນພວກເຮົາ. ຄືກັບທີ່ພະຄຳພີບອກໄວ້ວ່າ: “ທຸກຄົນທີ່ຖືກຄຶງໄວ້ເທິງເສົາກໍຖືກສາບແຊ່ງ.”+ 14 ພອນທີ່ພະເຈົ້າສັນຍາໄວ້ກັບອັບຣາຮາມຈຶ່ງໄປເຖິງຄົນຕ່າງຊາດໂດຍທາງພະຄລິດເຢຊູ+ ແລະພວກເຮົາຈຶ່ງໄດ້ຮັບພະລັງຂອງພະເຈົ້າຕາມທີ່ເພິ່ນສັນຍາໄວ້+ຍ້ອນພວກເຮົາມີຄວາມເຊື່ອ.
15 ພີ່ນ້ອງເອີ້ຍ ຂ້ອຍຂໍຍົກຕົວຢ່າງປຽບທຽບເລື່ອງໜຶ່ງ. ເມື່ອຄົນເຮົາເຮັດສັນຍາກັນແລ້ວກໍບໍ່ມີຜູ້ໃດຍົກເລີກຫຼືຕື່ມໃສ່ໄດ້. 16 ມັນກໍຄືກັບຄຳສັນຍາທີ່ພະເຈົ້າເຮັດກັບອັບຣາຮາມແລະກັບລູກຫຼານຂອງລາວ.+ ພະຄຳພີບໍ່ໄດ້ບອກວ່າເພິ່ນສັນຍາກັບ “ລູກຫຼານຂອງເຈົ້າທຸກຄົນ” ແຕ່ບອກວ່າເພິ່ນສັນຍາກັບ “ລູກຫຼານຂອງເຈົ້າ” ຜູ້ດຽວ. ຜູ້ນັ້ນແມ່ນພະຄລິດ.+ 17 ຂ້ອຍໝາຍຄວາມວ່າ ກົດໝາຍຂອງໂມເຊທີ່ຕັ້ງຂຶ້ນຫຼັງຈາກນັ້ນ 430 ປີ+ບໍ່ໄດ້ເຮັດໃຫ້ສັນຍາທີ່ພະເຈົ້າເຮັດໄວ້ຖືກຍົກເລີກ ແລະຄຳສັນຍາຂອງເພິ່ນກໍບໍ່ຖືກລົບລ້າງ. 18 ຖ້າຄົນເຮົາໄດ້ຮັບມໍລະດົກຕາມກົດໝາຍ ນັ້ນກໍບໍ່ແມ່ນມໍລະດົກທີ່ໄດ້ຮັບຕາມຄຳສັນຍາ ແຕ່ພະເຈົ້າເອົາມໍລະດົກໃຫ້ອັບຣາຮາມຕາມຄຳສັນຍາ.+
19 ຄັນຊັ້ນ ເປັນຫຍັງຕ້ອງມີກົດໝາຍຂອງໂມເຊ? ກົດໝາຍນັ້ນເພີ່ມເຂົ້າມາເພື່ອໃຫ້ເຫັນແຈ້ງວ່າຄົນເຮົາເຮັດຜິດ+ ແລະກົດໝາຍນັ້ນຈະຢູ່ຊົ່ວຄາວຈົນກວ່າລູກຫຼານຜູ້ທີ່ໄດ້ຮັບຄຳສັນຍານັ້ນຈະມາ.+ ພະເຈົ້າໃຫ້ກົດໝາຍນັ້ນກັບທູດສະຫວັນ+ ແລະເຂົາເຈົ້າບອກກົດໝາຍນັ້ນໃຫ້ປະຊາຊົນຮູ້ຜ່ານທາງຄົນກາງ.+ 20 ປົກກະຕິແລ້ວ ສັນຍາທີ່ເຮັດແຕ່ຝ່າຍດຽວບໍ່ຕ້ອງມີຄົນກາງ ແລະພະເຈົ້າເປັນຝ່າຍດຽວທີ່ໃຫ້ຄຳສັນຍານັ້ນ. 21 ຖ້າເປັນແນວນັ້ນ ກົດໝາຍຂອງໂມເຊຂັດກັບຄຳສັນຍາຂອງພະເຈົ້າບໍ? ບໍ່ແມ່ນ! ຖ້າກົດໝາຍເຮັດໃຫ້ຄົນເຮົາໄດ້ຊີວິດ ພະເຈົ້າຄືຊິຍອມຮັບພວກເຮົາຍ້ອນກົດໝາຍນັ້ນ. 22 ແຕ່ພະຄຳພີເຮັດໃຫ້ເຫັນວ່າທຸກຄົນຕົກຢູ່ໃຕ້ອຳນາດຂອງບາບ ແລະນັ້ນເຮັດໃຫ້ຄົນທີ່ສະແດງຄວາມເຊື່ອໃນພະເຢຊູຄລິດໄດ້ຮັບສິ່ງດີໆທີ່ພະເຈົ້າສັນຍາໄວ້.
23 ແຕ່ກ່ອນທີ່ຄວາມເຊື່ອແທ້ຈະມາ ພວກເຮົາໄດ້ຮັບການເບິ່ງແຍງແລະປົກປ້ອງຈາກກົດໝາຍຂອງໂມເຊ. ພວກເຮົາລໍຖ້າຢາກເຫັນຄວາມເຊື່ອແທ້ຖືກເປີດເຜີຍ.+ 24 ກົດໝາຍຂອງໂມເຊຈຶ່ງເປັນຜູ້ເບິ່ງແຍງທີ່ພາພວກເຮົາໄປຫາພະຄລິດ+ ເພື່ອພະເຈົ້າຈະຍອມຮັບພວກເຮົາໄດ້ຍ້ອນພວກເຮົາມີຄວາມເຊື່ອ.+ 25 ແຕ່ຕອນນີ້ຄວາມເຊື່ອແທ້ມາແລ້ວ+ ພວກເຮົາຈຶ່ງບໍ່ຕ້ອງມີຜູ້ເບິ່ງແຍງອີກຕໍ່ໄປ.+
26 ທີ່ຈິງ ພວກເຈົ້າທຸກຄົນເປັນລູກຂອງພະເຈົ້າ+ຍ້ອນພວກເຈົ້າມີຄວາມເຊື່ອໃນພະຄລິດເຢຊູ.+ 27 ພວກເຈົ້າທຸກຄົນຮັບບັບເຕມາເພື່ອເປັນອັນໜຶ່ງອັນດຽວກັບພະຄລິດ ແລະປູກຝັງນິດໄສແບບພະຄລິດແລ້ວ.+ 28 ບໍ່ມີການແບ່ງແຍກລະຫວ່າງຄົນຢິວກັບຄົນກຣີກ+ ຄົນທີ່ເປັນທາດກັບຄົນທີ່ມີອິດສະຫຼະ+ ຜູ້ຊາຍກັບຜູ້ຍິງ+ ຍ້ອນພວກເຈົ້າທຸກຄົນເປັນລູກສິດຂອງພະຄລິດເຢຊູທີ່ເປັນອັນໜຶ່ງອັນດຽວກັນ.+ 29 ຖ້າພວກເຈົ້າເປັນຄົນຂອງພະຄລິດ ພວກເຈົ້າກໍເປັນລູກຫຼານຂອງອັບຣາຮາມແທ້ໆ+ ແລະເປັນຜູ້ຮັບມໍລະດົກ+ຕາມທີ່ພະເຈົ້າສັນຍາໄວ້.+