ຂ່າວຄາວສະບັບທີໜຶ່ງ
15 ດາວິດສ້າງວັງຫຼາຍຫຼັງຢູ່ເມືອງຂອງດາວິດ ແລະກຽມເຕັ້ນເພື່ອເປັນບ່ອນມ້ຽນຫີບສັນຍາຂອງພະເຈົ້າທ່ຽງແທ້.+ 2 ແລ້ວດາວິດກໍເວົ້າວ່າ: “ຢ່າໃຫ້ໃຜຫາມຫີບສັນຍາຂອງພະເຈົ້າທ່ຽງແທ້ນອກຈາກພວກເລວີ ຍ້ອນພະເຢໂຫວາໄດ້ເລືອກເຂົາເຈົ້າໃຫ້ຫາມຫີບສັນຍາຂອງພະເຢໂຫວາແລະຮັບໃຊ້ເພິ່ນຕະຫຼອດໄປ.”+ 3 ຈາກນັ້ນ ດາວິດກໍໃຫ້ພວກອິດສະຣາເອນທຸກຄົນມາລວມກັນຢູ່ເມືອງເຢຣູຊາເລັມເພື່ອໄປເອົາຫີບສັນຍາຂອງພະເຢໂຫວາມາມ້ຽນຢູ່ບ່ອນທີ່ລາວໄດ້ກຽມໄວ້.+
4 ດາວິດເອີ້ນພວກລູກຫຼານຂອງອາໂຣນ+ກັບພວກເລວີມາຊ່ວຍ.+ 5 ຈາກລູກຫຼານຂອງໂກຮາດ ດາວິດເລືອກອຸຣີເອນທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 120 ຄົນ. 6 ຈາກລູກຫຼານຂອງເມຣາຣີ ດາວິດເລືອກອາສາຢາ+ທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 220 ຄົນ. 7 ຈາກລູກຫຼານຂອງເກໂຊມ ດາວິດເລືອກໂຢເອນ+ທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 130 ຄົນ. 8 ຈາກລູກຫຼານຂອງເອລີຊາຟັນ+ ດາວິດເລືອກເຊມາຢາທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 200 ຄົນ. 9 ຈາກລູກຫຼານຂອງເຮັບໂຣນ ດາວິດເລືອກເອລີເອນທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 80 ຄົນ. 10 ຈາກລູກຫຼານຂອງອຸດຊີເອນ+ ດາວິດເລືອກອຳມີນາດາບທີ່ເປັນຫົວໜ້າແລະພວກພີ່ນ້ອງຂອງລາວ 112 ຄົນ. 11 ຈາກນັ້ນ ດາວິດໄດ້ເອີ້ນປະໂລຫິດຊາໂດກ+ກັບປະໂລຫິດອາບີອາທາ+ແລະພວກເລວີເຊິ່ງມີ: ອຸຣີເອນ ອາສາຢາ ໂຢເອນ ເຊມາຢາ ເອລີເອນ ແລະອຳມີນາດາບໃຫ້ມາຫາລາວ. 12 ແລ້ວດາວິດກໍເວົ້າວ່າ: “ພວກເຈົ້າເປັນຫົວໜ້າໃນຈຸ້ມເຈື້ອຕ່າງໆທີ່ເປັນລູກຫຼານຂອງພວກເລວີ ໃຫ້ພວກເຈົ້າກັບພີ່ນ້ອງຂອງພວກເຈົ້າເຮັດໃຫ້ໂຕເອງສະອາດ* ແລ້ວເອົາຫີບສັນຍາຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນມາມ້ຽນຢູ່ບ່ອນທີ່ຂ້ອຍກຽມໄວ້. 13 ເທື່ອແລ້ວນີ້ພວກເຮົາບໍ່ໄດ້ຊອກວິທີທີ່ຈະເອົາຫີບສັນຍາມາຢ່າງຖືກຕ້ອງ+ແລະພວກເຈົ້າກໍບໍ່ໄດ້ຫາມຫີບສັນຍາມາ+ ພະເຢໂຫວາຈຶ່ງໃຈຮ້າຍໃຫ້ພວກເຮົາຫຼາຍ.”+ 14 ພວກປະໂລຫິດກັບພວກເລວີຈຶ່ງເຮັດໃຫ້ໂຕເອງສະອາດເພື່ອຈະໄປເອົາຫີບສັນຍາຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນມາ.
15 ພວກເລວີກໍໃຊ້ໄມ້ຫາມຫີບສັນຍາຂອງພະເຈົ້າທ່ຽງແທ້ມາ+ຕາມທີ່ພະເຢໂຫວາສັ່ງໄວ້ຜ່ານທາງໂມເຊ. 16 ດາວິດຍັງບອກພວກຫົວໜ້າຂອງຕະກູນເລວີໄປແຕ່ງຕັ້ງພີ່ນ້ອງຂອງເຂົາເຈົ້າໃຫ້ເປັນນັກຮ້ອງເພື່ອຮ້ອງເພງໃຫ້ມ່ວນໆ ແລະໃຫ້ເປັນນັກດົນຕີເພື່ອຫຼິ້ນເຄື່ອງດົນຕີທີ່ມີສາຍ ດີດພິນ+ ແລະຕີແສ່ງ.+
17 ພວກເລວີກໍໄປແຕ່ງຕັ້ງເຮມານ+ລູກຊາຍຂອງໂຢເອນ ອາສັບ+ລູກຊາຍຂອງເບເຣກີຢາ ແລະເອທານ+ລູກຊາຍຂອງກູຊາຢາທີ່ເປັນລູກຫຼານຂອງເມຣາຣີ. 18 ນອກຈາກນັ້ນຍັງມີກຸ່ມທີ 2+ ທີ່ຊ່ວຍເຂົາເຈົ້າເຊິ່ງມີ: ເຊຄາຣີຢາ ເບັນ ຢາອາຊີເອນ ເຊມີຣາໂມດ ເຢຮີເອນ ອຸນນີ ເອລີອາບ ເບນາຢາ ມາອາເສຢາ ມັດຕີທີຢາ ເອລີເຟເລຮູ ມິກເນຢາ ໂອເບັດເອໂດມ ກັບເຢອີເອນທີ່ເປັນຄົນຍາມປະຕູ. 19 ເຮມານ+ ອາສັບ+ ແລະເອທານຈະຮ້ອງເພງແລະຕີແສ່ງທີ່ເປັນທອງແດງໄປນຳ.+ 20 ເຊຄາຣີຢາ ອາຊີເອນ ເຊມີຣາໂມດ ເຢຮີເອນ ອຸນນີ ເອລີອາບ ມາອາເສຢາ ແລະເບນາຢາຈະຫຼິ້ນເຄື່ອງດົນຕີທີ່ມີສາຍທີ່ປັບເປັນສຽງສູງ.*+ 21 ມັດຕີທີຢາ+ ເອລີເຟເລຮູ ມິກເນຢາ ໂອເບັດເອໂດມ ເຢອີເອນ ແລະອາຊາຊີຢາຈະດີດພິນທີ່ປັບເປັນສຽງຕ່ຳ*+ເພື່ອນຳໜ້ານັກດົນຕີຄົນອື່ນໆ. 22 ເກນານີຢາ+ທີ່ເປັນຫົວໜ້າພວກເລວີຈະເປັນຜູ້ເບິ່ງແຍງການຫາມຫີບມາ ຍ້ອນວ່າລາວຮູ້ເລື່ອງນີ້ດີ. 23 ເບເຣກີຢາແລະເອນການາຈະເປັນຜູ້ເຝົ້າຫີບສັນຍາ. 24 ເຊບານີຢາ ໂຢຊາຟັດ ເນທາເນນ ອາມາຊາຍ ເຊຄາຣີຢາ ເບນາຢາ ແລະເອລີເອເຊທີ່ເປັນປະໂລຫິດຈະຍ່າງອອກໜ້າຫີບສັນຍາຂອງພະເຈົ້າທ່ຽງແທ້ແລ້ວເປົ່າແກດັງໆ.+ ສ່ວນໂອເບັດເອໂດມກັບເຢຮີຢາຈະເປັນຜູ້ເຝົ້າຫີບສັນຍາ.
25 ແລ້ວດາວິດກັບພວກຜູ້ນຳຂອງອິດສະຣາເອນແລະພວກຫົວໜ້າກອງພັນກໍຍ່າງໄປເຮືອນຂອງໂອເບັດເອໂດມ+ຢ່າງມີຄວາມສຸກ+ເພື່ອເອົາຫີບສັນຍາຂອງພະເຢໂຫວາມາ. 26 ຍ້ອນພະເຈົ້າທ່ຽງແທ້ຊ່ວຍພວກເລວີໃຫ້ຫາມຫີບສັນຍາຂອງພະເຢໂຫວາມາ ເຂົາເຈົ້າຈຶ່ງເອົາງົວໂຕຜູ້ 7 ໂຕ ແລະແກະໂຕຜູ້ 7 ໂຕມາເຜົາເປັນເຄື່ອງບູຊາໃຫ້ເພິ່ນ.+ 27 ດາວິດນຸ່ງເສື້ອແຂນກິ້ນທີ່ເຮັດຈາກຜ້າເນື້ອດີ. ພວກເລວີທີ່ຫາມຫີບສັນຍາ ພວກນັກຮ້ອງກັບເກນານີຢາທີ່ເປັນຜູ້ເບິ່ງແຍງການຫາມຫີບມາແລະເບິ່ງແຍງພວກນັກຮ້ອງກໍນຸ່ງເສື້ອແຂນກິ້ນຄືກັນ. ດາວິດຍັງນຸ່ງເອໂຟດ*ທີ່ເຮັດຈາກຜ້າລີນິນ.+ 28 ພວກອິດສະຣາເອນທຸກຄົນທີ່ໄປເອົາຫີບສັນຍາຂອງພະເຢໂຫວາມາໄດ້ພາກັນຮ້ອງດ້ວຍຄວາມດີໃຈ.+ ເຂົາເຈົ້າເປົ່າແກເຂົາສັດກັບແກອື່ນໆ+ ຕີແສ່ງ ແລະຫຼິ້ນເຄື່ອງດົນຕີທີ່ມີສາຍກັບດີດພິນສຽງດັງໆ.+
29 ແຕ່ເມື່ອຫີບສັນຍາຂອງພະເຢໂຫວາເຂົ້າມາໃນເມືອງຂອງດາວິດ+ ມີການ+ລູກສາວຂອງຊາອູນແນມລົງມາທາງປ່ອງຢ້ຽມແລະເຫັນກະສັດດາວິດກຳລັງສະຫຼອງແລະເຕັ້ນໄປເຕັ້ນມາ ລາວກໍດູຖູກດາວິດໃນໃຈ.+