ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ໄພ​ພິບັດ​ທີ 8: ຝູງ​ຕັກກະແຕນ (1-20)

      • ໄພ​ພິບັດ​ທີ 9: ຄວາມ​ມືດ​ສະໜິດ (21-29)

ອົບພະຍົບ 10:1

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:21; 9:34
  • +ອພຍ 9:15, 16; ພສ 78:12; ຣມ 9:17

ອົບພະຍົບ 10:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:3, 8; ພບຍ 4:9; 6:20-22; ພສ 44:1

ອົບພະຍົບ 10:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:17

ອົບພະຍົບ 10:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:31, 32

ອົບພະຍົບ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:24

ອົບພະຍົບ 10:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊິ​ເປັນ​ກັບດັກ​ຈັບ​ພວກ​ເຮົາ​ໄປ​ອີກ​ດົນ​ປານ​ໃດ?”

ອົບພະຍົບ 10:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:25, 26
  • +ອພຍ 3:18; 5:1

ອົບພະຍົບ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:31, 32

ອົບພະຍົບ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:46
  • +ອພຍ 10:5; ພສ 105:34, 35

ອົບພະຍົບ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:30, 31

ອົບພະຍົບ 10:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3; 11:10; ຣມ 9:17, 18

ອົບພະຍົບ 10:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:28

ອົບພະຍົບ 10:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:21, 22; 9:3, 6, 26; 11:7; 12:13

ອົບພະຍົບ 10:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:28; 9:28

ອົບພະຍົບ 10:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:18; 5:3

ອົບພະຍົບ 10:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:21; 14:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 10:1ອພຍ 4:21; 9:34
ອພຍ. 10:1ອພຍ 9:15, 16; ພສ 78:12; ຣມ 9:17
ອພຍ. 10:2ອພຍ 13:3, 8; ພບຍ 4:9; 6:20-22; ພສ 44:1
ອພຍ. 10:3ອພຍ 9:17
ອພຍ. 10:5ອພຍ 9:31, 32
ອພຍ. 10:6ອພຍ 9:24
ອພຍ. 10:9ອພຍ 10:25, 26
ອພຍ. 10:9ອພຍ 3:18; 5:1
ອພຍ. 10:10ອພຍ 12:31, 32
ອພຍ. 10:14ພສ 78:46
ອພຍ. 10:14ອພຍ 10:5; ພສ 105:34, 35
ອພຍ. 10:18ອພຍ 8:30, 31
ອພຍ. 10:20ອພຍ 7:3; 11:10; ຣມ 9:17, 18
ອພຍ. 10:22ພສ 105:28
ອພຍ. 10:23ອພຍ 8:21, 22; 9:3, 6, 26; 11:7; 12:13
ອພຍ. 10:24ອພຍ 8:28; 9:28
ອພຍ. 10:25ອພຍ 3:18; 5:3
ອພຍ. 10:27ອພຍ 4:21; 14:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 10:1-29

ອົບພະຍົບ

10 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ເຮົາ​ປ່ອຍ​ໃຫ້​ຟາໂຣ*ກັບ​ຄົນ​ຂອງ​ລາວ​ເປັນ​ຄົນ​ຫົວ​ແຂງ​ຈົນ​ມາ​ຮອດ​ຕອນ​ນີ້+ ຍ້ອນ​ເຮົາ​ຢາກ​ໃຫ້​ພວກ​ເຂົາ​ເຫັນ​ລິດ​ເດດ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ+ 2 ແລະ​ຍ້ອນ​ເຮົາ​ຢາກ​ໃຫ້​ເຈົ້າ​ເລົ່າ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ຟັງ​ວ່າ ເຮົາ​ໃຊ້​ລິດ​ເດດ​ເຮັດ​ຫຍັງ​ແດ່+ ແລະ​ລົງໂທດ​ພວກ​ເອຢິບ​ໜັກ​ຫຼາຍ​ສ່ຳ​ໃດ ແລ້ວ​ເຈົ້າ​ຊິ​ໄດ້​ຮູ້​ແທ້​ໆ​ວ່າ​ເຮົາ​ແມ່ນ​ເຢໂຫວາ.”

3 ໂມເຊ​ກັບ​ອາໂຣນ​ໄປ​ຫາ​ຟາໂຣ​ແລະ​ບອກ​ລາວ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຄົນ​ເຮັບເຣີ​ເວົ້າ​ແນວ​ນີ້. ‘ມື້​ໃດ​ເຈົ້າ​ຊິ​ຍອມ​ຟັງ​ເຮົາ?+ ປ່ອຍ​ຄົນ​ຂອງ​ເຮົາ​ໄປ​ເພື່ອ​ເຂົາ​ເຈົ້າ​ຊິ​ໄດ້​ນະມັດສະການ​ເຮົາ. 4 ຄັນ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ​ໄປ ມື້​ອື່ນ​ເຮົາ​ຊິ​ໃຫ້ຝູງ​ຕັກກະແຕນ​ມາ​ຢູ່​ໃນ​ແຜ່ນດິນ​ຂອງ​ເຈົ້າ. 5 ພວກ​ມັນ​ຈະ​ຢູ່​ທົ່ວ​ທຸກ​ບ່ອນ​ຈົນ​ແນມ​ບໍ່​ເຫັນ​ໜ້າ​ດິນ​ເລີຍ. ພວກ​ມັນ​ຊິ​ກິນ​ພືດ​ທຸກ​ຢ່າງທີ່​ເຫຼືອ​ຈາກ​ໝາກ​ເຫັບ​ຕົກ​ເທື່ອ​ແລ້ວ​ນີ້ ແລະ​ພວກ​ມັນ​ກໍ​ຊິ​ກິນ​ຕົ້ນ​ໄມ້​ທຸກ​ຕົ້ນ​ຢູ່​ໃນ​ທົ່ງ.+ 6 ຝູງ​ຕັກກະແຕນ​ຊິ​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ໃນ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້​ຂອງ​ເຈົ້າ ແລະ​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ. ພວກ​ມັນ​ຈະ​ມີ​ຫຼາຍ​ອີ່ຫຼີ. ແມ່ນ​ແຕ່​ພໍ່​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ກໍ​ຍັງ​ບໍ່​ເຄີຍ​ເຫັນຈັກ​ເທື່ອ.’”+ ເມື່ອ​ເວົ້າ​ຈົບ​ແລ້ວ ໂມເຊ​ກໍ​ອອກ​ໄປ​ຈາກ​ວັງ​ຂອງ​ຟາໂຣ.

7 ຄົນ​ຮັບ​ໃຊ້​ຂອງ​ຟາໂຣ​ເວົ້າ​ກັບ​ລາວ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ຊິ​ເຮັດ​ໃຫ້​ພວກ​ເຮົາ​ເດືອດ​ຮ້ອນ*ໄປ​ອີກ​ດົນ​ປານ​ໃດ? ໃຫ້​ພວກ​ເຂົາ​ໄປ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຂົາ​ໂລດ. ທ່ານ​ເຫັນ​ບໍ ແຜ່ນດິນ​ຂອງ​ພວກ​ເຮົາ​ເສຍຫາຍ​ຫຼາຍ​ສ່ຳ​ໃດ​ແລ້ວ?” 8 ຟາໂຣ​ກໍ​ເລີຍ​ໃຫ້​ຄົນ​ໄປ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ​ອີກ​ແລະ​ເວົ້າ​ວ່າ: “ໄປ​ສະ ໄປ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ແຕ່​ບອກ​ຂ້ອຍ​ມາ​ເບິ່ງ​ດຸ​ວ່າ​ມີ​ໃຜ​ແດ່​ຊິ​ໄປ?” 9 ໂມເຊ​ຕອບ​ວ່າ: “ມີ​ເດັກ​ນ້ອຍ ຜູ້​ເຖົ້າ ລູກ​ຊາຍ​ລູກສາວ ແກະ​ແລະ​ງົວ​ຂອງ​ພວກ​ເຮົາ+ ເພາະ​ພວກ​ເຮົາ​ຊິ​ຈັດ​ງານ​ລ້ຽງ​ສະຫຼອງ​ໃຫ້​ພະ​ເຢໂຫວາ.”+ 10 ຟາໂຣ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ກຳລັງຊ່ວຍ​ພວກ​ເຈົ້າຊັ້ນ​ເບາະ? ເປັນ​ຫຍັງ​ເຈົ້າ​ຄິດ​ວ່າຂ້ອຍ​ຊິ​ຍອມ​ໃຫ້​ພວກ​ເຈົ້າ​ແລະ​ພວກ​ເດັກ​ນ້ອຍ​ໄປ?+ ຂ້ອຍ​ຮູ້​ເດີ້​ວ່າ​ພວກ​ເຈົ້າ​ມີ​ແຜນ​ຊົ່ວ. 11 ບໍ່​ໄດ້! ຂ້ອຍ​ຊິ​ໃຫ້​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ​ໄປ​ນະມັດສະການ​ພະ​ເຢໂຫວາ. ເຈົ້າ​ຂໍ​ສ່ຳ​ນີ້​ຂ້ອຍ​ກະ​ຊິ​ໃຫ້​ສ່ຳ​ນີ້.” ແລ້ວ​ຟາໂຣ​ກໍ​ໄລ່​ໂມເຊ​ກັບ​ອາໂຣນ​ອອກ​ໄປ.

12 ພະ​ເຢໂຫວາ​ຈຶ່ງ​ບອກ​ໂມເຊ​ວ່າ: “ເດ່​ໄມ້ຄ້ອນເທົ້າຂອງເຈົ້າ​ໄປ​ທາງແຜ່ນດິນ​ເອຢິບ ແລ້ວ​ຝູງ​ຕັກກະແຕນ​ຈະ​ເຂົ້າ​ມາ​ທົ່ວ​ແຜ່ນດິນ​ເອຢິບ. ພວກ​ມັນ​ຈະ​ກິນພືດ​ຜັກທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ຈາກ​ໝາກ​ເຫັບຕົກໃສ່ເທື່ອ​ແລ້ວ​ນີ້.” 13 ໂມເຊ​ເດ່​ໄມ້ຄ້ອນເທົ້າ​ຂອງ​ລາວ​ໄປ​ທາງ​ແຜ່ນດິນ​ເອຢິບ​ທັນທີ. ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ມີ​ລົມ​ພັດ​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ​ໝົດ​ມື້​ໝົດ​ຄືນ. ເຊົ້າ​ມື້​ຕໍ່ມາ ລົມ​ຈາກ​ທາງ​ທິດ​ຕາເວັນ​ອອກ​ນັ້ນ​ໄດ້​ພັດ​ເອົາ​ຕັກກະແຕນ​ເຂົ້າ​ມາ​ນຳ. 14 ແລ້ວ​ຝູງ​ຕັກກະແຕນ​ກໍ​ເຂົ້າ​ມາ​ໃນ​ແຜ່ນດິນ​ເອຢິບ. ພວກ​ມັນ​ພາກັນ​ໄປ​ຢູ່​ທົ່ວ​ແຜ່ນດິນ.+ ພວກ​ມັນ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ.+ ບໍ່​ເຄີຍ​ມີ​ໃຜ​ເຄີຍ​ເຫັນ​ຕັກກະແຕນ​ຫຼາຍ​ປານ​ນີ້ ແລະ​ກໍ​ຊິ​ບໍ່​ມີ​ໃຜ​ໄດ້​ເຫັນ​ຫຼາຍ​ປານ​ນີ້​ອີກ. 15 ຢູ່​ເທິງ​ດິນ​ມີ​ແຕ່​ຕັກກະແຕນ​ເຕັມ​ໄປ​ໝົດ. ພວກ​ມັນ​ມີ​ຫຼາຍ​ຈົນ​ເຮັດ​ໃຫ້​ແຜ່ນດິນ​ມືດ​ໄປ​ໝົດ. ພວກ​ມັນກິນ​ພືດຜັກແລະ​ໝາກ​ໄມ້​ທີ່​ຍັງ​ເຫຼືອ​ຈາກ​ໝາກ​ເຫັບ​ຕົກ​ໃສ່​ຈົນ​ໝົດ. ຢູ່​ຕົ້ນ​ໄມ້​ແລະ​ຕາມ​ທົ່ງ​ຫຍ້າ​ທົ່ວ​ແຜ່ນດິນ​ເອຢິບ​ບໍ່​ມີ​ໃບ​ສີ​ຂຽວ​ເລີຍ.

16 ຟາໂຣ​ເລີຍ​ຟ້າວ​ສົ່ງ​ຄົນ​ໄປ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ​ຫາແລະ​ເວົ້າ​ວ່າ: “ຂ້ອຍ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ​ແລ້ວ. 17 ຂໍ​ຍົກ​ໂທດ​ໃຫ້​ຂ້ອຍ​ເທື່ອ​ນີ້​ເທື່ອ​ດຽວ ແລະ​ອ້ອນວອນ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ຂໍ​ໃຫ້​ເພິ່ນ​ເຮັດ​ໃຫ້​ຝູງ​ຕັກກະແຕນ​ອອກ​ໄປ​ຈາກ​ແຜ່ນດິນ​ນີ້.” 18 ໂມເຊ​ກໍ​ອອກ​ໄປ​ຈາກ​ວັງ​ຂອງ​ຟາໂຣ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ.+ 19 ແລ້ວ​ພະ​ເຢໂຫວາ​ກໍ​ປ່ຽນ​ທິດ​ທາງ​ຂອງ​ລົມ. ເພິ່ນ​ເຮັດ​ໃຫ້​ລົມ​ພັດ​ແຮງ​ມາ​ຈາກ​ທາງ​ທິດ​ຕາ​ເວັນ​ຕົກ ພັດ​ເອົາ​ຝູງ​ຕັກກະແຕນ​ໄປ​ຕົກ​ຢູ່​ທະເລ​ແດງ. ທົ່ວ​ທຸກ​ບ່ອນ​ໃນ​ແຜ່ນດິນ​ເອຢິບ​ບໍ່​ມີ​ຕັກກະແຕນ​ເຫຼືອ​ຈັກ​ໂຕ​ເລີຍ. 20 ແຕ່​ພະ​ເຢໂຫວາກໍ​ປ່ອຍໃຫ້​ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ+ ແລະ​ລາວ​ຍັງ​ບໍ່​ຍອມ​ປ່ອຍ​ພວກ​ອິດສະຣາເອນ​ອອກ​ໄປ.

21 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: “ໃຫ້​ຍົກ​ໄມ້ຄ້ອນເທົ້າຂຶ້ນ​ເທິງ​ຟ້າ​ແລ້ວທົ່ວ​ແຜ່ນດິນ​ເອຢິບ​ກໍ​ຊິ​ມືດ​ຕຶບ.” 22 ໂມເຊ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ເທິງ​ຟ້າ​ທັນທີ ແລ້ວ​ທົ່ວ​ແຜ່ນດິນ​ເອຢິບ​ກໍ​ມືດຕຶບ​ຢູ່ 3 ມື້.+ 23 ຄົນ​ເອຢິບ​ແນມ​ບໍ່​ເຫັນ​ກັນ ແລະ​ຕະຫຼອດ 3 ມື້​ບໍ່​ມີ​ຜູ້​ໃດ​ລຸກ​ຍ່າງ​ໄປ​ໃສ​ເລີຍ. ແຕ່​ບ່ອນ​ທີ່​ພວກ​ອິດສະຣາເອນ​ຢູ່​ພັດ​ມີ​ແສງ​ສະຫວ່າງ.+ 24 ຟາໂຣ​ເລີຍ​ເອີ້ນ​ໂມເຊ​ມາ​ແລະ​ເວົ້າ​ວ່າ: “ພວກ​ເຈົ້າ​ຢາກ​ໄປ​ນະມັດສະການ​ພະ​ເຢໂຫວາ​ກໍ​ໄປ​ໂລດ+ ແຕ່​ໃຫ້​ປະ​ແກະ​ແລະ​ງົວ​ຂອງ​ພວກ​ເຈົ້າ​ໄວ້​ຢູ່​ນີ້. ຄັນ​ຢາກ​ເອົາ​ເດັກ​ນ້ອຍ​ໄປ​ນຳ​ກໍ​ເອົາ​ໄປ.” 25 ແຕ່​ໂມເຊ​ບອກ​ວ່າ: “ພວກ​ເຮົາ​ເຮັດ​ແບບ​ນັ້ນ​ບໍ່​ໄດ້. ທ່ານ​ຕ້ອງ​ໃຫ້​ພວກ​ເຮົາ​ເອົາ​ສັດ​ໄປ​ນຳ ເພື່ອ​ຊິ​ໄດ້ຂ້າ​ເປັນ​ເຄື່ອງ​ບູຊາໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.+ 26 ພວກ​ເຮົາ​ຊິ​ເອົາ​ຝູງ​ສັດ​ຂອງ​ພວກ​ເຮົາ​ໄປ​ນຳ ຊິ​ບໍ່​ປະ​ໄວ້​ຢູ່​ນີ້ຈັກ​ໂຕເລີຍ ເພາະ​ພວກ​ເຮົາ​ຊິໃຊ້​ບາງ​ໂຕ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ຍັງ​ບໍ່​ຮູ້​ເທື່ອ​ວ່າ​ຊິ​ເອົາ​ສັດ​ໂຕ​ໃດ​ບູຊາ​ໃຫ້​ພະ​ເຢໂຫວາ​ຈົນ​ກວ່າ​ພວກ​ເຮົາ​ຊິ​ໄປ​ຮອດ​ບ່ອນ​ນັ້ນ.” 27 ພະ​ເຢໂຫວາ​ປ່ອຍ​ໃຫ້​ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ ແລະ​ລາວ​ກໍ​ບໍ່​ຍອມ​ປ່ອຍ​ພວກ​ອິດສະຣາເອນ​ໄປ.+ 28 ຟາໂຣ​ເວົ້າ​ກັບ​ໂມເຊ​ວ່າ: “ຮີບ​ໜີ​ໄປ​ໄກ​ໆ​ຂ້ອຍ! ຢ່າ​ມາ​ໃຫ້​ຂ້ອຍ​ເຫັນ​ໜ້າ​ອີກ. ຄັນ​ເຈົ້າ​ກັບມາ​ນີ້​ອີກ ຂ້ອຍ​ຊິ​ຂ້າເຈົ້າ​ຖິ້ມ.” 29 ໂມເຊ​ຕອບ​ວ່າ: “ກະ​ໄດ້ ຂ້ອຍ​ຊິ​ບໍ່​ມາ​ໃຫ້​ທ່ານ​ເຫັນ​ໜ້າ​ອີກ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌