ອາໂມດ
5 “ຟັງເດີ້ ພວກອິດສະຣາເອນເອີ້ຍ ຂ້ອຍຈະຮ້ອງເພງໄວ້ອາໄລໃຫ້ພວກເຈົ້າຟັງ.
2 ‘ພວກອິດສະຣາເອນທີ່ເປັນຜູ້ຍິງບໍລິສຸດລົ້ມລົງແລ້ວ.
ລາວລຸກຂຶ້ນອີກບໍ່ໄດ້.
ລາວຖືກປະໄວ້ຢູ່ຂີ້ດິນ.
ບໍ່ມີໃຜໂຈມລາວຂຶ້ນເລີຍ.’
3 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດບອກວ່າ
‘ເມືອງທີ່ສົ່ງທະຫານອອກໄປພັນຄົນຈະມີທະຫານລອດກັບມາແຕ່ຮ້ອຍຄົນ.
ເມືອງທີ່ສົ່ງທະຫານອອກໄປຮ້ອຍຄົນຈະມີທະຫານລອດກັບມາແຕ່ສິບຄົນ. ພວກອິດສະຣາເອນກໍຈະເປັນແນວນັ້ນແຫຼະ.’+
4 ພະເຢໂຫວາເວົ້າກັບພວກອິດສະຣາເອນວ່າ
‘ໃຫ້ກັບມານະມັດສະການເຮົາເພື່ອຈະມີຊີວິດຢູ່ຕໍ່ໄປ.+
5 ຢ່າໄປເມືອງເບເທນເພື່ອນະມັດສະການ.+
ຢ່າໄປກິນການ+ຫຼືຜ່ານເບເອເຊບາ+
ເພາະກິນການຈະຕ້ອງເປັນຊະເລີຍແນ່ນອນ+
ແລະເບເທນຈະບໍ່ເຫຼືອຫຍັງເລີຍ.*
6 ໃຫ້ກັບມານະມັດສະການພະເຢໂຫວາເພື່ອຈະມີຊີວິດຢູ່ຕໍ່ໄປ+
ເພື່ອເພິ່ນຈະບໍ່ທຳລາຍພວກເຈົ້າທີ່ເປັນລູກຫຼານຂອງໂຢເຊັບຄືກັບສົ່ງໄຟລົງມາຈູດ.
ໄຟນັ້ນຈະເຜົາເມືອງເບເທນແລະບໍ່ມີໃຜຈະມອດມັນໄດ້.
8 ຜູ້ທີ່ສ້າງກຸ່ມດາວຄີມາ*ແລະກຸ່ມດາວເຄຊິນ*+
ຜູ້ທີ່ປ່ຽນຄວາມມືດໃຫ້ເປັນແສງສະຫວ່າງໃນຍາມເຊົ້າ
ຜູ້ທີ່ເຮັດໃຫ້ກາງເວັນມືດຄືກັບກາງຄືນ+
ຜູ້ທີ່ເອີ້ນນ້ຳທະເລຂຶ້ນໄປ
ແລ້ວກໍເທນ້ຳນັ້ນລົງມາໃສ່ໂລກ+
ຊື່ຂອງເພິ່ນແມ່ນເຢໂຫວາ.
9 ເພິ່ນຈະທຳລາຍຄົນທີ່ແຂງແຮງໃຫ້ໝົດໄປບາດດຽວ
ແລະຈະທຳລາຍປ້ອມສູງຕ່າງໆໃຫ້ພັງລົງ.
10 ເຂົາເຈົ້າກຽດຊັງພວກຜູ້ຕັດສິນທີ່ຕັກເຕືອນຜູ້ຄົນຢູ່ປະຕູເມືອງ
ແລະບໍ່ມັກຄົນທີ່ເວົ້າຄວາມຈິງ.+
11 ພວກເຈົ້າຂູດຮີດຄ່າເຊົ່າດິນໄຮ່ດິນນາ*ຈາກຄົນທຸກ
ແລະຍຶດເອົາຜົນລະປູກຂອງເຂົາເຈົ້າເປັນຄ່າພາສີ.+
ພວກເຈົ້າຈະບໍ່ໄດ້ຢູ່ເຮືອນທີ່ພວກເຈົ້າສ້າງດ້ວຍຫີນ*ອີກຕໍ່ໄປ+
ແລະຈະບໍ່ໄດ້ກິນເຫຼົ້າແວງທີ່ເຮັດຈາກໝາກລະແຊັງຢູ່ສວນຂອງພວກເຈົ້າ.+
12 ພວກເຈົ້າກະບົດຕໍ່ເຮົາຫຼາຍເທື່ອແລ້ວ
ແລະຄວາມຜິດຂອງພວກເຈົ້າກໍຫຼາຍແທ້ຫຼາຍວ່າ.
ພວກເຈົ້າກົດຂີ່ຄົນດີ
ແລະຮັບເອົາສິນບົນ.
ພວກເຈົ້າບໍ່ໄດ້ໃຫ້ຄວາມຍຸຕິທຳກັບຄົນທຸກຢູ່ປະຕູເມືອງ.+
13 ດັ່ງນັ້ນ ເມື່ອເວລາຂອງຄວາມຈິບຫາຍມາຮອດ+
ຄົນທີ່ມີຄວາມເຂົ້າໃຈຈະມິດຢູ່.
ແລ້ວພະເຢໂຫວາຜູ້ບັນຊາການກອງທັບຈະຢູ່ກັບພວກເຈົ້າ
ຄືກັບທີ່ພວກເຈົ້າບອກວ່າເພິ່ນຢູ່ກັບພວກເຈົ້າ.+
ເມື່ອເຮັດແນວນັ້ນ ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບ
ອາດຈະພໍໃຈລູກຫຼານຂອງໂຢເຊັບທີ່ເຫຼືອຢູ່.’+
16 ນີ້ແມ່ນສິ່ງທີ່ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບເວົ້າ. ພະເຢໂຫວາບອກວ່າ
‘ຈະມີສຽງຄົນຮ້ອງຄາງຢູ່ຕາມເດີ່ນຂອງເມືອງທຸກເມືອງ
ແລະເຂົາເຈົ້າຈະຮ້ອງດ້ວຍຄວາມທຸກໂສກຢູ່ຕາມຫົນທາງຕ່າງໆ.
ເຂົາເຈົ້າຈະເອີ້ນຊາວໄຮ່ຊາວນາມາຮ້ອງໄຫ້ໄວ້ທຸກ
ແລະຈ້າງຄົນມາຮ້ອງໄຫ້ເສຍໃຈ.
17 ຢູ່ສວນໝາກລະແຊັງທຸກບ່ອນຈະມີແຕ່ສຽງຄົນຮ້ອງໄຫ້ເສຍໃຈ+
ຍ້ອນເຮົາຈະຜ່ານພວກເຈົ້າໄປເພື່ອລົງໂທດພວກເຈົ້າ.’ ພະເຢໂຫວາເວົ້າໄວ້ແນວນີ້.
18 ‘ຄົນທີ່ຢາກເຫັນວັນຂອງພະເຢໂຫວາຈະຕ້ອງຈິບຫາຍ!+
ວັນຂອງພະເຢໂຫວາຈະເປັນແນວໃດສຳລັບພວກເຈົ້າ?+
ວັນນັ້ນຈະມີແຕ່ຄວາມມືດແລະບໍ່ມີແສງສະຫວ່າງເລີຍ.+
19 ໃນມື້ນັ້ນ ພວກເຈົ້າຈະເປັນຄືກັບຜູ້ຊາຍຄົນໜຶ່ງທີ່ໜີໂຕສິງແຕ່ໄປເຈິໂຕໝີ
ບາດມາຮອດເຮືອນແລະເອົາມືຄ້ຳຝາ ພັດຖືກງູຕອດ.
20 ວັນຂອງພະເຢໂຫວາຈະມີແຕ່ຄວາມມືດແລະບໍ່ມີແສງສະຫວ່າງເລີຍ.
ມື້ນັ້ນຈະມືດຄຶ້ມແລະບໍ່ມີແສງແດດ.
21 ເຮົາຊັງເທດສະການຕ່າງໆຂອງພວກເຈົ້າ+
ແລະເຮົາບໍ່ມັກກິ່ນຫອມຂອງເຄື່ອງບູຊາຕ່າງໆທີ່ພວກເຈົ້າເຜົາຢູ່ການປະຊຸມພິເສດ.
22 ເຖິງວ່າພວກເຈົ້າຈະເອົາເຄື່ອງບູຊາເຜົາແລະຂອງຂວັນຕ່າງໆມາໃຫ້ເຮົາ
ເຮົາກໍຈະບໍ່ຍອມຮັບ.+
ເຮົາຈະບໍ່ສົນໃຈແມ່ນແຕ່ສັດໂຕຕຸ້ຍພີດີງາມທີ່ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກຂອງພວກເຈົ້າ.+
23 ເຊົາຮ້ອງເພງທີ່ເປັນຕາໜ້າລຳຄານຂອງພວກເຈົ້າສະ
ແລະຢ່າໃຫ້ເຮົາໄດ້ຍິນສຽງເຄື່ອງດົນຕີທີ່ມີສາຍຂອງພວກເຈົ້າອີກ.+
24 ໃຫ້ຄວາມຍຸຕິທຳໄຫຼມາຄືກັບແມ່ນ້ຳ+
ແລະໃຫ້ຄວາມຖືກຕ້ອງເປັນຄືກັບນ້ຳທີ່ໄຫຼບໍ່ຂາດສາຍ.
25 ພວກອິດສະຣາເອນເອີ້ຍ ຕະຫຼອດ 40 ປີທີ່ຢູ່ບ່ອນກັນດານ
ພວກເຈົ້າກໍບໍ່ໄດ້ເອົາເຄື່ອງບູຊາແລະຂອງຂວັນຕ່າງໆມາໃຫ້ເຮົາຕົ໋ວ!+