ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ (1-​13)

ພວກຜູ້ຕັດສິນ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 17:14, 15

ພວກຜູ້ຕັດສິນ 17:2

ໄຂເງື່ອນ

  • *

    12,5 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ພວກຜູ້ຕັດສິນ 17:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:4; ລລວ 26:1; ພບຍ 27:15

ພວກຜູ້ຕັດສິນ 17:4

ໄຂເງື່ອນ

  • *

    2,3 ກິໂລ​ກຣາມ

ພວກຜູ້ຕັດສິນ 17:5

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:6; ຜຕສ 8:27
  • +ປຖກ 31:19
  • +ຈຊບ 3:10; ພບຍ 12:11, 13; 2ຂຄ 13:8, 9

ພວກຜູ້ຕັດສິນ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:4, 5
  • +ຜຕສ 21:25

ພວກຜູ້ຕັດສິນ 17:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 5:2
  • +ຈຊບ 3:45; ຢຊ 14:3; 18:7

ພວກຜູ້ຕັດສິນ 17:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:1, 5

ພວກຜູ້ຕັດສິນ 17:10

ໄຂເງື່ອນ

  • *

    114 ກຣາມ

ພວກຜູ້ຕັດສິນ 17:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:10; ຜຕສ 17:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 17:1ຢຊ 17:14, 15
ຜຕສ. 17:3ອພຍ 20:4; ລລວ 26:1; ພບຍ 27:15
ຜຕສ. 17:5ອພຍ 28:6; ຜຕສ 8:27
ຜຕສ. 17:5ປຖກ 31:19
ຜຕສ. 17:5ຈຊບ 3:10; ພບຍ 12:11, 13; 2ຂຄ 13:8, 9
ຜຕສ. 17:61ຊມ 8:4, 5
ຜຕສ. 17:6ຜຕສ 21:25
ຜຕສ. 17:7ມກ 5:2
ຜຕສ. 17:7ຈຊບ 3:45; ຢຊ 14:3; 18:7
ຜຕສ. 17:8ຜຕສ 17:1, 5
ຜຕສ. 17:12ຈຊບ 3:10; ຜຕສ 17:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 17:1-13

ພວກ​ຜູ້ຕັດສິນ

17 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ມີກາ. ລາວ​ຢູ່​ເຂດ​ພູ​ຂອງ​ເອຟຣາຢິມ.+ 2 ລາວ​ເວົ້າ​ກັບ​ແມ່​ວ່າ: “ເງິນ​ໜັກ 1.100 ເຊເກນ*​ທີ່​ແມ່​ບອກ​ວ່າ​ມີ​ຄົນ​ລັກ​ເອົາ​ໄປ ແລະ​ລູກ​ກໍ​ໄດ້​ຍິນ​ແມ່​ສາບແຊ່ງ​ຄົນ​ທີ່​ເອົາ​ໄປ. ແທ້​ໆ​ແລ້ວ ເງິນ​ນັ້ນ​ຢູ່​ນຳ​ລູກ. ລູກ​ເປັນ​ຄົນ​ເອົາ​ໄປ​ເອງ.” ແມ່​ກໍ​ເລີຍ​ເວົ້າ​ວ່າ: “ຂໍ​ພະ​ເຢໂຫວາ​ອວຍພອນ​ໃຫ້​ລູກ​ຊາຍ​ຂອງ​ຂ້ອຍ​ເດີ້.” 3 ແລ້ວ​ລາວ​ກໍ​ເອົາ​ເງິນ​ໜັກ 1.100 ເຊເກນຄືນ​ໃຫ້​ແມ່. ແຕ່​ແມ່​ເວົ້າ​ວ່າ: “ແມ່​ຈະ​ແຍກເງິນ​ນີ້​ໄວ້​ໃຫ້​ພະ​ເຢໂຫວາ ເພື່ອ​ລູກ​ຊິ​ໄດ້​ເຮັດ​ຮູບ​ແກະ​ສະຫຼັກ​ແລະ​ຮູບ​ທີ່​ຫຼໍ່​ຂຶ້ນ​ມາ​ສຳລັບ​ໂຕເອງ.+ ແມ່​ຈະ​ເອົາ​ເງິນ​ນີ້​ໃຫ້​ລູກ​ເດີ້.”

4 ເມື່ອ​ລາວ​ສົ່ງ​ເງິນ​ຄືນ​ໃຫ້​ແມ່​ແລ້ວ ແມ່​ກໍ​ເອົາ​ເງິນ​ໜັກ 200 ເຊເກນ*ໄປ​ໃຫ້​ຊ່າງ​ທີ່​ເຮັດ​ຮູບ​ແກະ​ສະຫຼັກ​ແລະ​ຮູບ​ຫຼໍ່ ແລ້ວ​ກໍ​ເອົາ​ມາ​ໄວ້​ຢູ່​ເຮືອນ​ຂອງ​ມີກາ. 5 ມີກາ​ມີ​ເຮືອນ​ຫຼັງ​ໜຶ່ງ​ທີ່​ລາວ​ໃຊ້​ເປັນບ່ອນ​ນະມັດສະການຮູບ​ບູຊາ​ຂອງ​ພະເຈົ້າ​ຕ່າງ​ໆ​ຂອງ​ລາວ. ລາວ​ເຮັດ​ເອໂຟດ*+ຜືນ​ໜຶ່ງ​ກັບ​ຮູບ​ພະ​ເທຣາຟີມ*+ຂຶ້ນ​ມາ ແລະ​ແຕ່ງຕັ້ງ​ລູກ​ຊາຍ​ຄົນ​ໜຶ່ງ​ເປັນ​ປະໂລຫິດ​ໃຫ້​ລາວ.+ 6 ໃນ​ສະໄໝ​ນັ້ນ ພວກ​ອິດສະຣາເອນ​ຍັງ​ບໍ່​ມີ​ກະສັດ​ເທື່ອ+ ແຕ່​ລະ​ຄົນ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ໂຕເອງ​ຄິດ​ວ່າ​ຖືກຕ້ອງ.+

7 ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອາໄສ​ຢູ່​ເມືອງ​ເບັດເລເຮັມ+ໃນ​ເຂດ​ຂອງ​ຢູດາ. ລາວ​ເປັນ​ຄົນ​ເລວີ+ ແຕ່​ລາວ​ຢູ່​ນຳ​ຄອບຄົວ​ຂອງ​ຄົນ​ຢູດາມາ​ໄລຍະ​ໜຶ່ງ. 8 ຕໍ່ມາ ລາວ​ໄດ້​ອອກ​ຈາກ​ບ່ອນ​ນັ້ນ​ເພື່ອ​ໄປ​ຊອກ​ບ່ອນ​ຢູ່​ໃໝ່. ເມື່ອ​ລາວ​ເດີນ​ທາງ​ມາ​ຮອດ​ເຮືອນ​ຂອງ​ມີກາ​+ໃນ​ເຂດ​ພູ​ຂອງ​ເອຟຣາຢິມ 9 ມີກາ​ກໍ​ຖາມ​ລາວ​ວ່າ: “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ເລວີ​ມາ​ຈາກ​ເມືອງ​ເບັດເລເຮັມ​ໃນ​ເຂດ​ຢູດາ. ຂ້ອຍ​ກຳລັງ​ຊອກ​ຫາ​ບ່ອນ​ຢູ່​ໃໝ່​ຢູ່.” 10 ມີກາ​ເວົ້າ​ກັບ​ລາວ​ວ່າ: “ມາ​ຢູ່​ນຳ​ຂ້ອຍ​ບໍ່? ມາ​ເປັນ​ທີ່​ປຶກສາ​ແລະ​ເຮັດ​ວຽກ​ປະໂລຫິດ​ໃຫ້​ຂ້ອຍ. ແຕ່ລະປີ​ຂ້ອຍ​ຈະ​ຈ້າງ​ເຈົ້າ​ເປັນ​ເງິນ​ໜັກ 10 ເຊເກນ* ມີ​ອາຫານ​ແລະ​ເຄື່ອງນຸ່ງ​ໃຫ້​ນຳ.” ແລ້ວ​ຄົນ​ເລວີ​ກໍ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ. 11 ຄົນ​ເລວີ​ຈຶ່ງ​ຕົກ​ລົງ​ຈະ​ຢູ່​ນຳ​ມີກາ ແລະ​ມີກາ​ກໍ​ຖື​ວ່າ​ລາວ​ເປັນ​ຄື​ກັບ​ລູກ​ຄົນ​ໜຶ່ງ. 12 ມີກາ​ໄດ້​ແຕ່ງຕັ້ງ​ຄົນ​ເລວີ​ຄົນ​ນັ້ນ​ໃຫ້​ເປັນ​ປະໂລຫິດ+​ແລະ​ໃຫ້​ຢູ່​ເຮືອນ​ນຳ​ລາວ. 13 ແລ້ວ​ມີກາ​ກໍ​ເວົ້າ​ວ່າ: “ຕອນ​ນີ້ ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ຂ້ອຍ ຍ້ອນ​ຂ້ອຍ​ໄດ້​ຄົນ​ເລວີ​ມາເປັນ​ປະ​ໂລຫິດ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌