ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ຄົນ​ຢິວ​ສ້າງ​ວິຫານ​ຕໍ່ (1-​5)

      • ຕັດເຕນາຍ​ສົ່ງ​ຈົດ​ໝາຍ​ໄປ​ຫາ​ກະສັດ​ດາຣິອຸດ (6-​17)

ເອັດຊະຣາ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:1
  • +ຊຄຢ 1:1
  • +ນຮຢ 12:1, 4

ເອັດຊະຣາ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 1:12
  • +ຊຄຢ 6:11
  • +ອຊຣ 3:2, 8
  • +ອຊຣ 6:14; ຮກ 2:4, 21; ຊຄຢ 4:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2022, ໜ້າ 17-18

ເອັດຊະຣາ 5:3

ໄຂເງື່ອນ

  • *

    ຫຼື “ໃຜ​ອະນຸຍາດ​ໃຫ້​ພວກເຈົ້າ​ເຮັດ​ຮ່າ​ງ​ຂອງ​ວິຫານ​ຫຼັງ​ນີ້?”

ເອັດຊະຣາ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:6, 28; 8:22

ເອັດຊະຣາ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:3, 4

ເອັດຊະຣາ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:51

ເອັດຊະຣາ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:17; 2ຂຄ 34:24, 25
  • +2ກສ 24:1; 25:1
  • +2ກສ 25:8, 9
  • +2ກສ 25:11

ເອັດຊະຣາ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:1-3

ເອັດຊະຣາ 5:14

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເຊຣູບາເບນ​ໃນ ອຊຣ 2:2; 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:14, 15; 2ຂຄ 36:7, 18
  • +ອຊຣ 1:8, 11
  • +ຮກ 1:1, 14

ເອັດຊະຣາ 5:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:2, 7

ເອັດຊະຣາ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:10; ຮກ 2:18; ຊຄຢ 4:9
  • +ອຊຣ 4:23, 24

ເອັດຊະຣາ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:22, 23; ອຊຣ 6:3, 4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 5:1ຮກ 1:1
ອຊຣ. 5:1ຊຄຢ 1:1
ອຊຣ. 5:1ນຮຢ 12:1, 4
ອຊຣ. 5:2ມທ 1:12
ອຊຣ. 5:2ຊຄຢ 6:11
ອຊຣ. 5:2ອຊຣ 3:2, 8
ອຊຣ. 5:2ອຊຣ 6:14; ຮກ 2:4, 21; ຊຄຢ 4:7
ອຊຣ. 5:5ອຊຣ 7:6, 28; 8:22
ອຊຣ. 5:9ອຊຣ 5:3, 4
ອຊຣ. 5:111ກສ 7:51
ອຊຣ. 5:12ພບຍ 31:17; 2ຂຄ 34:24, 25
ອຊຣ. 5:122ກສ 24:1; 25:1
ອຊຣ. 5:122ກສ 25:8, 9
ອຊຣ. 5:122ກສ 25:11
ອຊຣ. 5:13ອຊຣ 1:1-3
ອຊຣ. 5:142ກສ 25:14, 15; 2ຂຄ 36:7, 18
ອຊຣ. 5:14ອຊຣ 1:8, 11
ອຊຣ. 5:14ຮກ 1:1, 14
ອຊຣ. 5:15ອຊຣ 1:2, 7
ອຊຣ. 5:16ອຊຣ 3:10; ຮກ 2:18; ຊຄຢ 4:9
ອຊຣ. 5:16ອຊຣ 4:23, 24
ອຊຣ. 5:172ຂຄ 36:22, 23; ອຊຣ 6:3, 4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 5:1-17

ເອັດຊະຣາ

5 ຕໍ່ມາ ຜູ້​ພະຍາກອນ​ຮັກກາຍ+​ແລະ​ເຊຄາຣີຢາ+​ຫຼານ​ຊາຍ​ຂອງ​ອິດໂດ+​ໄດ້ເວົ້າ​ກັບ​ພວກ​ຢິວ​ທີ່​ຢູ່​ຢູດາ​ແລະ​ຢູ່​ເຢຣູຊາເລັມ​ໃນ​ນາມ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່ຢູ່​ນຳ​ເຂົາ​ເຈົ້າ. 2 ຈາກ​ນັ້ນ ເຊຣູບາເບນ+​ລູກ​ຊາຍ​ຂອງ​ເຊອານຕີເອນ​ກັບ​ເຢຊູອາ+​ລູກ​ຊາຍ​ຂອງ​ເຢໂຮຊາດັກ​ໄດ້​ສ້າງ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ຕໍ່.+ ພວກ​ຜູ້ພະຍາກອນ​ຂອງ​ພະເຈົ້າ​ໄດ້​ຢູ່​ນຳ​ແລະ​ຊ່ວຍ​ເຂົາ​ເຈົ້າ.+ 3 ຕອນ​ນັ້ນ ຕັດເຕນາຍ​ທີ່​ເປັນ​ເຈົ້າ​ແຂວງ​ຢູ່​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ກັບ​ເຊທາໂບເຊນາຍ​ແລະ​ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ໄດ້​ໄປ​ຫາ​ພວກ​ຢິວ​ແລະ​ຖາມ​ວ່າ: “ໃຜ​ອະນຸຍາດ​ໃຫ້​ພວກ​ເຈົ້າສ້າງ​ວິຫານ​ຫຼັງ​ນີ້ຕໍ່​ໃຫ້​ມັນ​ແລ້ວ?”* 4 ເຂົາ​ເຈົ້າ​ຖາມ​ຕໍ່​ວ່າ: “ພວກ​ທີ່​ເຮັດ​ວຽກ​ຢູ່​ນີ້​ຊື່​ຫຍັງ​ແດ່?” 5 ພະເຈົ້າ​ໄດ້​ປົກ​ປ້ອງເບິ່ງ​ແຍງ​ພວກ​ຜູ້​ນຳ​ຄົນ​ຢິວ.+ ຕັດເຕນາຍ​ກັບ​ພວກ​ທີ່​ຢູ່​ຝ່າຍ​ລາວ​ປ່ອຍ​ໃຫ້​ພວກ​ຢິວສ້າງ​ຕໍ່​ໄປເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຂຽນ​ຟ້ອງ​ດາຣິອຸດ​ແລະ​ໃຫ້​ດາຣິອຸດ​ຂຽນຈົດ​ໝາຍ​ຕອບ​ກັບ​ມາ​ກ່ຽວ​ກັບ​ເລື່ອງ​ນີ້.

6 ນີ້​ແມ່ນຈົດ​ໝາຍທີ່​ຕັດເຕນາຍ​ເຈົ້າ​ແຂວງ​ຢູ່​ເຂດ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ກັບ​ເຊທາໂບເຊນາຍ​ແລະ​ພວກ​ໝູ່​ທີ່​ເປັນ​ຮອງ​ເຈົ້າ​ແຂວງ​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ສົ່ງ​ໄປ​ຫາ​ກະສັດ​ດາຣິອຸດ. 7 ເນື້ອ​ໃນ​ຈົດ​ໝາຍ​ຂຽນ​ວ່າ:

“ເຖິງ​ກະສັດ​ດາຣິອຸດ

ຂໍ​ໃຫ້​ທ່ານ​ມີ​ຄວາມ​ສຸກ. 8 ພວກ​ເຮົາ​ຢາກ​ບອກ​ໃຫ້​ທ່ານ​ຮູ້​ວ່າ​ພວກ​ເຮົາ​ໄດ້​ໄປ​ແຂວງ​ຢູດາ​ແລະ​ເຫັນ​ວິຫານ​ຂອງ​ພະເຈົ້າ​ອົງ​ຍິ່ງ​ໃຫຍ່. ເຂົາ​ເຈົ້າ​ເອົາ​ຫີນ​ກ້ອນ​ໃຫຍ່​ໆ​ສ້າງ​ວິຫານ​ແລະ​ເອົາ​ໄມ້​ໃສ່​ກຳແພງ. ຄົນ​ທີ່​ຢູ່​ຫັ້ນ​ເຮັດ​ວຽກ​ເອົາ​ແທ້​ເອົາ​ວ່າ​ແລະ​ຫຼາຍ​ສ່ວນ​ກໍ​ແລ້ວ​ໆ​. 9 ພວກ​ເຮົາ​ໄດ້​ຖາມ​ພວກຜູ້​ນຳ​ຄົນ​ຢິວວ່າ ‘ໃຜ​ອະນຸຍາດ​ໃຫ້​ພວກ​ເຈົ້າ​ສ້າງ​ວິຫານ​ຫຼັງ​ນີ້​ຕໍ່​ໃຫ້​ມັນ​ແລ້ວ?’+ 10 ພວກ​ເຮົາ​ຍັງ​ໄດ້ຖາມ​ຊື່​ຂອງ​ເຂົາ​ເຈົ້ານຳເພື່ອ​ຈະ​ຂຽນ​ບອກ​ທ່ານ​ໃຫ້​ຮູ້​ວ່າ​ພວກ​ຜູ້​ນຳ​ມີ​ໃຜ​ແດ່.

11 ເຂົາ​ເຈົ້າ​ຕອບ​ວ່າ ‘ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ທີ່​ປົກຄອງ​ສະຫວັນ​ແລະ​ໂລກ​ນີ້. ພວກ​ເຮົາ​ກຳລັງ​ສ້າງ​ວິຫານ​ທີ່​ກະສັດ​ອົງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ຂອງ​ອິດສະຣາເອນ​ເຄີຍ​ສ້າງ​ແຕ່​ດົນ​ແລ້ວ.+ 12 ແຕ່​ຍ້ອນປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເຮັດ​ໃຫ້​ພະເຈົ້າ​ທີ່​ປົກຄອງ​ສະຫວັນ​ໃຈ​ຮ້າຍ+ ເພິ່ນ​ຈຶ່ງ​ໃຫ້​ເນບູກາດເນັດຊາ+​ກະສັດ​ຂອງບາບີໂລນ​ທຳລາຍ​ວິຫານ​ນີ້+​ແລະ​ຈັບ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ.+ 13 ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດປົກຄອງບາບີໂລນ ລາວ​ໄດ້​ສັ່ງ​ໃຫ້​ສ້າງວິຫານຂອງ​ພະເຈົ້າ​ຄືນ​ໃໝ່.+ 14 ນອກ​ຈາກ​ນັ້ນ ກະສັດ​ໄຊຣັດ​ໄດ້​ເອົາ​ເຄື່ອງໃຊ້​ທີ່​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ​ຈາກ​ວິຫານ​ຢູ່​ບາບີໂລນ ເຊິ່ງ​ເປັນ​ເຄື່ອງໃຊ້​ທີ່​ເນບູກາດເນັດຊາ​ໄດ້​ເອົາ​ມາ​ຈາກ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເອົາ​ໄປ​ໄວ້​ຢູ່​ວິຫານ​ໃນ​ບາບີໂລນ.+ ກະສັດ​ໄຊຣັດ​ເອົາ​ເຄື່ອງໃຊ້​ເຫຼົ່ານີ້​ໄປ​ໃຫ້​ເຊັດບັດຊາ*+​ທີ່​ລາວ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າ​ແຂວງ.+ 15 ກະສັດ​ໄຊຣັດ​ບອກ​ລາວ​ວ່າ “ໃຫ້​ເຈົ້າເອົາ​ເຄື່ອງໃຊ້​ທັງ​ໝົດ​ນີ້​ກັບ​ໄປ​ໄວ້​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ ແລະ​ໃຫ້​ສ້າງ​ວິຫານ​ຂອງ​ພະເຈົ້າ​ຄືນ​ໃໝ່ໃນ​ບ່ອນ​ທີ່​ເຄີຍ​ຢູ່.”+ 16 ເມື່ອ​ເຊັດບັດຊາ​ມາ​ຮອດ ລາວ​ກໍ​ວາງ​ຮາກ​ຖານ​ວິຫານ​ຂອງ​ພະເຈົ້າ+​ໃນ​ເມືອງ​ເຢຣູຊາເລັມ. ພວກ​ເຮົາ​ສ້າງ​ວິຫານ​ຕັ້ງ​ແຕ່​ຕອນ​ນັ້ນ ແຕ່​ຍັງ​ບໍ່​ທັນ​ແລ້ວ​ເທື່ອ.’+

17 ຖ້າ​ກະສັດ​ເຫັນ​ດີ ຂໍ​ໃຫ້​ທ່ານ​ສົ່ງ​ຄົນ​ໄປ​ຄົ້ນ​ເບິ່ງ​ບັນທຶກ​ທີ່​ຢູ່​ຄັງ​ຊັບສິນ​ໃນ​ວັງ​ຂອງ​ກະສັດ​ຢູ່​ບາບີໂລນ ເພື່ອ​ທ່ານ​ຈະ​ຮູ້​ວ່າ​ກະສັດ​ໄຊຣັດ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ຄືນ​ໃໝ່​ແທ້​ໆ​ບໍ່.+ ເມື່ອ​ທ່ານ​ຕັດສິນ​ໃຈ​ແລ້ວ ຂໍ​ໃຫ້ບອກ​ພວກ​ເຮົາ​ແດ່.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌