ລະບຽບພວກເລວີ
23 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 2 “ໃຫ້ບອກພວກອິດສະຣາເອນວ່າ ‘ພວກເຈົ້າຕ້ອງສະຫຼອງເທດສະການຕ່າງໆ+ຂອງພະເຢໂຫວາ ແລະມາລວມໂຕກັນເພື່ອນະມັດສະການພະເຈົ້າ.+ ເທດສະການຕ່າງໆຂອງເຮົາມີດັ່ງຕໍ່ໄປນີ້.
3 ໃຫ້ເຈົ້າເຮັດວຽກ 6 ມື້ ແຕ່ມື້ທີ 7 ເປັນວັນຊະບາໂຕ* ເປັນມື້ພັກຜ່ອນ+ ເປັນມື້ທີ່ພວກເຈົ້າຈະມາລວມໂຕກັນເພື່ອນະມັດສະການພະເຈົ້າ. ຫ້າມເຈົ້າເຮັດວຽກທຸກຢ່າງ ຍ້ອນມື້ທີ 7 ເປັນວັນຊະບາໂຕຂອງພະເຢໂຫວາບໍ່ວ່າເຈົ້າຈະຢູ່ໃສກໍຕາມ.+
4 ເທດສະການຕ່າງໆຂອງພະເຢໂຫວາທີ່ພວກເຈົ້າຕ້ອງສະຫຼອງ ແລະມາລວມໂຕກັນເພື່ອນະມັດສະການພະເຈົ້າຕາມເວລາທີ່ກຳນົດໄວ້ ມີດັ່ງຕໍ່ໄປນີ້: 5 ວັນທີ 14 ຂອງເດືອນທີ 1 ຕອນໃກ້ຊິຄ່ຳ*+ ເປັນເທດສະການປັດສະຄາ+ຂອງພະເຢໂຫວາ.
6 ວັນທີ 15 ຂອງເດືອນທີ 1 ເປັນເທດສະການກິນເຂົ້າຈີ່ບໍ່ມີເຊື້ອເພື່ອພະເຢໂຫວາ.+ ເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້.+ 7 ມື້ທຳອິດ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ.+ ຫ້າມເຈົ້າເຮັດວຽກ. 8 ຕະຫຼອດ 7 ມື້ນັ້ນ ເຈົ້າຕ້ອງເອົາເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ. ໃນມື້ທີ 7 ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ. ຫ້າມເຈົ້າເຮັດວຽກ.’”
9 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 10 “ໃຫ້ບອກພວກອິດສະຣາເອນວ່າ ‘ເມື່ອເຈົ້າເຂົ້າໄປໃນແຜ່ນດິນທີ່ເຮົາຈະເອົາໃຫ້ເຈົ້າແລະໄດ້ເກັບກ່ຽວຜົນລະປູກຂອງເຈົ້າແລ້ວ ໃຫ້ເຈົ້າເອົາຟ່ອນເຂົ້າທີ່ເກັບກ່ຽວຊຸດທຳອິດ+ມາໃຫ້ປະໂລຫິດ.+ 11 ປະໂລຫິດຈະເອົາຟ່ອນເຂົ້າເຫຼົ່ານັ້ນຊູໄປຊູມາຕໍ່ໜ້າພະເຢໂຫວາເພື່ອເພິ່ນຈະພໍໃຈເຈົ້າ. ປະໂລຫິດຕ້ອງເຮັດແນວນັ້ນໃນມື້ທີ່ຕໍ່ຈາກວັນຊະບາໂຕ. 12 ໃນມື້ທີ່ເຈົ້າເອົາຟ່ອນເຂົ້າມາໃຫ້ປະໂລຫິດຊູໄປຊູມານັ້ນ ເຈົ້າຕ້ອງເອົາແກະໂຕຜູ້ທີ່ຕຸ້ຍພີດີງາມອາຍຸບໍ່ກາຍ 1 ປີໂຕໜຶ່ງມາເປັນເຄື່ອງບູຊາເຜົາໃຫ້ພະເຢໂຫວາ. 13 ໃຫ້ເຈົ້າເອົາແປ້ງລະອຽດ 2 ສ່ວນ 10 ເອຟາ*ທີ່ນວດໃສ່ນ້ຳມັນມາເປັນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ ເຊິ່ງມີກິ່ນຫອມທີ່ເຮັດໃຫ້ພໍໃຈ* ແລະໃຫ້ເອົາເຫຼົ້າແວງ 1 ສ່ວນ 4 ຮິນ*ມາເປັນເຄື່ອງບູຊາດື່ມ. 14 ຖ້າເຈົ້າຍັງບໍ່ໄດ້ເອົາເຄື່ອງບູຊາມາໃຫ້ພະເຈົ້າຂອງເຈົ້າ ຫ້າມເຈົ້າກິນເຂົ້າຈີ່ ເຂົ້າບາເລຂົ້ວ ຫຼືເຂົ້າບາເລທີ່ຍັງບໍ່ທັນແກ່. ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ ບໍ່ວ່າເຈົ້າຈະຢູ່ໃສກໍຕາມ.
15 ຕັ້ງແຕ່ວັນຊະບາໂຕທີ່ເຈົ້າເອົາຟ່ອນເຂົ້າມາເປັນເຄື່ອງບູຊາຊູໄປມາ+ ໃຫ້ນັບຈາກມື້ນັ້ນໄປອີກ 7 ຊະບາໂຕ. ເຈົ້າຕ້ອງນັບໃຫ້ຄົບ 7 ອາທິດພໍດີ. 16 ໃຫ້ເຈົ້ານັບໄປຈົນຮອດມື້ທີ 50+ ເຊິ່ງເປັນມື້ທີ່ຕໍ່ຈາກວັນຊະບາໂຕເທື່ອທີ 7 ແລະໃນມື້ນັ້ນໃຫ້ເຈົ້າເອົາເຄື່ອງບູຊາທີ່ມີເຂົ້າວີດ*ໃໝ່ມາໃຫ້ພະເຢໂຫວາ.+ 17 ໃຫ້ເອົາເຂົ້າຈີ່ 2 ກ້ອນຈາກບ່ອນພັກຂອງເຈົ້າມາເປັນເຄື່ອງບູຊາຊູໄປມາ. ເຈົ້າຕ້ອງເຮັດເຂົ້າຈີ່ຈາກແປ້ງລະອຽດ 2 ສ່ວນ 10 ເອຟາ* ໃສ່ເຊື້ອ+ແລ້ວເອົາໄປອົບ. ເຂົ້າຈີ່ທີ່ເອົາໃຫ້ພະເຢໂຫວານີ້ຕ້ອງໃຊ້ແປ້ງທີ່ໄດ້ຈາກຜົນລະປູກຊຸດທຳອິດ.+ 18 ໃຫ້ເຈົ້າເອົາເຂົ້າຈີ່ມາພ້ອມກັບແກະນ້ອຍໂຕຜູ້ທີ່ອາຍຸ 1 ປີແລະຕຸ້ຍພີດີງາມ 7 ໂຕ ງົວໂຕຜູ້ໂຕໜຶ່ງ ແລະແກະໂຕຜູ້ 2 ໂຕ.+ ສັດເຫຼົ່ານີ້ຈະເປັນເຄື່ອງບູຊາເຜົາໃຫ້ພະເຢໂຫວາ ພ້ອມກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າແລະເຄື່ອງບູຊາດື່ມ. ທັງໝົດນີ້ເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. 19 ໃຫ້ເອົາແບ້ໂຕໜຶ່ງມາເປັນເຄື່ອງບູຊາໄຖ່ບາບ+ ແລະໃຫ້ເອົາແກະນ້ອຍໂຕຜູ້ອາຍຸ 1 ປີ 2 ໂຕມາເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ.+ 20 ປະໂລຫິດຈະເອົາເຄື່ອງບູຊາເຫຼົ່ານີ້ ພ້ອມກັບເຂົ້າຈີ່ທີ່ມາຈາກຜົນລະປູກຊຸດທຳອິດ ແລະແກະນ້ອຍໂຕຜູ້ 2 ໂຕຊູໄປຊູມາເປັນເຄື່ອງບູຊາຊູໄປມາໃຫ້ພະເຢໂຫວາ. ທັງໝົດນີ້ເປັນສິ່ງບໍລິສຸດສຳລັບພະເຢໂຫວາແລະເປັນສ່ວນແບ່ງຂອງປະໂລຫິດ.+ 21 ໃນມື້ນັ້ນ ໃຫ້ເອີ້ນປະຊາຊົນມາລວມໂຕກັນ+ເພື່ອນະມັດສະການພະເຈົ້າ. ຫ້າມເຈົ້າເຮັດວຽກ. ນີ້ແມ່ນກົດໝາຍທີ່ເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ ບໍ່ວ່າເຈົ້າຈະຢູ່ໃສກໍຕາມ.
22 ຕອນທີ່ເຈົ້າເກັບກ່ຽວຜົນລະປູກຢູ່ດິນຂອງເຈົ້າ ຫ້າມເຈົ້າເກັບກ່ຽວຜົນລະປູກທີ່ຢູ່ແຄມໄຮ່ແຄມນາຈົນໝົດ ແລະຫ້າມເກັບເອົາຜົນລະປູກທີ່ເຮ່ຍຢູ່ໄຮ່ຢູ່ນາ.+ ໃຫ້ປະໄວ້ສຳລັບຄົນທຸກຍາກ+ ແລະຄົນຕ່າງຊາດທີ່ຢູ່ນຳເຈົ້າ.+ ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.’”
23 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 24 “ໃຫ້ບອກພວກອິດສະຣາເອນວ່າ ‘ວັນທີ 1 ຂອງເດືອນທີ 7 ເປັນມື້ທີ່ເຈົ້າຕ້ອງພັກຜ່ອນ ເປັນມື້ຂອງການລະນຶກເຖິງ.+ ເມື່ອໄດ້ຍິນສຽງເປົ່າແກ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ. 25 ຫ້າມເຈົ້າເຮັດວຽກ ແລະເຈົ້າຕ້ອງເອົາເຄື່ອງບູຊາດ້ວຍໄຟມາໃຫ້ພະເຢໂຫວາ.’”
26 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 27 “ແຕ່ວັນທີ 10 ຂອງເດືອນທີ 7 ຈະເປັນວັນໄຖ່ຄວາມຜິດ.+ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ. ເຈົ້າຕ້ອງສະແດງວ່າເສຍໃຈທີ່ໄດ້ເຮັດຜິດ*+ ແລະເອົາເຄື່ອງບູຊາດ້ວຍໄຟມາໃຫ້ພະເຢໂຫວາ. 28 ຫ້າມເຈົ້າເຮັດວຽກທຸກຢ່າງໃນມື້ນັ້ນ ຍ້ອນມື້ນັ້ນເປັນວັນໄຖ່ຄວາມຜິດ+ຂອງເຈົ້າຕໍ່ໜ້າພະເຢໂຫວາພະເຈົ້າຂອງເຈົ້າ. 29 ໃນມື້ນັ້ນ ຖ້າຜູ້ໃດບໍ່ໄດ້ສະແດງວ່າເສຍໃຈທີ່ໄດ້ເຮັດຜິດ* ຜູ້ນັ້ນຈະຕ້ອງຕາຍ.+ 30 ຖ້າຜູ້ໃດເຮັດວຽກໃນມື້ນັ້ນ ເຮົາຈະລົງໂທດຜູ້ນັ້ນເຖິງຕາຍ. 31 ຫ້າມເຈົ້າເຮັດວຽກທຸກຢ່າງ. ນີ້ແມ່ນກົດໝາຍທີ່ເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ ບໍ່ວ່າເຈົ້າຈະຢູ່ໃສກໍຕາມ. 32 ມື້ນັ້ນເປັນວັນຊະບາໂຕ ເປັນວັນພັກຜ່ອນສຳລັບພວກເຈົ້າ. ໃນຕອນຄ່ຳຂອງວັນທີ 9 ຂອງເດືອນນັ້ນ ເຈົ້າຈະຕ້ອງເລີ່ມສະແດງວ່າເສຍໃຈທີ່ໄດ້ເຮັດຜິດ+ ແລະເຈົ້າຕ້ອງເຮັດແນວນັ້ນໄປຈົນຮອດຕອນຄ່ຳຂອງມື້ຕໍ່ໄປ.”
33 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 34 “ໃຫ້ບອກພວກອິດສະຣາເອນວ່າ ‘ວັນທີ 15 ຂອງເດືອນທີ 7 ໃຫ້ພວກເຈົ້າສະຫຼອງເທດສະການປຸກຕູບ* 7 ມື້ໃຫ້ພະເຢໂຫວາ.+ 35 ໃນມື້ທຳອິດ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ ແລະຫ້າມເຈົ້າເຮັດວຽກ. 36 ຕະຫຼອດ 7 ມື້ນັ້ນ ເຈົ້າຕ້ອງເອົາເຄື່ອງບູຊາດ້ວຍໄຟມາໃຫ້ພະເຢໂຫວາ ແລ້ວໃນມື້ທີ 8 ເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ+ ແລະເຈົ້າຕ້ອງເອົາເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ. ນີ້ແມ່ນການປະຊຸມທີ່ພິເສດ. ຫ້າມເຈົ້າເຮັດວຽກ.
37 ນີ້ແມ່ນເທດສະການຕ່າງໆ+ຂອງພະເຢໂຫວາທີ່ພວກເຈົ້າຕ້ອງສະຫຼອງ ແລະພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ.+ ເຈົ້າຕ້ອງເອົາເຄື່ອງບູຊາດ້ວຍໄຟເຫຼົ່ານີ້ມາໃຫ້ພະເຢໂຫວາຄື: ເຄື່ອງບູຊາເຜົາ+ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ແລະເຄື່ອງບູຊາດື່ມ+ຕາມເວລາທີ່ກຳນົດໄວ້ໃນແຕ່ລະມື້. 38 ເຄື່ອງບູຊາດ້ວຍໄຟເຫຼົ່ານີ້ເຈົ້າຕ້ອງເອົາມາໃຫ້ຕື່ມ ນອກເໜືອຈາກເຄື່ອງບູຊາທີ່ເອົາມາໃຫ້ພະເຢໂຫວາໃນວັນຊະບາໂຕ+ ຂອງຂວັນຂອງເຈົ້າ+ ເຄື່ອງບູຊາທີ່ໃຫ້ຕາມທີ່ໄດ້ສາບານໄວ້+ ແລະເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈ+ ເຊິ່ງເຈົ້າຄວນເອົາມາໃຫ້ພະເຢໂຫວາ. 39 ແຕ່ໃນວັນທີ 15 ຂອງເດືອນທີ 7 ເມື່ອເຈົ້າໄດ້ລວບລວມຜົນລະປູກຈາກດິນຂອງເຈົ້າແລ້ວໆ ເຈົ້າຕ້ອງສະຫຼອງເທດສະການຂອງພະເຢໂຫວາ 7 ມື້.+ ມື້ທຳອິດເປັນມື້ພັກຜ່ອນ ແລະມື້ທີ 8 ກໍເປັນມື້ພັກຜ່ອນ.+ 40 ໃນມື້ທຳອິດ ໃຫ້ເຈົ້າເອົາສິ່ງເຫຼົ່ານີ້ມາຄື: ໝາກໄມ້ທີ່ດີທີ່ສຸດ ໃບປາມ+ ກິ່ງໄມ້ຈາກຕົ້ນໄມ້ທີ່ມີໃບຫຼາຍໆ ແລະຕົ້ນໄມ້*ຈາກຮ່ອມພູ ແລະໃຫ້ເຈົ້າສະຫຼອງດ້ວຍຄວາມມ່ວນຊື່ນ+ 7 ມື້ຕໍ່ໜ້າພະເຢໂຫວາພະເຈົ້າຂອງເຈົ້າ.+ 41 ໃນແຕ່ລະປີ ເຈົ້າຕ້ອງສະຫຼອງເທດສະການນີ້ 7 ມື້ເພື່ອໃຫ້ກຽດພະເຢໂຫວາ.+ ນີ້ແມ່ນກົດໝາຍທີ່ເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ. ເຈົ້າຕ້ອງສະຫຼອງເທດສະການນີ້ໃນເດືອນທີ 7. 42 ເຈົ້າຕ້ອງຢູ່ໃນຕູບ 7 ມື້.+ ພວກອິດສະຣາເອນທຸກຄົນຕ້ອງຢູ່ໃນຕູບ 43 ເພື່ອໃຫ້ລູກຫຼານຂອງເຈົ້າລຸ້ນຕໍ່ໆໄປຮູ້+ວ່າ ຫຼັງຈາກທີ່ເຮົາພາພວກອິດສະຣາເອນອອກມາຈາກແຜ່ນດິນເອຢິບແລ້ວ+ ເຮົາໃຫ້ເຂົາເຈົ້າຢູ່ໃນຕູບ. ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.’”
44 ແລ້ວໂມເຊກໍບອກເລື່ອງເທດສະການຕ່າງໆຂອງພະເຢໂຫວາໃຫ້ພວກອິດສະຣາເອນເຮັດຕາມ.