ອົບພະຍົບ
39 ເຂົາເຈົ້າເອົາດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍ*ສີແດງສົດ+ມາຕ່ຳເປັນເຄື່ອງນຸ່ງຢ່າງດີທີ່ຈະໃສ່ສຳລັບເຮັດວຽກຢູ່ເຕັ້ນສັກສິດ. ເຂົາເຈົ້າໄດ້ເຮັດເຄື່ອງນຸ່ງບໍລິສຸດສຳລັບອາໂຣນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
2 ເບຊາເລນເຮັດເອໂຟດ*+ຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 3 ເຂົາເຈົ້າເອົາຄຳມາຕີເປັນແຜ່ນບາງໆແລະຕັດເປັນເສັ້ນ. ແລ້ວເຂົາເຈົ້າກໍເອົາເສັ້ນຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດໄປແສ່ວໃສ່ຜ້າລີນິນຢ່າງດີ. 4 ເຂົາເຈົ້າເອົາຜ້າທີ່ເຮັດເປັນເອໂຟດທັງແຜ່ນໜ້າກັບແຜ່ນຫຼັງມາຕໍ່ກັນຢູ່ບ່ອນບ່າໄຫຼ່ 5 ແລະເຮັດຜ້າມັດແອວທີ່ຈະໃຊ້ມັດເອໂຟດໃຫ້ຢູ່ດີ.+ ຜ້າມັດແອວເຮັດຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
6 ເຂົາເຈົ້າເອົາຫີນໂອນິກມາໃສ່ໃນເບົ້າຄຳແລະສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນໃສ່ຫີນນັ້ນຄືກັບສະຫຼັກກາຈ້ຳ.+ 7 ເບຊາເລນເອົາຫີນເຫຼົ່ານັ້ນໃສ່ບ່ອນບ່າຂອງເອໂຟດເພື່ອເປັນສັນຍະລັກໃຫ້ຈື່ພວກລູກຊາຍຂອງອິດສະຣາເອນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ. 8 ຈາກນັ້ນ ລາວເຮັດແຜ່ນປົກເອິກ+ໂດຍໃຫ້ຊ່າງແສ່ວເຮັດຄືກັນກັບເຮັດເອໂຟດ ໂດຍໃຊ້ຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.+ 9 ເມື່ອພັບເຄິ່ງແລ້ວແຜ່ນປົກເອິກກໍຈະເປັນຮູບສີ່ລ່ຽມທີ່ມີທຸກຂ້າງເທົ່າກັນ ຍາວ 1 ຄືບ* ແລະກວ້າງ 1 ຄືບ. 10 ເຂົາເຈົ້າເຮັດເບົ້າໃສ່ແຜ່ນປົກເອິກ 4 ແຖວ. ແຖວທຳອິດມີແກ້ວພິລາ ແກ້ວໂທພັດສ໌ ແລະມໍລະກົດ. 11 ແຖວທີ 2 ມີຫີນເທີຄອຍສ໌ ໄພລິນ ແລະຫີນແຈສະເປີ. 12 ແຖວທີ 3 ມີຫີນແກ້ວເລເຊມ* ຫີນອະເກດ ແລະແກ້ວອາເມທິດທ໌. 13 ແຖວທີ 4 ມີແກ້ວຄຣິດໂຊໄລທ໌ ຫີນໂອນິກ ແລະຢົກ. ເຂົາເຈົ້າເອົາຫີນແກ້ວເຫຼົ່ານີ້ໃສ່ໃນເບົ້າຄຳ. 14 ເຂົາເຈົ້າສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນທັງ 12 ຄົນໃສ່ຫີນແກ້ວເຫຼົ່ານີ້ຄືກັບສະຫຼັກກາຈ້ຳ. ຫີນແກ້ວແຕ່ລະກ້ອນຈະມີຊື່ຂອງຕະກູນໜຶ່ງໃນ 12 ຕະກູນ.
15 ແລ້ວເຂົາເຈົ້າກໍເອົາຄຳແທ້ມາກ້ຽວເຂົ້າກັນເປັນຄືເຊືອກເພື່ອຈະໃຊ້ກັບແຜ່ນປົກເອິກ.+ 16 ເຂົາເຈົ້າເຮັດເບົ້າຄຳ 2 ອັນ ກັບບ້ວງຄຳ 2 ບ້ວງ ແລະເອົາ 2 ບ້ວງນີ້ຕິດໃສ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 17 ເຂົາເຈົ້າເອົາເຊືອກຄຳ 2 ເສັ້ນມາສອດໃສ່ບ້ວງທີ່ຢູ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 18 ເຂົາເຈົ້າເອົາ 2 ສົ້ນທີ່ເຫຼືອໄປສອດໃສ່ເບົ້າ 2 ອັນທີ່ຢູ່ບ່າເພື່ອໃຫ້ແຜ່ນປົກເອິກມາຫ້ອຍຢູ່ທາງໜ້າຂອງເອໂຟດພໍດີ. 19 ຈາກນັ້ນ ເຂົາເຈົ້າກໍເຮັດບ້ວງຄຳ 2 ອັນແລ້ວເອົາໄປຕິດໃສ່ 2 ສົ້ນທາງລຸ່ມຂອງແຜ່ນປົກເອິກເບື້ອງທີ່ຢູ່ທາງໃນຕິດກັບເອໂຟດ.+ 20 ເຂົາເຈົ້າເຮັດບ້ວງຄຳອີກ 2 ອັນໃສ່ທາງໜ້າຂອງເອໂຟດ. ບ້ວງນີ້ຈະຢູ່ທາງລຸ່ມບ່າໄປແລະຢູ່ທາງເທິງຂອງຜ້າມັດແອວທີ່ມັດເອໂຟດ. 21 ສຸດທ້າຍ ເຂົາເຈົ້າເອົາເຊືອກສີຟ້າມາມັດບ້ວງຄຳທີ່ຢູ່ແຜ່ນປົກເອິກ ແລະບ້ວງທີ່ຢູ່ເອໂຟດຢູ່ທາງເທິງຂອງຜ້າມັດແອວເພື່ອໃຫ້ແຜ່ນປົກເອິກຕິດຢູ່ທາງໜ້າເອໂຟດແໜ້ນດີ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
22 ເບຊາເລນເອົາຜ້າທີ່ຊ່າງຕ່ຳໄດ້ຕ່ຳຈາກດ້າຍສີຟ້າມາເຮັດເປັນເສື້ອແຂນກິ້ນ. ຊຸດນີ້ຈະນຸ່ງກ່ອນໃສ່ເອໂຟດ.+ 23 ລາວຈົ່ງປ່ອງທາງເທິງໄວ້ເພື່ອຈະສຸບຫົວເຂົ້າໄດ້ ແລະເຮັດຂອບຢູ່ປ່ອງຄໍເສື້ອນັ້ນເພື່ອໃຫ້ປ່ອງນັ້ນບໍ່ຂາດງ່າຍຄືກັບປ່ອງຂອງເສື້ອເກາະ. 24 ເຂົາເຈົ້າເຮັດຍອຍເສື້ອແຂນກິ້ນຄ້າຍຄືກັບໝາກພິລາຈາກດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດທີ່ຝັ້ນເຂົ້າກັນແລ້ວ. 25 ເຂົາເຈົ້າເຮັດໝາກກະລິ່ງຈາກຄຳແທ້ ແລະເອົາໄປຫ້ອຍເປັນຍອຍຢູ່ຕີນເສື້ອແຂນກິ້ນໂດຍຫ້ອຍສະຫຼັບກັບໝາກພິລາ. 26 ເຂົາເຈົ້າເອົາໝາກກະລິ່ງແລະໝາກພິລາມາຫ້ອຍສະຫຼັບກັນຢູ່ອ້ອມຕີນເສື້ອແຂນກິ້ນນັ້ນ. ເສື້ອໂຕນີ້ຈະໃຊ້ນຸ່ງຕອນເຮັດວຽກປະໂລຫິດ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
27 ເຂົາເຈົ້າໄດ້ເຮັດຊຸດຍາວໃຫ້ອາໂຣນກັບພວກລູກຊາຍຂອງລາວດ້ວຍຜ້າລີນິນຢ່າງດີທີ່ຊ່າງຕ່ຳໄວ້ແລ້ວ.+ 28 ເຂົາເຈົ້າເຮັດຜ້າຄຽນຫົວ+ຈາກຜ້າລີນິນຢ່າງດີໃຫ້ອາໂຣນ ເຮັດໝວກ+ງາມໆຈາກຜ້າລີນິນຢ່າງດີໃຫ້ພວກລູກຊາຍຂອງອາໂຣນ ເຮັດໂສ້ງຊ້ອນ+ທີ່ເຮັດຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 29 ເຂົາເຈົ້າເຮັດຜ້າມັດແອວທີ່ຕ່ຳຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
30 ແລ້ວເຂົາເຈົ້າກໍເອົາຄຳແທ້ມາເຮັດເປັນແຜ່ນເຫຼື້ອມງາມ ເຊິ່ງເປັນເຄື່ອງໝາຍບໍລິສຸດທີ່ສະແດງວ່າອາໂຣນອຸທິດໂຕໃຫ້ພະເຈົ້າ. ແຜ່ນຄຳນັ້ນໄດ້ສະຫຼັກຄຳເວົ້າໄວ້ຄືກັບສະຫຼັກກາຈ້ຳ ຄຳເວົ້ານັ້ນບອກວ່າ ‘ພະເຢໂຫວາບໍລິສຸດ.’+ 31 ເຂົາເຈົ້າເຮັດເຊືອກສີຟ້າມາມັດແຜ່ນຄຳນັ້ນຕິດກັບຜ້າຄຽນຫົວຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
32 ໃນທີ່ສຸດວຽກທັງໝົດກ່ຽວກັບເຕັ້ນສັກສິດ*ກໍແລ້ວໆ. ພວກອິດສະຣາເອນເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງໂມເຊ.+ ເຂົາເຈົ້າເຮັດຕາມໝົດທຸກຢ່າງ.
33 ເຂົາເຈົ້າເອົາສ່ວນປະກອບທຸກຢ່າງຂອງເຕັ້ນ+ແລະອຸປະກອນທຸກຢ່າງຂອງເຕັ້ນມາໃຫ້ໂມເຊ. ສິ່ງຂອງເຫຼົ່ານັ້ນມີຄື: ຂໍເກາະ+ ໂຄງຝາ+ ໄມ້ຮາວ+ ແລະເສົາກັບຖານຂອງເຕັ້ນ+ 34 ຜ້າປົກເຕັ້ນທີ່ເຮັດດ້ວຍໜັງແກະໂຕຜູ້ທີ່ຍ້ອມສີແດງ+ ຜ້າປົກເຕັ້ນທີ່ເຮັດດ້ວຍໜັງແມວນ້ຳ ແລະຜ້າກັ້ງ+ທີ່ໃຊ້ບັງຫີບສັນຍາ 35 ຫີບສັນຍາ ໄມ້ຫາມຫີບ+ ແລະຝາອັດຫີບ+ 36 ໂຕະ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບໂຕະ+ ແລະເຂົ້າຈີ່ທີ່ຕັ້ງໄວ້* 37 ຂາຕະກຽງທີ່ເຮັດຈາກຄຳແທ້ ຕະກຽງ+ທີ່ຈະເອົາມາລຽນໄວ້ເປັນແຖວ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບຂາຕະກຽງ+ ແລະນ້ຳມັນຕະກຽງ+ 38 ແທ່ນບູຊາ+ທີ່ເຮັດດ້ວຍຄຳ ນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ ເຄື່ອງຫອມ+ ແລະຜ້າກັ້ງ+ສຳລັບທາງເຂົ້າເຕັ້ນ 39 ແທ່ນບູຊາທີ່ເຮັດດ້ວຍທອງແດງ+ ຕານ່າງທອງແດງ ໄມ້ຫາມແທ່ນ+ ເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ+ ແລະອ່າງກັບຂາຕັ້ງຂອງອ່າງ+ 40 ຜ້າທີ່ໃຊ້ກັ້ນເດີ່ນຂອງເຕັ້ນສັກສິດ ເສົາກັບຖານຮອງຕີນເສົາ+ ຜ້າກັ້ງ+ສຳລັບທາງເຂົ້າເດີ່ນ ເຊືອກກັບຫຼິ້ມ*ທີ່ໃຊ້ຍຶດເຕັ້ນ+ ແລະເຄື່ອງໃຊ້ທຸກຢ່າງສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດ 41 ເຄື່ອງນຸ່ງທີ່ຕ່ຳຢ່າງດີສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດ ເຄື່ອງນຸ່ງສຳລັບປະໂລຫິດອາໂຣນ+ ແລະເຄື່ອງນຸ່ງສຳລັບພວກລູກຊາຍຂອງອາໂຣນທີ່ໃຊ້ຕອນເຮັດວຽກປະໂລຫິດ.
42 ພວກອິດສະຣາເອນເຮັດວຽກທຸກຢ່າງຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.+ 43 ເມື່ອໂມເຊໄປກວດເບິ່ງວຽກ ລາວກໍເຫັນວ່າເຂົາເຈົ້າເຮັດຕາມທີ່ພະເຢໂຫວາສັ່ງທຸກຢ່າງ ແລ້ວໂມເຊກໍອວຍພອນໃຫ້ເຂົາເຈົ້າ.