ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ໂຊໂລໂມນ​ສ້າງ​ວິຫານ (1-​38)

        • ສ້າງ​ຫ້ອງ​ບໍລິສຸດ​ທີ່​ສຸດ (19-​22)

        • ເຄຣູບ (23-​28)

        • ຮູບ​ແກະ​ສະຫຼັກ ປະຕູ ເດີ່ນ​ທາງ​ໃນ​ວິຫານ (29-​36)

        • ໃຊ້​ເວລາ​ສ້າງ​ວິຫານ 7 ປີ (37, 38)

1 ກະສັດ 6:1

ໄຂເງື່ອນ

  • *

    ເບິ່ງພາກຜະໜວກ ຂ15

  • *

    ເບິ່ງພາກຜະໜວກ ຂ8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:14, 51
  • +1ກສ 6:37
  • +1ຂຄ 28:11, 12; 2ຂຄ 3:1, 2

1 ກະສັດ 6:2

ໄຂເງື່ອນ

  • *

    ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ

  • *

    26,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    8,9 ແມັດ

  • *

    13,3 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 3:3; ອຊຣ 6:3

1 ກະສັດ 6:3

ໄຂເງື່ອນ

  • *

    8,9 ແມັດ

  • *

    ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ

  • *

    ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ

  • *

    4,5 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 3:4

1 ກະສັດ 6:4

ໄຂເງື່ອນ

  • *

    ຫຼື “ໃຫ້ມີຂອບປ່ອງຢ້ຽມທີ່ເປັນຊັ້ນ​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:26

1 ກະສັດ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 16:2; 2ຂຄ 5:7; ຮຣ 9:3
  • +1ກສ 6:10; ອຊກ 41:5, 26

1 ກະສັດ 6:6

ໄຂເງື່ອນ

  • *

    2,2 ແມັດ

  • *

    2,7 ແມັດ

  • *

    3,1 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:6, 7

1 ກະສັດ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 5:17

1 ກະສັດ 6:8

ໄຂເງື່ອນ

  • *

    ແປຕາມໂຕວ່າ “ທາງເບື້ອງຂວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:11

1 ກະສັດ 6:9

ໄຂເງື່ອນ

  • *

    ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ

  • *

    ໄມ້ແປກຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:38
  • +1ກສ 5:6; 6:20

1 ກະສັດ 6:10

ໄຂເງື່ອນ

  • *

    2,2 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:5

1 ກະສັດ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:18, 19; 1ກສ 8:25; 1ຂຄ 28:9
  • +2ຊມ 7:13; 1ຂຄ 22:9

1 ກະສັດ 6:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; ລລວ 26:12; ພສ 132:13
  • +1ຂຄ 28:20

1 ກະສັດ 6:15

ໄຂເງື່ອນ

  • *

    ໄມ້ແປກຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 5:8; 2ຂຄ 3:5

1 ກະສັດ 6:16

ໄຂເງື່ອນ

  • *

    8,9 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:5; 2ຂຄ 3:8, 9; ຮຣ 9:3

1 ກະສັດ 6:17

ໄຂເງື່ອນ

  • *

    17,8 ແມັດ

  • *

    ແປຕາມໂຕວ່າ “ວິຫານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:2

1 ກະສັດ 6:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:24
  • +ອພຍ 25:33

1 ກະສັດ 6:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:3
  • +ອພຍ 40:21; 1ກສ 8:6

1 ກະສັດ 6:20

ໄຂເງື່ອນ

  • *

    8,9 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:16
  • +ອພຍ 30:1; 1ກສ 7:48

1 ກະສັດ 6:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 26:29; 2ຂຄ 3:7
  • +ອພຍ 26:33

1 ກະສັດ 6:22

ໄຂເງື່ອນ

  • *

    ໃນນີ້ຄຳວ່າ “ວິຫານ” ໝາຍເຖິງສ່ວນທີ່ເປັນຫ້ອງບໍລິສຸດແລະຫ້ອງບໍລິສຸດທີ່ສຸດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:1, 3; 40:5

1 ກະສັດ 6:23

ໄຂເງື່ອນ

  • *

    ແປຕາມໂຕວ່າ “ໄມ້ທີ່ມີນ້ຳມັນ”

  • *

    4,5 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:24; 2ກສ 19:15; ພສ 99:1
  • +2ຂຄ 3:10-13; 5:8

1 ກະສັດ 6:24

ໄຂເງື່ອນ

  • *

    2,2 ແມັດ

  • *

    4,5 ແມັດ

1 ກະສັດ 6:25

ໄຂເງື່ອນ

  • *

    4,5 ແມັດ

1 ກະສັດ 6:26

ໄຂເງື່ອນ

  • *

    4,5 ແມັດ

1 ກະສັດ 6:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:1; ອຊຢ 37:16; ຮຣ 9:4, 5

1 ກະສັດ 6:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 3:14
  • +ອຊກ 41:17, 18
  • +ອພຍ 25:33; 1ກສ 6:18

1 ກະສັດ 6:33

ໄຂເງື່ອນ

  • *

    ອາດໝາຍເຖິງການສ້າງຂອບປະຕູຫຼືຂະໜາດຂອງປະຕູ

1 ກະສັດ 6:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:24, 25

1 ກະສັດ 6:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:9; 2ຂຄ 4:9; 7:7
  • +1ກສ 7:12

1 ກະສັດ 6:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:1

1 ກະສັດ 6:38

ໄຂເງື່ອນ

  • *

    ເບິ່ງພາກຜະໜວກ ຂ15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 28:11, 12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2399, 2500

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 6:1ອພຍ 12:14, 51
1ກສ. 6:11ກສ 6:37
1ກສ. 6:11ຂຄ 28:11, 12; 2ຂຄ 3:1, 2
1ກສ. 6:22ຂຄ 3:3; ອຊຣ 6:3
1ກສ. 6:32ຂຄ 3:4
1ກສ. 6:4ອຊກ 41:26
1ກສ. 6:5ລລວ 16:2; 2ຂຄ 5:7; ຮຣ 9:3
1ກສ. 6:51ກສ 6:10; ອຊກ 41:5, 26
1ກສ. 6:6ອຊກ 41:6, 7
1ກສ. 6:71ກສ 5:17
1ກສ. 6:8ອຊກ 41:11
1ກສ. 6:91ກສ 6:38
1ກສ. 6:91ກສ 5:6; 6:20
1ກສ. 6:101ກສ 6:5
1ກສ. 6:12ພບຍ 17:18, 19; 1ກສ 8:25; 1ຂຄ 28:9
1ກສ. 6:122ຊມ 7:13; 1ຂຄ 22:9
1ກສ. 6:13ອພຍ 25:8; ລລວ 26:12; ພສ 132:13
1ກສ. 6:131ຂຄ 28:20
1ກສ. 6:151ກສ 5:8; 2ຂຄ 3:5
1ກສ. 6:161ກສ 6:5; 2ຂຄ 3:8, 9; ຮຣ 9:3
1ກສ. 6:17ຮຣ 9:2
1ກສ. 6:181ກສ 7:24
1ກສ. 6:18ອພຍ 25:33
1ກສ. 6:19ຮຣ 9:3
1ກສ. 6:19ອພຍ 40:21; 1ກສ 8:6
1ກສ. 6:201ກສ 6:16
1ກສ. 6:20ອພຍ 30:1; 1ກສ 7:48
1ກສ. 6:21ອພຍ 26:29; 2ຂຄ 3:7
1ກສ. 6:21ອພຍ 26:33
1ກສ. 6:22ອພຍ 30:1, 3; 40:5
1ກສ. 6:23ປຖກ 3:24; 2ກສ 19:15; ພສ 99:1
1ກສ. 6:232ຂຄ 3:10-13; 5:8
1ກສ. 6:27ພສ 80:1; ອຊຢ 37:16; ຮຣ 9:4, 5
1ກສ. 6:292ຂຄ 3:14
1ກສ. 6:29ອຊກ 41:17, 18
1ກສ. 6:29ອພຍ 25:33; 1ກສ 6:18
1ກສ. 6:34ອຊກ 41:24, 25
1ກສ. 6:36ອພຍ 27:9; 2ຂຄ 4:9; 7:7
1ກສ. 6:361ກສ 7:12
1ກສ. 6:371ກສ 6:1
1ກສ. 6:381ຂຄ 28:11, 12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 6:1-38

ກະສັດ​ສະບັບ​ທີ​ໜຶ່ງ

6 ໃນ​ປີ​ທີ 480 ຫຼັງ​ຈາກ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ+ ເຊິ່ງ​ແມ່ນ​ປີ​ທີ 4 ທີ່​ກະສັດ​ໂຊໂລໂມນ​ປົກຄອງ​ອິດສະຣາເອນ ໃນ​ເດືອນ​ຊິບ*+ (ນັ້ນ​ແມ່ນ​ເດືອນ​ທີ 2) ໂຊໂລໂມນ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.*+ 2 ວິຫານ*ທີ່​ກະສັດ​ໂຊໂລໂມນ​ສ້າງ​ໃຫ້​ພະ​ເຢໂຫວາ​ຍາວ 60 ສອກ* ກວ້າງ 20 ສອກ* ແລະ​ສູງ 30 ສອກ.*+ 3 ຫ້ອງ​ທີ່​ຢູ່​ທາງເຂົ້າ+ທາງ​ໜ້າ​ກວ້າງ 20 ສອກ*ເຊິ່ງ​ເທົ່າ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ.* ຕັ້ງ​ແຕ່​ປະຕູ​ທາງ​ໜ້າ​ຂອງ​ຫ້ອງ​ທີ່​ຢູ່​ທາງ​ເຂົ້າ​ຈົນ​ຮອດ​ປະຕູ​ທາງ​ໜ້າຂອງ​ວິຫານ*ຍາວ 10 ສອກ.*

4 ລາວ​ເຮັດ​ປ່ອງ​ຢ້ຽມ​ຂອງ​ວິຫານ​ໃຫ້​ມີ​ຂອບນ້ອຍ​ລົງ​ໆ​.*+ ປ່ອງ​ຢ້ຽມ​ເຫຼົ່ານີ້​ຖ້າ​ເບິ່ງ​ຈາກທາງ​ນອກຈະ​ນ້ອຍ​ກວ່າ​ເບິ່ງ​ຢູ່​ທາງ​ໃນ. 5 ລາວ​ໄດ້​ເຮັດ​ຝາ​ອີກ​ຊັ້ນ​ໜຶ່ງ​ອ້ອມ​ວິຫານ​ທີ່​ມີ​ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່​ສຸດ+ ແລະ​ຕາມ​ຝາ​ນັ້ນ​ລາວ​ກໍ​ຂັ້ນ​ເປັນ​ຫຼາຍ​ໆ​ຫ້ອງ.+ 6 ຊັ້ນ​ທີ 1 ຂອງ​ຫ້ອງ​ກວ້າງ 5 ສອກ* ຊັ້ນ​ທີ 2 ກວ້າງ 6 ສອກ* ແລະ​ຊັ້ນ​ທີ 3 ກວ້າງ 7 ສອກ.* ແຕ່​ລະ​ຊັ້ນ ລາວ​ເຮັດ​ເປັນ​ພັກ​ເພື່ອ​ຈະ​ເອົາ​ໄມ້​ໄປ​ຢອງ​ໃສ່​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ເຈາະ​ຝາ​ຂອງ​ວິຫານ.+

7 ເຂົາ​ເຈົ້າ​ສ້າງ​ວິຫານ​ດ້ວຍ​ຫີນ​ໃຫຍ່​ໆ​ທີ່​ຕັດ​ເປັນ​ກ້ອນ​ໄວ້ແລ້ວ +ເພື່ອ​ຈະ​ບໍ່​ໄດ້​ຍິນ​ສຽງ​ຄ້ອນ​ຕີ ສຽງ​ຂວານ ຫຼື​ສຽງ​ເຄື່ອງ​ມື​ຕ່າງ​ໆ​ທີ່​ເປັນ​ເຫຼັກ​ໃນ​ຕອນ​ທີ່​ສ້າງ. 8 ທາງເຂົ້າ​ຂອງ​ຊັ້ນ​ທີ 1 ແມ່ນ​ຢູ່​ທາງ​ທິດໃຕ້*ຂອງ​ວິຫານ​+ແລະ​ມີຂັ້ນໄດຂຶ້ນ​ໄປ​ຊັ້ນ​ທີ 2 ແລະ​ຊັ້ນ​ທີ 3. 9 ລາວ​ໄດ້​ສ້າງ​ວິຫານ*ຈົນ​ແລ້ວ.+ ລາວ​ເອົາ​ໄມ້​ຊີດ້າ*ມາ​ເຮັດ​ເປັນ​ຂື່​ແລະ​ເອົາ​ໄມ້​ແປ້ນ​ທີ່​ເປັນ​ໄມ້​ຊີດ້າ​ມາ​ມຸງ​ຫຼັງ​ຄາ.+ 10 ຢູ່​ຕາມ​ຝາອ້ອມ​ວິຫານ ລາວ​ຂັ້ນ​ເປັນ​ຫຼາຍ​ໆ​ຫ້ອງ+ ແຕ່​ລະ​ຫ້ອງ​ສູງ 5 ສອກ*ແລະຕໍ່ກັບ​ວິຫານ​ດ້ວຍ​ໄມ້​ຊີດ້າ.

11 ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂຊໂລໂມນ​ວ່າ: 12 “ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ຂອງ​ເຮົາ ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຮົາ ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ+ ເຈົ້າ​ຈະ​ໄດ້​ເຫັນ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ​ເກີດ​ຂຶ້ນ​ແທ້.+ 13 ເຮົາ​ຈະ​ຢູ່​ໃນ​ວິຫານ​ທີ່​ເຈົ້າ​ກຳລັງ​ສ້າງ. ນີ້​ໝາຍ​ຄວາມ​ວ່າ ເຮົາ​ຈະ​ຢູ່​ກັບ​ພວກ​ອິດສະຣາເອນ​ທີ່​ເປັນ​ປະຊາຊົນ​ຂອງ​ເຮົາ​+ແລະ​ຈະ​ບໍ່​ປະຖິ້ມ​ເຂົາ​ເຈົ້າ.”+

14 ໂຊໂລໂມນ​ສ້າງ​ວິຫານ​ຈົນ​ແລ້ວ. 15 ລາວ​ຕິດ​ໄມ້​ຊີດ້າ​ອ້ອມ​ຝາ​ວິຫານ​ທັງ​ໝົດ​ຕັ້ງ​ແຕ່​ພື້ນ​ຈົນ​ຮອດ​ເພດານ ແລະປູ​ພື້ນ​ດ້ວຍ​ໄມ້​ຈູນິເປີ້.*+ 16 ຈາກ​ຝາ​ທາງ​ຫຼັງ​ຂອງ​ວິຫານ ລາວ​ແທກ​ອອກ​ມາ 20 ສອກ* ແລະ​ເອົາ​ໄມ້​ຊີດ້າ​ຂັ້ນ​ຕັ້ງ​ແຕ່​ພື້ນ​ຈົນ​ຮອດ​ເພດານ​ເພື່ອ​ເຮັດ​ເປັນ​ຫ້ອງ​ບໍລິສຸດ​ທີ່​ສຸດ.+ 17 ສ່ວນ 40 ສອກ*ທີ່​ຢູ່​ທາງ​ໜ້າຂອງ​ຫ້ອງ​ນີ້​ແມ່ນຫ້ອງ​ບໍລິສຸດ.*+ 18 ສຳລັບ​ຝາ​ທາງ​ໃນ​ທີ່​ເປັນ​ໄມ້​ຊີດ້າ ລາວແກະ​ສະ​ຫຼັກຮູບ​ໝາກ​ໄມ້​ທີ່​ເປັນ​ໜ່ວຍ​ນ້ອຍ​ໆ​ມົນ​ໆ​+ແລະ​ຮູບ​ດອກ​ໄມ້​ບານ​+ໃສ່. ຝາ​ທາງ​ໃນ​ເປັນ​ໄມ້​ຊີດ້າ​ທັງ​ໝົດແລະແນມບໍ່​ເຫັນ​ກ້ອນ​ຫີນ.

19 ໂຊໂລໂມນ​ສ້າງ​ຫ້ອງ​ບໍລິສຸດ​ທີ່​ສຸດ+ເພື່ອ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ໄວ້​ຢູ່​ຫັ້ນ.+ 20 ຫ້ອງ​ບໍລິສຸດ​ທີ່​ສຸດ​ຍາວ 20 ສອກ* ກວ້າງ 20 ສອກ ແລະ​ສູງ 20 ສອກ.+ ລາວ​ເອົາ​ຄຳ​ແທ້​ໂອບ​ຫ້ອງ​ນີ້ແລະເອົາ​ໄມ້​ຊີດ້າ​ມາຫຸ້ມແທ່ນ​ບູຊາ.+ 21 ໂຊໂລໂມນ​ເອົາ​ຄຳ​ແທ້+ໂອບ​ທາງ​ໃນ​ວິຫານ​ທັງ​ໝົດແລະ​ເອົາ​ໂສ້​ຄຳ​ຕັນ​ໄວ້​ທາງ​ໜ້າຫ້ອງ​ບໍລິສຸດ​ທີ່​ສຸດ.+ ຫ້ອງ​ນັ້ນ​ໂອບ​ດ້ວຍ​ຄຳ​ຄື​ກັນ. 22 ລາວ​ເອົາ​ຄຳ​ໂອບ​ວິຫານ*​ທັງ​ໝົດ​ແລະ​ຍັງ​ເອົາ​ຄຳ​ໂອບ​ແທ່ນ​ບູຊາ+ທີ່​ຢູ່​ໃກ້​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ​ນຳ​ອີກ.

23 ໂຊໂລໂມນ​ເອົາໄມ້​ແປກ*ມາ​ເຮັດ​ເຄຣູບ+ 2 ອົງ ແຕ່​ລະ​ອົງ​ສູງ 10 ສອກ*+ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ. 24 ປີກ​ແຕ່​ລະ​ເບື້ອງ​ຂອງ​ເຄຣູບ​ແທກ​ໄດ້ 5 ສອກ.* ສົ້ນ​ປີກ​ເບື້ອງ​ໜຶ່ງ​ຫາ​ສົ້ນ​ປີກ​ອີກ​ເບື້ອງ​ໜຶ່ງ​ແທກ​ໄດ້ 10 ສອກ.* 25 ເຄຣູບ​ອີກ​ອົງ​ໜຶ່ງ​ກໍ​ແທກ​ໄດ້ 10 ສອກ*ຄື​ກັນ. ເຄຣູບ 2 ອົງ​ນີ້​ມີ​ຮູບ​ຮ່າງ​ແລະ​ຂະໜາດ​ສ່ຳ​ກັນ. 26 ເຄຣູບ​ອົງ​ໜຶ່ງ​ສູງ 10 ສອກ*ແລະ​ເຄຣູບ​ອີກ​ອົງ​ໜຶ່ງ​ກໍ​ສູງ​ສ່ຳ​ກັນ. 27 ແລ້ວ​ໂຊໂລໂມນ​ກໍ​ເອົາ​ເຄຣູບ 2 ອົງ​ນີ້+ໄປ​ຕັ້ງ​ໄວ້​ໃນ​ຫ້ອງບໍລິສຸດ​ທີ່​ສຸດ. ເຄຣູບ 2 ອົງ​ນີ້​ພື​ປີກ​ອອກ. ປີກ​ເບື້ອງ​ໜຶ່ງ​ຂອງ​ເຄຣູບ​ອົງ​ໜຶ່ງ​ຈຸ​ຝາ​ເບື້ອງ​ນີ້ ແລະ​ປີກ​ເບື້ອງ​ໜຶ່ງ​ຂອງ​ເຄຣູບ​ອີກ​ອົງ​ໜຶ່ງ​ຈຸ​ຝາ​ເບື້ອງ​ນັ້ນ ແລະ​ປີກ​ອີກ​ເບື້ອງ​ໜຶ່ງຂອງ​ທັງ​ສອງ​ອົງຈຸ​ກັນ​ຢູ່​ເຄິ່ງ​ກາງ​ຫ້ອງບໍລິສຸດ​ທີ່​ສຸດ. 28 ໂຊໂລໂມນ​ເອົາ​ຄຳ​ໂອບ​ເຄຣູບ 2 ອົງ​ນີ້.

29 ໂຊໂລໂມນ​ໄດ້​ແກະ​ສະ​ຫຼັກ​ຮູບ​ເຄຣູບ+ ຮູບ​ຕົ້ນປາມ+ ແລະ​ຮູບ​ດອກ​ໄມ້​ບານ+ໃສ່​ເຕັມ​ຝາ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ແລະ​ຝາ​ໃນ​ຫ້ອງ​ບໍລິສຸດ. 30 ໂຊໂລໂມນ​ເອົາ​ຄຳ​ເປັນ​ແຜ່ນ​ຕິດ​ໃສ່​ພື້ນ​ຂອງ​ຫ້ອງ​ບໍລິສຸດ​ທີ່​ສຸດ​ແລະ​ຫ້ອງ​ບໍລິສຸດ. 31 ຝາ​ທີ່​ຂັ້ນ 2 ຫ້ອງ​ນີ້​ມີ 5 ສ່ວນ​ເທົ່າ​ກັນ. 1 ສ່ວນ​ຂອງ​ຝາ​ນັ້ນແມ່ນ​ທາງເຂົ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ. ທາງເຂົ້າ​ນີ້​ມີ​ປະຕູ​ໄມ້​ແປກ ເສົາ​ທີ່​ຕິດ​ກັບ​ຝາ ແລະ​ຂອບ​ປະຕູ. 32 ລາວ​ແກະ​ສະ​ຫຼັກ​ຮູບ​ເຄຣູບ ຮູບ​ຕົ້ນປາມ ແລະ​ຮູບ​ດອກ​ໄມ້​ບານ​ໃສ່​ປະຕູ​ໄມ້​ແປກ​ທັງສອງ​ບານ. ລາວ​ເອົາ​ຄຳ​ໂອບ​ປະຕູ​ທັງສອງ​ບານ ໂອບ​ຮູບ​ເຄຣູບ ແລະ​ໂອບ​ຮູບ​ຕົ້ນປາມ​ນຳ. 33 ສຳລັບ​ປະຕູ​ທາງເຂົ້າ​ຂອງ​ຫ້ອງ​ບໍລິສຸດ ລາວ​ເອົາ​ໄມ້​ແປກ​ມາ​ເຮັດ​ຂອບ​ປະຕູ​ເຊິ່ງ​ເປັນ​ສ່ວນ​ທີ 4.* 34 ລາວ​ເອົາ​ໄມ້​ຈູນິເປີ້​ມາ​ເຮັດ​ປະຕູ 2 ບານ ແລະ​ປະຕູ​ແຕ່​ລະ​ບານ​ກໍ​ພັບ​ໄດ້.+ 35 ລາວ​ແກະ​ສະ​ຫຼັກ​ຮູບ​ເຄຣູບ ຮູບ​ຕົ້ນປາມ ແລະ​ຮູບ​ດອກ​ໄມ້​ບານ​ໃສ່​ປະຕູ​ແລ້ວ​ເອົາ​ແຜ່ນ​ຄຳ​ມາ​ໂອບ​ໃສ່​ຮູບ​ທີ່​ແກະ​ສະ​ຫຼັກ​ນັ້ນ.

36 ລາວ​ສ້າງ​ກຳແພງ​ອ້ອມ​ເດີ່ນ​ທາງ​ໃນ+ທີ່​ມີ​ຫີນ​ເປັນ​ກ້ອນ​ຢອງ​ກັນ 3 ຊັ້ນ​ແລະ​ມີ​ຊັ້ນ​ໜຶ່ງ​ເປັນ​ໄມ້​ຊີດ້າ.+

37 ໃນ​ເດືອນ​ຊິບ​ຂອງ​ປີ​ທີ 4 ທີ່ໂຊໂລໂມນ​ປົກຄອງ ລາວ​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ.+ 38 ໃນ​ເດືອນ​ບູເຣ* (ເຊິ່ງ​ແມ່ນ​ເດືອນ​ທີ 8) ຂອງ​ປີ​ທີ 11 ທີ່​ໂຊໂລໂມນ​ປົກຄອງ ລາວ​ໄດ້​ສ້າງ​ວິຫານ​ແລ້ວ​ຕາມ​ລາຍ​ລະອຽດ​ທຸກ​ຢ່າງ.+ ລາວ​ໃຊ້​ເວລາ 7 ປີ​ເພື່ອ​ສ້າງ​ວິຫານ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌