ຂ່າວຄາວສະບັບທີສອງ
26 ພວກຢູດາໄດ້ແຕ່ງຕັ້ງອຸດຊີຢາ+ໃຫ້ເປັນກະສັດແທນອາມາຊີຢາພໍ່ຂອງລາວ.+ ຕອນນັ້ນ ອຸດຊີຢາອາຍຸ 16 ປີ. 2 ອຸດຊີຢາໄດ້ຍຶດເອົາເມືອງເອໂລດ+ກັບຄືນມາເປັນຂອງຢູດາແລະຟື້ນຟູເມືອງນັ້ນຫຼັງຈາກທີ່ກະສັດອາມາຊີຢາຕາຍ.+ 3 ອຸດຊີຢາ+ເປັນກະສັດຕອນອາຍຸ 16 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 52 ປີ. ແມ່ຂອງລາວຊື່ເຢໂກລີຢາເປັນຄົນເຢຣູຊາເລັມ.+ 4 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງຄືກັບອາມາຊີຢາພໍ່ຂອງລາວ.+ 5 ອຸດຊີຢາຮັບໃຊ້ພະເຈົ້າຕະຫຼອດໄລຍະທີ່ເຊຄາຣີຢາຍັງມີຊີວິດຢູ່. ເຊຄາຣີຢາເປັນຜູ້ສອນອຸດຊີຢາໃຫ້ຢ້ານຢຳພະເຈົ້າທ່ຽງແທ້. ຕອນທີ່ອຸດຊີຢາຮັບໃຊ້ພະເຢໂຫວາພະເຈົ້າທ່ຽງແທ້ ພະເຈົ້າໄດ້ອວຍພອນລາວຫຼາຍຢ່າງ.+
6 ອຸດຊີຢາໄປຕໍ່ສູ້ກັບພວກຟີລິດສະຕີນ.+ ລາວເຈາະກຳແພງເມືອງກັດ+ ເມືອງຢັບເນ+ ແລະເມືອງອາຊະໂດດ+ ແລ້ວບຸກເຂົ້າໄປໂຈມຕີເມືອງເຫຼົ່ານີ້ແລະເອົາຊະນະໄດ້. ຈາກນັ້ນ ລາວກໍສ້າງເມືອງຕ່າງໆໃນເຂດອາຊະໂດດແລະໃນເຂດຂອງພວກຟີລິດສະຕີນ. 7 ພະເຈົ້າທ່ຽງແທ້ຊ່ວຍລາວໃຫ້ຕໍ່ສູ້ກັບພວກຟີລິດສະຕີນ ພວກອາຣັບ+ທີ່ຢູ່ກູເຣບາອານ ແລະພວກເມອູນີມ. 8 ພວກອຳໂມນ+ເລີ່ມເສຍສ່ວຍໃຫ້ອຸດຊີຢາ. ອຸດຊີຢາມີຊື່ສຽງໄປໄກຮອດເອຢິບແລະລາວມີອຳນາດຫຼາຍ. 9 ອຸດຊີຢາໄດ້ສ້າງປ້ອມ+ໃນເມືອງເຢຣູຊາເລັມໃກ້ກັບປະຕູແຈ+ ປະຕູຮ່ອມພູ+ ແລະແນວຄ້ຳກຳແພງ. ລາວເຮັດໃຫ້ປ້ອມເຫຼົ່ານີ້ເຂັ້ມແຂງ. 10 ລາວສ້າງປ້ອມ+ຢູ່ບ່ອນກັນດານ ຢູ່ເຊເຟລາ ແລະຢູ່ທົ່ງພຽງ. ໃນບ່ອນເຫຼົ່ານັ້ນລາວໄດ້ຂຸດ*ນ້ຳສ້າງຫຼາຍບ່ອນ ຍ້ອນລາວມີຝູງສັດຫຼາຍ. ລາວມີຄົນເຮັດໄຮ່ເຮັດນາແລະເຮັດສວນໝາກລະແຊັງໃຫ້ຢູ່ພູກາເມນແລະຢູ່ເຂດພູອື່ນໆ ຍ້ອນວ່າລາວມັກການປູກຝັງລ້ຽງສັດ.
11 ອຸດຊີຢາມີກອງທະຫານໃຫຍ່ທີ່ພ້ອມຈະໄປເຮັດສົງຄາມ. ລາວແບ່ງທະຫານເຫຼົ່ານີ້ອອກເປັນກຸ່ມເພື່ອໃຫ້ອອກໄປຕໍ່ສູ້. ເຢອີເອນທີ່ເປັນເລຂາ+ກັບມາອາເສຢາທີ່ເປັນຮອງຫົວໜ້າເປັນຜູ້ຮັບຜິດຊອບເລື່ອງລົງທະບຽນແລະຈັດລະບຽບ+ເຂົາເຈົ້າ. ຮານານີຢາທີ່ເປັນຫົວໜ້າກອງທັບເບິ່ງແຍງວຽກຂອງ 2 ຄົນນີ້. 12 ພວກຫົວໜ້າໃນຈຸ້ມເຈື້ອຕ່າງໆທີ່ເປັນຫົວໜ້າຂອງພວກທະຫານທີ່ເກັ່ງໆມີ 2.600 ຄົນ. 13 ພວກທະຫານທີ່ເກັ່ງໆທີ່ພ້ອມຈະໄປຕໍ່ສູ້ກັບສັດຕູຂອງກະສັດມີ 307.500 ຄົນ.+ 14 ອຸດຊີຢາໃຫ້ທະຫານທຸກຄົນມີໂລ້ ຫອກ+ ໝວກເຫຼັກ ເສື້ອເກາະ+ ທະນູ ແລະກ້ອນຫີນສຳລັບໃຊ້ເຊືອກແກວ່ງ.+ 15 ນອກຈາກນັ້ນ ອຸດຊີຢາຍັງໃຫ້ນັກປະດິດເຮັດເຄື່ອງມືທີ່ໃຫຍ່ໆໄວ້ຢູ່ເທິງປ້ອມ+ແລະຢູ່ແຈກຳແພງເມືອງເຢຣູຊາເລັມເພື່ອໃຊ້ໃນການຕໍ່ສູ້. ເຄື່ອງມືນີ້ສາມາດຍິງທະນູແລະກ້ອນຫີນໃຫຍ່ໆໄດ້. ລາວມີຊື່ສຽງໄປທຸກບ່ອນ ຍ້ອນພະເຈົ້າຊ່ວຍລາວແລະເຮັດໃຫ້ລາວມີອຳນາດຫຼາຍຂຶ້ນ.
16 ແຕ່ເມື່ອມີອຳນາດແລ້ວ ລາວກໍກາຍເປັນຄົນຈອງຫອງຈົນເຮັດໃຫ້ໂຕເອງຈິບຫາຍ. ລາວເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງລາວ ໂດຍເຂົ້າໄປໃນວິຫານຂອງພະເຢໂຫວາເພື່ອເຜົາເຄື່ອງຫອມຢູ່ແທ່ນເຜົາເຄື່ອງຫອມ.+ 17 ປະໂລຫິດອາຊາຣີຢາກັບປະໂລຫິດຂອງພະເຢໂຫວາອີກ 80 ຄົນກໍຟ້າວນຳລາວເຂົ້າໄປ. 18 ເຂົາເຈົ້າຫ້າມອຸດຊີຢາແລະບອກລາວວ່າ: “ທ່ານບໍ່ຄວນເຮັດແບບນີ້. ທ່ານບໍ່ຄວນເຜົາເຄື່ອງຫອມໃຫ້ພະເຢໂຫວາ+ເພາະວ່າມັນບໍ່ແມ່ນໜ້າທີ່ຂອງທ່ານ ແຕ່ເປັນໜ້າທີ່ຂອງພວກປະໂລຫິດທີ່ເປັນລູກຫຼານຂອງອາໂຣນ+ທີ່ເຮັດໃຫ້ໂຕເອງສະອາດແລ້ວ*ເທົ່ານັ້ນ. ໃຫ້ທ່ານອອກໄປຈາກບ່ອນບໍລິສຸດນີ້. ເຖິງທ່ານຈະເຜົາເຄື່ອງຫອມຢູ່ແທ່ນບູຊາ ແຕ່ພະເຢໂຫວາພະເຈົ້າຈະບໍ່ໃຫ້ກຽດທ່ານ ຍ້ອນທ່ານບໍ່ເຊື່ອຟັງເພິ່ນ.”
19 ຕອນນັ້ນ ອຸດຊີຢາກຳລັງຖືແນວເຜົາເຄື່ອງຫອມແລະຢືນຢູ່ໃກ້ແທ່ນເຜົາເຄື່ອງຫອມໃນວິຫານຂອງພະເຢໂຫວາ. ລາວໃຈຮ້າຍ+ໃຫ້ພວກປະໂລຫິດຫຼາຍ ແລະຕອນທີ່ລາວກຳລັງໃຈຮ້າຍຢູ່ນັ້ນ ລາວກໍເປັນຂີ້ທູດ+ຢູ່ໜ້າຜາກ. 20 ເມື່ອປະໂລຫິດໃຫຍ່ອາຊາຣີຢາກັບພວກປະໂລຫິດເຫັນວ່າລາວເປັນຂີ້ທູດ ເຂົາເຈົ້າກໍຟ້າວພາລາວອອກໄປຈາກວິຫານ. ເມື່ອອຸດຊີຢາຮູ້ໂຕວ່າພະເຢໂຫວາເຮັດໃຫ້ລາວເປັນຂີ້ທູດ ລາວກໍຟ້າວອອກມາທັນທີ.
21 ກະສັດອຸດຊີຢາເປັນຂີ້ທູດຈົນຮອດມື້ຕາຍ. ລາວໄດ້ແຍກໄປຢູ່ເຮືອນອີກຫຼັງໜຶ່ງຕ່າງຫາກ+ແລະບໍ່ໄດ້ຮັບອະນຸຍາດໃຫ້ໄປວິຫານຂອງພະເຢໂຫວາ. ໂຢທາມລູກຊາຍຂອງລາວເປັນຜູ້ເບິ່ງແຍງວັງແທນລາວແລະຕັດສິນຄະດີຕ່າງໆໃຫ້ປະຊາຊົນ.+
22 ຜູ້ພະຍາກອນເອຊາຢາ+ລູກຊາຍຂອງອາມອດເປັນຜູ້ຂຽນເລື່ອງຕ່າງໆຂອງອຸດຊີຢາຕັ້ງແຕ່ຕົ້ນຈົນຈົບ. 23 ຕອນທີ່ອຸດຊີຢາຕາຍ ເຂົາເຈົ້າໄດ້ຝັງລາວໄວ້ກັບປູ່ຍ່າຕານາຍຂອງລາວ ແຕ່ຢູ່ດິນອີກຕອນໜຶ່ງທີ່ເປັນຂອງພວກກະສັດ*ຍ້ອນວ່າລາວເປັນຂີ້ທູດ. ໂຢທາມ+ລູກຊາຍຂອງລາວກໍເປັນກະສັດແທນ.