ກະສັດສະບັບທີໜຶ່ງ
18 ຕໍ່ມາ ໃນປີທີ 3+ ທີ່ເກີດຄວາມແຫ້ງແລ້ງ ພະເຢໂຫວາໄດ້ບອກເອລີຢາວ່າ: “ໃຫ້ເຈົ້າໄປຫາອາຮາບ ຍ້ອນເຮົາຕັ້ງໃຈໄວ້ແລ້ວວ່າຈະເຮັດໃຫ້ຝົນຕົກ.”+ 2 ເອລີຢາກໍໄປຫາອາຮາບ ຕອນນັ້ນມີຄວາມອຶດຢາກໜັກຫຼາຍ+ໃນເຂດຊາມາເຣຍ.
3 ອາຮາບໄດ້ເອີ້ນໂອບາດີຢາທີ່ເປັນຜູ້ເບິ່ງແຍງວັງຂອງກະສັດໃຫ້ມາຫາ. (ໂອບາດີຢາເປັນຄົນທີ່ຢ້ານຢຳພະເຢໂຫວາຫຼາຍ. 4 ຕອນທີ່ເຢເຊເບນ+ສັ່ງໃຫ້ຂ້າຜູ້ພະຍາກອນຂອງພະເຢໂຫວາ ໂອບາດີຢາໄດ້ເຊື່ອງຜູ້ພະຍາກອນ 100 ຄົນໄວ້ໃນຖ້ຳ ຖ້ຳລະ 50 ຄົນ ແລະເອົາເຂົ້າເອົານ້ຳໄປໃຫ້ເຂົາເຈົ້າກິນ.) 5 ອາຮາບເວົ້າກັບໂອບາດີຢາວ່າ: “ໃຫ້ພວກເຮົາໄປທົ່ວແຜ່ນດິນ ໄປຕາມບ່ອນທີ່ມີນ້ຳອອກບໍ່ແລະຕາມຮ່ອມພູ*ທີ່ຢູ່ທົ່ວທຸກບ່ອນ ເພື່ອຊອກຫຍ້າມາໃຫ້ມ້າແລະລໍ*ກິນເພື່ອສັດຂອງພວກເຮົາຈະບໍ່ຕາຍໝົດ.” 6 ແລ້ວເຂົາເຈົ້າກໍແຍກກັນໄປຊອກຄົນລະທາງ. ອາຮາບໄປທາງໜຶ່ງແລະໂອບາດີຢາກໍໄປອີກທາງໜຶ່ງ.
7 ຕອນທີ່ໂອບາດີຢາກຳລັງໄປ ເອລີຢາກໍມາຫາລາວ. ເມື່ອໂອບາດີຢາເຫັນເອລີຢາ ລາວກໍຈື່ໄດ້ທັນທີ ແລ້ວລາວກໍໝູບໜ້າລົງພື້ນເພື່ອສະແດງຄວາມນັບຖືແລະເວົ້າວ່າ: “ນີ້ແມ່ນທ່ານເອລີຢາແມ່ນບໍ?”+ 8 ເອລີຢາຕອບລາວວ່າ: “ແມ່ນແລ້ວ. ໃຫ້ເຈົ້າໄປບອກກະສັດອາຮາບວ່າຂ້ອຍຢູ່ນີ້.” 9 ແຕ່ໂອບາດີຢາຕອບລາວວ່າ: “ຂ້ອຍເຮັດຫຍັງຜິດ ທ່ານຈຶ່ງສົ່ງຂ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານໄປໃຫ້ກະສັດອາຮາບຂ້າ? 10 ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ວ່າ ກະສັດອາຮາບໄດ້ສົ່ງຄົນໄປຊອກຫາທ່ານຢູ່ທົ່ວທຸກເຂດແລະທົ່ວທຸກປະເທດ. ເມື່ອເຂົາເຈົ້າບອກວ່າທ່ານບໍ່ໄດ້ຢູ່ຫັ້ນ ລາວກໍໃຫ້ຄົນເຫຼົ່ານັ້ນສາບານວ່າບໍ່ໄດ້ເວົ້າຕົວະ.+ 11 ຕອນນີ້ທ່ານຈະໃຫ້ຂ້ອຍໄປບອກກະສັດອາຮາບວ່າທ່ານຢູ່ນີ້ບໍ? 12 ຖ້າຂ້ອຍໄປຫາກະສັດອາຮາບແລ້ວພະລັງຂອງພະເຢໂຫວາພາທ່ານໄປໃສກໍບໍ່ຮູ້+ ເມື່ອກະສັດມານີ້ແລ້ວບໍ່ເຫັນທ່ານ ກະສັດກໍຈະຂ້າຂ້ອຍຕົ໋ວ. ຂ້ອຍເປັນຄົນຢ້ານຢຳພະເຢໂຫວາມາຕັ້ງແຕ່ນ້ອຍ. 13 ບໍ່ມີໃຜເລົ່າໃຫ້ທ່ານຟັງບໍວ່າຕອນທີ່ເຢເຊເບນສັ່ງໃຫ້ຂ້າຜູ້ພະຍາກອນຂອງພະເຢໂຫວາ ຂ້ອຍໄດ້ເອົາຜູ້ພະຍາກອນຂອງພະເຢໂຫວາ 100 ຄົນໄປເຊື່ອງຢູ່ໃນຖ້ຳ ຖ້ຳລະ 50 ຄົນແລະເອົາເຂົ້າເອົານ້ຳໄປໃຫ້ເຂົາເຈົ້າກິນ?+ 14 ແຕ່ຕອນນີ້ທ່ານຈະໃຫ້ຂ້ອຍໄປບອກກະສັດອາຮາບວ່າທ່ານຢູ່ນີ້ບໍ? ກະສັດຈະຂ້າຂ້ອຍແທ້ໆ.” 15 ເອລີຢາບອກວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ເຊິ່ງເປັນຜູ້ບັນຊາການກອງທັບແລະເປັນພະເຈົ້າທີ່ຂ້ອຍຮັບໃຊ້ຢູ່ວ່າ ມື້ນີ້ຂ້ອຍຕ້ອງເຈິກະສັດອາຮາບໃຫ້ໄດ້.”
16 ໂອບາດີຢາຈຶ່ງໄປບອກອາຮາບ ແລ້ວອາຮາບກໍມາຫາເອລີຢາ.
17 ທັນທີທີ່ອາຮາບເຫັນເອລີຢາ ລາວກໍເວົ້າວ່າ: “ເຈົ້າແມ່ນບໍ່ທີ່ເຮັດໃຫ້ອິດສະຣາເອນລຳບາກຫຼາຍປານນີ້?”
18 ເອລີຢາຕອບວ່າ: “ບໍ່ແມ່ນຂ້ອຍ ແຕ່ແມ່ນເຈົ້າກັບຄອບຄົວຂອງພໍ່ເຈົ້າຫັ້ນແຫຼະທີ່ເຮັດໃຫ້ອິດສະຣາເອນລຳບາກ ຍ້ອນພວກເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາແລ້ວໄປນະມັດສະການພະບາອານ.+ 19 ຕອນນີ້ໃຫ້ເຈົ້າເອີ້ນພວກອິດສະຣາເອນມາຫາຂ້ອຍຢູ່ພູກາເມນ+ ແລະເອີ້ນພວກຜູ້ພະຍາກອນ 450 ຄົນຂອງພະບາອານກັບພວກຜູ້ພະຍາກອນ 400 ຄົນທີ່ນະມັດສະການເສົາໄມ້ສັກສິດ*+ທີ່ກິນເຂົ້າຮ່ວມໂຕະກັບເຢເຊເບນມານຳ.” 20 ອາຮາບຈຶ່ງສົ່ງຄົນໄປບອກພວກອິດສະຣາເອນແລະພວກຜູ້ພະຍາກອນໃຫ້ໄປລວມກັນຢູ່ພູກາເມນ.
21 ເອລີຢາຍ່າງໄປຫາປະຊາຊົນແລ້ວເວົ້າວ່າ: “ພວກເຈົ້າຊິເປັນຄົນສອງຈິດສອງໃຈອີກດົນປານໃດ?+ ຖ້າພະເຢໂຫວາເປັນພະເຈົ້າທ່ຽງແທ້ກໍໃຫ້ນະມັດສະການເພິ່ນ+ ແຕ່ຖ້າພະບາອານເປັນພະເຈົ້າທ່ຽງແທ້ກໍໃຫ້ນະມັດສະການພະບາອານໂລດ!” ປະຊາຊົນບໍ່ເວົ້າຫຍັງຈັກຄຳ. 22 ແລ້ວເອລີຢາກໍເວົ້າກັບປະຊາຊົນອີກວ່າ: “ຂ້ອຍເປັນຜູ້ພະຍາກອນຂອງພະເຢໂຫວາຄົນດຽວທີ່ຍັງເຫຼືອຢູ່+ ແຕ່ຜູ້ພະຍາກອນຂອງພະບາອານມີຕັ້ງ 450 ຄົນ. 23 ໃຫ້ພວກເຈົ້າເອົາງົວໂຕຜູ້ມາ 2 ໂຕ ແລະໃຫ້ພວກຜູ້ພະຍາກອນຂອງພະບາອານເລືອກເອົາໂຕໜຶ່ງແລ້ວຕັດເປັນຕ່ອນ. ຈາກນັ້ນກໍເອົາໄປວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່ຟືນ. ສ່ວນຂ້ອຍກໍຈະກຽມງົວໂຕທີ່ເຫຼືອແລ້ວເອົາໄປວາງໄວ້ເທິງກອງຟືນ ແລະຂ້ອຍກໍຈະບໍ່ດັງໄຟໃສ່ຟືນຄືກັນ. 24 ແລ້ວໃຫ້ເຂົາເຈົ້າຮ້ອງຊື່ພະເຈົ້າຂອງເຂົາເຈົ້າ+ ແລະຂ້ອຍກໍຈະຮ້ອງຊື່ພະເຢໂຫວາ. ຖ້າພະເຈົ້າອົງໃດຕອບໂດຍໃຫ້ໄຟຕົກລົງມາຈາກຟ້າກໍແມ່ນອົງນັ້ນແຫຼະທີ່ເປັນພະເຈົ້າທ່ຽງແທ້.”+ ປະຊາຊົນທຸກຄົນຈຶ່ງເວົ້າວ່າ: “ພວກເຮົາເຫັນດີ.”
25 ຈາກນັ້ນ ເອລີຢາກໍເວົ້າກັບພວກຜູ້ພະຍາກອນຂອງພະບາອານວ່າ: “ໃຫ້ພວກເຈົ້າເລືອກເອົາງົວໂຕໜຶ່ງໄປກຽມກ່ອນ ເພາະພວກເຈົ້າມີຫຼາຍຄົນ ແລ້ວກໍຮ້ອງຊື່ພະເຈົ້າຂອງພວກເຈົ້າ ແຕ່ຢ່າດັງໄຟໃສ່ຟືນ.” 26 ເຂົາເຈົ້າຈຶ່ງເອົາງົວທີ່ເລືອກໄວ້ນັ້ນໄປກຽມ ແລ້ວກໍຮ້ອງຊື່ພະບາອານຕັ້ງແຕ່ເຊົ້າຈົນຮອດ 12 ໂມງຕອນສວາຍ. ເຂົາເຈົ້າຮ້ອງວ່າ: “ພະບາອານເອີ້ຍ ຕອບພວກເຮົາແດ່!” ແຕ່ກໍບໍ່ມີສຽງຕອບຫຍັງເລີຍ.+ ເຂົາເຈົ້າໄດ້ເຕັ້ນໄປເຕັ້ນມາອ້ອມແທ່ນບູຊາທີ່ເຂົາເຈົ້າເຮັດ. 27 ປະມານ 12 ໂມງຕອນສວາຍເອລີຢາຈຶ່ງເລີ່ມເວົ້າໃສ່ເຂົາເຈົ້າວ່າ: “ຮ້ອງດັງໆໂລດ! ພະບາອານເປັນພະເຈົ້າຂອງພວກເຈົ້າຕົ໋ວ.+ ບໍ່ແມ່ນເພິ່ນກຳລັງຄິດເລື່ອງອື່ນຢູ່ຫວາ ເຂົ້າຫ້ອງນ້ຳຢູ່ຕີ້* ຫຼືກຳລັງນອນຫຼັບຢູ່ບໍ? ໃຫ້ຄົນໄປປຸກເພິ່ນແມ້!” 28 ເຂົາເຈົ້າຮ້ອງສຽງບັກດັງໆແລະເອົາມີດກັບຫອກປາດຕົນໂຕຕາມທຳນຽມຂອງເຂົາເຈົ້າຈົນເລືອດອາບໂຕ. 29 ເຖິງວ່າຈະກາຍ 12 ໂມງຕອນສວາຍແລ້ວ ເຂົາເຈົ້າກໍຍັງເຮັດພິທີບ້າໆ*ແບບນີ້ໄປຈົນຮອດຕອນແລງ ເຊິ່ງເປັນເວລາທີ່ຕ້ອງເຜົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແຕ່ກໍບໍ່ມີສຽງຕອບຂອງພະບາອານແລະບໍ່ມີຫຍັງເກີດຂຶ້ນເລີຍ.+
30 ເມື່ອຜ່ານໄປໄລຍະໜຶ່ງ ເອລີຢາກໍເວົ້າກັບປະຊາຊົນວ່າ: “ມາພີ້.” ແລ້ວປະຊາຊົນທັງໝົດກໍມາຫາລາວ. ຈາກນັ້ນ ເອລີຢາກໍແປງແທ່ນບູຊາຂອງພະເຢໂຫວາທີ່ຖືກມ້າງແລ້ວ.+ 31 ເອລີຢາໄດ້ເອົາຫີນ 12 ກ້ອນມາຕາມຈຳນວນຕະກູນລູກຫຼານຂອງຢາໂຄບ ເຊິ່ງພະເຢໂຫວາໄດ້ເວົ້າກັບຢາໂຄບວ່າ: “ເຈົ້າຈະຊື່ວ່າອິດສະຣາເອນ.”+ 32 ລາວໄດ້ເອົາຫີນນັ້ນມາເຮັດແທ່ນບູຊາ+ເພື່ອຍົກຍ້ອງຊື່ພະເຢໂຫວາ. ແລ້ວລາວກໍຂຸດຮ່ອງອ້ອມແທ່ນບູຊາ. ຮ່ອງນັ້ນໃຫຍ່ຫຼາຍຈົນຫວ່ານເມັດພືດ 2 ຊີ*ໃສ່ໄດ້. 33 ຈາກນັ້ນ ເອລີຢາກໍເອົາຟືນມາລຽນກັນ. ລາວຕັດງົວໂຕນັ້ນເປັນຕ່ອນແລະເອົາໄປວາງໄວ້ເທິງກອງຟືນ+ ແລ້ວລາວກໍບອກວ່າ: “ເອົານ້ຳໃສ່ໄຫໃຫຍ່ 4 ໜ່ວຍໃຫ້ເຕັມ ແລ້ວຖອກໃສ່ເຄື່ອງບູຊາເຜົາແລະໃສ່ຟືນ.” 34 ລາວບອກອີກເປັນເທື່ອທີ 2 ວ່າ: “ໄປເອົານ້ຳມາຖອກໃສ່ອີກ.” ເຂົາເຈົ້າກໍເຮັດຕາມທີ່ລາວບອກ. ແລ້ວລາວກໍບອກເຂົາເຈົ້າອີກເປັນເທື່ອທີ 3 ວ່າ: “ເອົານ້ຳມາຖອກໃສ່ອີກ.” ເຂົາເຈົ້າກໍເອົານ້ຳມາຖອກໃສ່ເປັນເທື່ອທີ 3. 35 ແລ້ວນ້ຳກໍໄຫຼອອກມາຈາກແທ່ນບູຊາ ແລະເອລີຢາຍັງບອກໃຫ້ເອົານ້ຳມາຖອກໃສ່ຮ່ອງຈົນເຕັມ.
36 ເມື່ອຮອດຕອນແລງເຊິ່ງເປັນເວລາທີ່ຕ້ອງເຜົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ຜູ້ພະຍາກອນເອລີຢາໄດ້ຍ່າງອອກມາ ແລ້ວເວົ້າວ່າ: “ພະເຢໂຫວາພະເຈົ້າຂອງອັບຣາຮາມ+ ອີຊາກ+ ແລະອິດສະຣາເອນ ມື້ນີ້ຂໍໃຫ້ທຸກຄົນຮູ້ວ່າພະອົງເປັນພະເຈົ້າຂອງຊາດອິດສະຣາເອນ ແລະໃຫ້ຮູ້ວ່າຂ້ອຍເປັນຜູ້ຮັບໃຊ້ຂອງພະອົງແລະຂ້ອຍເຮັດສິ່ງເຫຼົ່ານີ້ຕາມທີ່ພະອົງບອກ.+ 37 ພະເຢໂຫວາເອີ້ຍ! ຂໍພະອົງຕອບຂ້ອຍເພື່ອປະຊາຊົນເຫຼົ່ານີ້ຈະຮູ້ວ່າພະເຢໂຫວາເປັນພະເຈົ້າທ່ຽງແທ້ ແລະຮູ້ວ່າພະອົງກຳລັງປ່ຽນໃຈເຂົາເຈົ້າໃຫ້ກັບມາຫາພະອົງ.”+
38 ທັນໃດນັ້ນ ພະເຢໂຫວາກໍໃຫ້ໄຟຕົກລົງມາຈາກຟ້າເພື່ອເຜົາເຄື່ອງບູຊາເຜົາ+ ຟືນ ຫີນ ແລະດິນ ຈົນນ້ຳຢູ່ໃນຮ່ອງແຫ້ງໝົດ.+ 39 ເມື່ອປະຊາຊົນທຸກຄົນເຫັນສິ່ງທີ່ເກີດຂຶ້ນ ເຂົາເຈົ້າກໍຟ້າວໝູບໜ້າລົງພື້ນແລະເວົ້າວ່າ: “ພະເຢໂຫວາເປັນພະເຈົ້າທ່ຽງແທ້ ພະເຢໂຫວາເປັນພະເຈົ້າທ່ຽງແທ້!” 40 ແລ້ວເອລີຢາກໍບອກເຂົາເຈົ້າວ່າ: “ໄປຈັບພວກຜູ້ພະຍາກອນຂອງພະບາອານ. ຢ່າໃຫ້ຜູ້ໃດໜີໄປໄດ້.” ເຂົາເຈົ້າກໍໄປຈັບພວກນັ້ນທັນທີ ແລ້ວເອລີຢາກໍເອົາພວກນັ້ນໄປຫ້ວຍ*ກີໂຊນ+ແລະຂ້າເຂົາເຈົ້າຢູ່ຫັ້ນ.+
41 ຈາກນັ້ນ ເອລີຢາບອກອາຮາບວ່າ: “ໃຫ້ເຈົ້າຂຶ້ນໄປກິນເຂົ້າກິນນ້ຳ ເພາະຂ້ອຍໄດ້ຍິນສຽງຝົນຕົກແຮງແລ້ວ.”+ 42 ອາຮາບກໍຂຶ້ນໄປກິນເຂົ້າກິນນ້ຳ ແລະເອລີຢາກໍຂຶ້ນໄປຈອມພູກາເມນ. ລາວຄູ້ເຂົ່າລົງແລະໝູບໜ້າໃສ່ຫົວເຂົ່າ.+ 43 ເອລີຢາບອກຄົນຮັບໃຊ້ຂອງລາວວ່າ: “ໃຫ້ເຈົ້າຂຶ້ນໄປຈອມພູແລະເບິ່ງໄປທາງທະເລ.” ລາວກໍຂຶ້ນໄປເບິ່ງແລະກັບມາບອກເອລີຢາວ່າ: “ບໍ່ເຫັນຫຍັງໄດ໋.” ເອລີຢາໃຫ້ລາວກັບໄປເບິ່ງອີກ 7 ເທື່ອ. 44 ເມື່ອໄປເບິ່ງເທື່ອທີ 7 ຄົນຮັບໃຊ້ຂອງລາວກໍກັບມາບອກວ່າ: “ຂ້ອຍເຫັນຂີ້ເຝື້ອກ້ອນນ້ອຍໆທໍ່ຝາມືລອຍມາແຕ່ທາງທະເລ.” ເອລີຢາຈຶ່ງບອກລາວວ່າ: “ໃຫ້ເຈົ້າໄປບອກອາຮາບກຽມລົດມ້າແລະໃຫ້ລາວຟ້າວລົງໄປກ່ອນຝົນຈະຕົກແຮງ!” 45 ຕອນນັ້ນ ຟ້າມືດຫຼາຍ ມີລົມພັດແຮງແລະຝົນກໍຕົກແຮງ+ ແຕ່ອາຮາບກໍຂີ່ລົດມ້າຂອງລາວຈົນຮອດເມືອງເຢດຊະເຣເອນ.+ 46 ພະເຢໂຫວາໄດ້ໃຫ້ເອລີຢາມີກຳລັງຫຼາຍ ລາວມ້ວນເຄື່ອງນຸ່ງຂຶ້ນເໜັບໄວ້ຢູ່ແອວ ແລະແລ່ນໄປຮອດເມືອງເຢດຊະເຣເອນກ່ອນອາຮາບ.