ກະສັດສະບັບທີໜຶ່ງ
7 ໂຊໂລໂມນໃຊ້ເວລາ 13 ປີເພື່ອສ້າງວັງຂອງລາວ+ທັງໝົດ.+
2 ລາວໄດ້ສ້າງຕຶກໜຶ່ງໃນບໍລິເວນວັງແລະຕັ້ງຊື່ວ່າປ່າເລບານອນ.+ ຕຶກນີ້ຍາວ 100 ສອກ* ກວ້າງ 50 ສອກ* ສູງ 30 ສອກ* ແລະສ້າງຢູ່ເທິງເສົາໄມ້ຊີດ້າ* 4 ແຖວ ແລະມີໄມ້ຂື່ທີ່ເປັນໄມ້ຊີດ້າ+ຢູ່ເທິງເສົາແຕ່ລະຕົ້ນ. 3 ຕຶກນີ້ເຮັດຈາກແປ້ນໄມ້ຊີດ້າ ແລະໄມ້ຕົງກໍຢອງຢູ່ເທິງເສົາ. ເສົາ*ທັງໝົດມີ 45 ຕົ້ນ ແຖວລະ 15 ຕົ້ນ. 4 ຕຶກນີ້ມີປ່ອງຢ້ຽມ*ທີ່ເປັນ 3 ແຖວ ແຕ່ລະແຖວມີປ່ອງຢ້ຽມຢອງກັນຂຶ້ນ. ປ່ອງຢ້ຽມແຕ່ລະຟາກຢູ່ຊື່ກັນ. 5 ທາງເຂົ້າທຸກທາງແລະຂອບປະຕູທັງໝົດມີຂອບເປັນສີ່ລ່ຽມ*ຄືກັບຂອບປ່ອງຢ້ຽມ 3 ແຖວທີ່ຢູ່ຊື່ກັນ.
6 ໂຊໂລໂມນໄດ້ສ້າງອີກຕຶກໜຶ່ງຊື່ວ່າຕຶກເສົາ. ຕຶກນີ້ຍາວ 50 ສອກ* ແລະກວ້າງ 30 ສອກ.* ທາງໜ້າຂອງຕຶກມີລະບຽງທີ່ມີເສົາຫຼາຍໆຕົ້ນແລະມີເທີບທີ່ມີເສົາຄ້ຳໄວ້ເຊິ່ງຕໍ່ອອກມາຈາກລະບຽງ.
7 ລາວຍັງໄດ້ສ້າງອີກຕຶກໜຶ່ງຊື່ວ່າຕຶກບັນລັງ*+ ເຊິ່ງເປັນບ່ອນທີ່ລາວຕັດສິນຄະດີຕ່າງໆ.+ ລາວເອົາແປ້ນໄມ້ຊີດ້າມາເຮັດຝາຕັ້ງແຕ່ພື້ນຈົນຮອດເພດານ.
8 ວັງທີ່ລາວຢູ່ ຢູ່ຄົນລະເດີ່ນກັບຕຶກບັນລັງ+ ແຕ່ປຸກຄ້າຍໆກັນ. ລາວຍັງປຸກວັງອີກຫຼັງໜຶ່ງໃຫ້ເມຍຂອງລາວທີ່ເປັນລູກສາວຂອງກະສັດເອຢິບ.*+ ວັງນັ້ນຄ້າຍຄືກັບຕຶກບັນລັງ.
9 ວັງແລະຕຶກຕ່າງໆສ້າງຈາກຫີນລາຄາແພງຫຼາຍ+ທີ່ຕັດເປັນກ້ອນຕາມຂະໜາດ. ລາວໃຊ້ເລື່ອຍຕັດຫີນເພື່ອເລັມກ້ອນຫີນທຸກຂ້າງຕັ້ງແຕ່ກ້ອນທີ່ຢູ່ຮາກຖານຈົນຮອດກ້ອນທີ່ຢູ່ເທິງສຸດຂອງກຳແພງ ລວມທັງຫີນທີ່ຢູ່ທາງນອກຈົນຮອດເດີ່ນໃຫຍ່.+ 10 ໂຊໂລໂມນໃຊ້ຫີນທີ່ໃຫຍ່ໆແລະລາຄາແພງເພື່ອເປັນຮາກຖານຂອງວັງແລະຕຶກຕ່າງໆ. ຫີນບາງກ້ອນແທກໄດ້ 10 ສອກ* ແລະບາງກ້ອນແທກໄດ້ 8 ສອກ.* 11 ທາງເທິງຮາກຖານເປັນຫີນທີ່ລາຄາແພງທີ່ຕັດເປັນກ້ອນຕາມຂະໜາດ ແລະຍັງມີໄມ້ຊີດ້ານຳ. 12 ລາວສ້າງກຳແພງອ້ອມເດີ່ນໃຫຍ່ທີ່ມີຫີນເປັນກ້ອນຢອງກັນ 3 ຊັ້ນແລະມີຊັ້ນໜຶ່ງເປັນໄມ້ຊີດ້າ ຄືກັບກຳແພງອ້ອມເດີ່ນທາງໃນ+ຂອງວິຫານຂອງພະເຢໂຫວາແລະຄືກັບແນວກັ້ນລະບຽງເຮືອນ.*+
13 ກະສັດໂຊໂລໂມນໄດ້ສົ່ງຄົນໄປຫາຮີຣາມ+ແລະພາລາວມາຈາກເມືອງຕີເຣ. 14 ລາວເປັນລູກຊາຍຂອງແມ່ໝ້າຍຈາກຕະກູນນັບທາລີ ພໍ່ຂອງລາວເປັນຄົນຕີເຣແລະເປັນຊ່າງຕີທອງແດງ.+ ຮີຣາມເປັນຊ່າງທີ່ມີສີມືຫຼາຍດ້ານ ມີປະສົບການໃນການເຮັດວຽກແລະຮູ້ດີ+ກ່ຽວກັບເລື່ອງທອງແດງ. ລາວຈຶ່ງມາເຮັດວຽກທຸກຢ່າງໃຫ້ກະສັດໂຊໂລໂມນ.
15 ລາວໄດ້ຫຼໍ່ເສົາທອງແດງ 2 ຕົ້ນ.+ ແຕ່ລະຕົ້ນສູງ 18 ສອກ* ແລະອ້ອມເສົາແຕ່ລະຕົ້ນແທກໄດ້ 12 ສອກ.*+ 16 ລາວເອົາທອງແດງເຮັດບົວຫົວເສົາໃສ່ເສົາເຫຼົ່ານັ້ນ. ບົວແຕ່ລະອັນສູງ 5 ສອກ.* 17 ບົວ 2 ອັນນີ້ຕົກແຕ່ງດ້ວຍໂສ້ນ້ອຍໆທີ່ເອົາມາເປຍເຮັດເປັນຕານ່າງ.+ ບົວແຕ່ລະອັນມີຕານ່າງອ້ອມ 7 ອັນ. 18 ຮີຣາມໄດ້ເຮັດໝາກພິລາ 2 ແຖວຕິດໃສ່ຕານ່າງແຕ່ລະອັນທີ່ຢູ່ອ້ອມບົວເພື່ອບັງບົວແຕ່ລະອັນທີ່ຢູ່ເທິງເສົາ. 19 ບົວ 2 ອັນທີ່ຢູ່ເທິງເສົາໜ້າຫ້ອງທາງເຂົ້າເປັນຮູບກີບດອກລິນລີ້ສູງ 4 ສອກ.* 20 ບົວ 2 ອັນນີ້ຢູ່ເທິງເສົາ 2 ຕົ້ນ ແລະຕານ່າງທີ່ຢູ່ອ້ອມບົວຕິດກັບທາງລຸ່ມຂອງບົວແຕ່ລະອັນ. ບົວແຕ່ລະອັນມີໝາກພິລາ 200 ໜ່ວຍທີ່ເຮັດເປັນ 2 ແຖວຕິດຢູ່ກັບຕານ່າງ.+
21 ລາວຕັ້ງເສົາ 2 ຕົ້ນນີ້ໄວ້ທາງໜ້າຂອງຫ້ອງທາງເຂົ້າ.+ ເສົາທີ່ຢູ່ເບື້ອງຂວາ* ລາວຕັ້ງຊື່ວ່າຢາກິນ* ແລະເສົາທີ່ຢູ່ເບື້ອງຊ້າຍ* ລາວຕັ້ງຊື່ວ່າໂບອາດ.*+ 22 ເທິງເສົາທັງສອງຕົ້ນມີຮູບກີບດອກລິນລີ້. ໃນທີ່ສຸດວຽກເຮັດເສົາ 2 ຕົ້ນນີ້ກໍແລ້ວ.
23 ຈາກນັ້ນ ລາວໄດ້ເຮັດອ່າງນ້ຳທີ່ໃຫຍ່ໆມົນໆຊື່ວ່າທະເລທອງແດງ.*+ ປາກອ່າງເບື້ອງນີ້ຫາປາກອ່າງເບື້ອງນັ້ນແທກໄດ້ 10 ສອກ.* ອ່າງນີ້ສູງ 5 ສອກ* ແລະອ້ອມອ່າງແທກໄດ້ 30 ສອກ.*+ 24 ຢູ່ທາງລຸ່ມຂອງປາກອ່າງມີໝາກມົນໆ+ 2 ແຖວລຽນອ້ອມ. ທຸກໆ 1 ສອກ*ຈະມີໝາກມົນໆ 10 ໜ່ວຍລຽນກັນ. ໝາກມົນໆ 2 ແຖວນີ້ຫຼໍ່ພ້ອມກັບອ່າງ. 25 ອ່າງທະເລທອງແດງນີ້ຕັ້ງຢູ່ເທິງຫຼັງຂອງຮູບປັ້ນງົວ 12 ໂຕ.+ 3 ໂຕປິ່ນໜ້າໄປທາງທິດເໜືອ 3 ໂຕປິ່ນໜ້າໄປທາງທິດຕາເວັນຕົກ 3 ໂຕປິ່ນໜ້າໄປທາງທິດໃຕ້ ແລະອີກ 3 ໂຕປິ່ນໜ້າໄປທາງທິດຕາເວັນອອກ. ງົວແຕ່ລະໂຕປິ່ນກົ້ນໃສ່ກັນ. 26 ອ່າງນີ້ໜາ 1 ຝາມື.* ຂອບປາກອ່າງເປັນຄືກັບຂອບຂອງຈອກແລະບານອອກຄືກັບດອກລິນລີ້. ອ່າງນີ້ໃສ່ນ້ຳໄດ້ 2.000 ບັດ.*
27 ລາວໄດ້ເຮັດລໍ້*ທອງແດງ 10 ຄັນ.+ ແຕ່ລະຄັນຍາວ 4 ສອກ* ກວ້າງ 4 ສອກ ແລະສູງ 3 ສອກ.* 28 ລໍ້ເຫຼົ່ານີ້ມີຝາທຸກເບື້ອງເປັນທອງແດງແລະຝາແຕ່ລະອັນຢູ່ລະຫວ່າງກາງກົງລໍ້ທີ່ເປັນທອງແດງ. 29 ຝາທຸກເບື້ອງແລະໂຄງສ້າງທີ່ເປັນທອງແດງມີຮູບສິງ+ ຮູບງົວ ແລະຮູບເຄຣູບ.+ ທາງເທິງຂອງຮູບສິງແລະຮູບງົວມີລວດລາຍພວງມາໄລ. 30 ຕີນລໍ້ທັງສີ່ອັນແລະແກນລໍ້ເປັນທອງແດງ ແລະທັງສີ່ແຈຂອງລໍ້ມີແນວຈັບໄວ້. ທາງລຸ່ມຂອງອ່າງມີຂາຄ້ຳຢູ່ 2 ຂ້າງເຊິ່ງມີລວດລາຍພວງມາໄລ. 31 ອ່າງໃສ່ນ້ຳຕິດກັບຂອບວາງອ່າງ. ອ່າງນີ້ເລິກ 1 ສອກ.* ທາງເທິງຂອງຂອບວາງອ່າງແກະສະຫຼັກຮູບໃສ່ ແລະຂອບວາງອ່າງເປັນສີ່ລ່ຽມ ບໍ່ໄດ້ເປັນວົງມົນ. ຄວາມສູງຂອງອ່າງແລະຂອບວາງອ່າງລວມກັນແທກໄດ້ 1 ສອກເຄິ່ງ.* 32 ຕີນລໍ້ທັງສີ່ອັນຢູ່ທາງລຸ່ມຝາທອງແດງ ແລະແນວຈັບຕີນລໍ້ຕິດກັບລໍ້. ຕີນລໍ້ແຕ່ລະອັນສູງ 1 ສອກເຄິ່ງ.* 33 ຕີນລໍ້ນີ້ຄືກັບຕີນລົດມ້າ. ແນວຈັບຕີນລໍ້ ກົງລໍ້ ດິ້ວລໍ້ ແລະແກນລໍ້ທັງໝົດແມ່ນຫຼໍ່ຈາກທອງແດງ. 34 ແນວຈັບຕີນລໍ້ທີ່ຢູ່ 4 ແຈຂອງລໍ້ແຕ່ລະຄັນນັ້ນຫຼໍ່ຕິດມາພ້ອມກັບລໍ້. 35 ຂອບວາງອ່າງທີ່ຢູ່ທາງເທິງຂອງລໍ້ສູງເຄິ່ງສອກ.* ຂອບນີ້ແລະຝາທອງແດງກໍຫຼໍ່ຕິດມາພ້ອມກັບລໍ້. 36 ລາວແກະສະຫຼັກຮູບເຄຣູບ ຮູບສິງ ຮູບຕົ້ນປາມໃສ່ຂອບທີ່ວາງອ່າງແລະຝາທອງແດງຂອງລໍ້ ແລະມີລວດລາຍພວງມາໄລຢູ່ອ້ອມ.+ 37 ລາວໄດ້ເຮັດລໍ້ 10 ຄັນແບບນີ້.+ ລໍ້ທຸກຄັນຫຼໍ່ອອກມາຄືກັນ+ທັງຂະໜາດແລະຮູບຮ່າງ.
38 ຮີຣາມເຮັດອ່າງທອງແດງ 10 ໜ່ວຍ.+ ແຕ່ລະໜ່ວຍໃສ່ນ້ຳໄດ້ 40 ບັດ.* ຂອບອ່າງເບື້ອງນີ້ຫາຂອບອ່າງເບື້ອງນັ້ນແທກໄດ້ 4 ສອກ.* ຢູ່ເທິງລໍ້ 10 ຄັນນັ້ນ ແຕ່ລະຄັນມີອ່າງໜ່ວຍໜຶ່ງ. 39 ລາວໄດ້ເອົາລໍ້ 5 ຄັນວາງໄວ້ເບື້ອງຂວາຂອງວິຫານ ແລະອີກ 5 ຄັນວາງໄວ້ເບື້ອງຊ້າຍຂອງວິຫານ. ລາວໄດ້ເອົາອ່າງທະເລທອງແດງຕັ້ງໄວ້ເບື້ອງຂວາຂອງວິຫານເຊິ່ງຢູ່ທາງທິດຕາເວັນອອກສ່ຽງໃຕ້.+
40 ຮີຣາມ+ຍັງໄດ້ເຮັດອ່າງ ເຮັດຊວ້ານ+ ແລະເຮັດຖ້ວຍຈຳນວນຫຼາຍ.+
ວຽກທຸກຢ່າງທີ່ຮີຣາມໄດ້ເຮັດສຳລັບວິຫານຂອງພະເຢໂຫວາຕາມທີ່ກະສັດໂຊໂລໂມນບອກມີ:+ 41 ເສົາ 2 ຕົ້ນ+ແລະບົວຫົວເສົາ 2 ອັນທີ່ເປັນຄືຖ້ວຍທີ່ຢູ່ເທິງເສົາເຫຼົ່ານັ້ນ ຕານ່າງທັງໝົດ+ທີ່ປົກບົວຢູ່ເທິງເສົາ 42 ໝາກພິລາ 400 ໜ່ວຍ+ທີ່ເຮັດເປັນ 2 ແຖວສຳລັບຕານ່າງທັງໝົດເພື່ອປົກບົວຢູ່ເທິງເສົາ 43 ລໍ້ 10 ຄັນ+ແລະອ່າງ 10 ໜ່ວຍ+ທີ່ຢູ່ເທິງລໍ້ເຫຼົ່ານັ້ນ 44 ອ່າງທະເລທອງແດງ+ແລະຮູບປັ້ນງົວ 12 ໂຕທີ່ຢູ່ທາງລຸ່ມອ່າງນັ້ນ 45 ຖັງໃສ່ຂີ້ເທົ່າ* ຊວ້ານ ຖ້ວຍ ແລະເຄື່ອງໃຊ້ທຸກຢ່າງ. ຮີຣາມເອົາທອງແດງທີ່ຂັດແລ້ວເຮັດເຄື່ອງທັງໝົດນີ້ສຳລັບວິຫານຂອງພະເຢໂຫວາຕາມທີ່ກະສັດໂຊໂລໂມນບອກ. 46 ກະສັດໂຊໂລໂມນໃຫ້ຫຼໍ່ເຄື່ອງທັງໝົດນີ້ໃນແມ່ແບບທີ່ເປັນດິນດາກຢູ່ເຂດຈໍແດນທີ່ຢູ່ລະຫວ່າງສຸກໂກດແລະຊາເຣທານ.
47 ໂຊໂລໂມນບໍ່ໄດ້ຊັ່ງນ້ຳໜັກເຄື່ອງໃຊ້ທັງໝົດນີ້ຍ້ອນວ່າມັນຫຼາຍໂພດ ແລະກໍບໍ່ມີໃຜຮູ້ວ່າທອງແດງທີ່ເອົາມາເຮັດນັ້ນໝົດຫຼາຍສ່ຳໃດ.+ 48 ເຄື່ອງໃຊ້ທັງໝົດທີ່ໂຊໂລໂມນໃຫ້ເຮັດສຳລັບວິຫານຂອງພະເຢໂຫວາມີ: ແທ່ນບູຊາ+ທີ່ເປັນຄຳ ໂຕະຄຳ+ສຳລັບວາງເຂົ້າຈີ່ທີ່ຕັ້ງໄວ້* 49 ຂາຕະກຽງ+ທີ່ເປັນຄຳແທ້ 5 ອັນເຊິ່ງຕັ້ງຢູ່ເບື້ອງຂວາກັບອີກ 5 ອັນເຊິ່ງຕັ້ງຢູ່ເບື້ອງຊ້າຍຕໍ່ໜ້າຫ້ອງບໍລິສຸດທີ່ສຸດ ດອກໄມ້ບານທີ່ເປັນຄຳ+ ຕະກຽງທີ່ເປັນຄຳ ແນວໜີບໄສ້ຕະກຽງທີ່ເປັນຄຳ+ 50 ອ່າງທີ່ເປັນຄຳແທ້ ມີດຕັດທີ່ເປັນຄຳແທ້ສຳລັບຕັດໄສ້ຕະກຽງ+ ຖ້ວຍທີ່ເປັນຄຳແທ້ ຈອກທີ່ເປັນຄຳແທ້+ ຖາດທີ່ເປັນຄຳສຳລັບໃສ່ຖ່ານທີ່ຮ້ອນໆ+ ບານພັບປະຕູທີ່ເປັນຄຳສຳລັບປະຕູຂອງຫ້ອງທີ່ຢູ່ໃນສຸດ+ນັ້ນແມ່ນຫ້ອງບໍລິສຸດທີ່ສຸດ ແລະປະຕູວິຫານ*+ທີ່ເປັນຄຳ.
51 ເມື່ອກະສັດໂຊໂລໂມນສ້າງທຸກຢ່າງສຳລັບວິຫານຂອງພະເຢໂຫວາແລ້ວໆ ລາວກໍເອົາສິ່ງຕ່າງໆທີ່ດາວິດພໍ່ຂອງລາວໄດ້ແຍກໄວ້ຕ່າງຫາກສຳລັບພະເຈົ້າ+ ເອົາເງິນເອົາຄຳ ແລະເອົາເຄື່ອງໃຊ້ຕ່າງໆໄປໄວ້ໃນຄັງຊັບສິນຢູ່ວິຫານຂອງພະເຢໂຫວາ.+