ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຂໍ້​ກຳນົດ​ເລື່ອງ​ການ​ຖືກ​ໄມ້​ແສ້​ຟາດ (1-3)

      • ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ (4)

      • ໜ້າ​ທີ່​ຂອງ​ອ້າຍ​ຫຼື​ນ້ອງຊາຍ​ຂອງ​ຜູ້​ທີ່​ຕາຍ (5-10)

      • ຕອນ​ທີ່​ຕີ​ກັນ ແລ້ວ​ມີ​ການ​ບີບ​ອະໄວຍະວະ​ເພດ (11, 12)

      • ໃຊ້​ແນວ​ຜອງ​ແລະ​ຊິງ​ທີ່​ມັນ​ທ່ຽງ (13-16)

      • ພວກ​ອາມາເລັກ​ຕ້ອງ​ຖືກ​ທຳລາຍ (17-19)

ພະບັນຍັດ 25:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:18; 17:8, 9; 19:16, 17
  • +ອພຍ 23:6; 2ຂຄ 19:6; ສພສ 17:15; 31:9

ພະບັນຍັດ 25:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 10:13; 20:30; 26:3; ລກ 12:48; ຮຣ 2:2

ພະບັນຍັດ 25:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:24

ພະບັນຍັດ 25:4

ໄຂເງື່ອນ

  • *

    ໝາຍເຖິງ​ການໃຊ້​ງົວ​ລາກ​ໄມ້​ແປ້ນ​ເພື່ອ​ເຮັດ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 12:10; 1ກຣ 9:9; 1ຕມ 5:18

ພະບັນຍັດ 25:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ນອກ​ຄອບຄົວ​ຂອງ​ຜົວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:7, 8; ນຣ 4:5; ມຣກ 12:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2382

ພະບັນຍັດ 25:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:9; ນຣ 4:10, 17
  • +ຈຊບ 27:1, 4

ພະບັນຍັດ 25:7

ໄຂເງື່ອນ

  • *

    ອາດ​ຈະ​ເປັນ​ອ້າຍ​ຫຼື​ນ້ອງ​ກໍ​ໄດ້

ພະບັນຍັດ 25:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:7

ພະບັນຍັດ 25:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:1; 20:10; ມກ 6:11

ພະບັນຍັດ 25:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:36

ພະບັນຍັດ 25:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:40

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2022, ໜ້າ 27

ພະບັນຍັດ 25:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:35

ພະບັນຍັດ 25:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:8; ຈຊບ 24:20

ພະບັນຍັດ 25:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 22:4
  • +ອພຍ 17:14; 1ຊມ 14:47, 48; 15:1-3; 1ຂຄ 4:42, 43

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 25:1ພບຍ 16:18; 17:8, 9; 19:16, 17
ພບຍ. 25:1ອພຍ 23:6; 2ຂຄ 19:6; ສພສ 17:15; 31:9
ພບຍ. 25:2ສພສ 10:13; 20:30; 26:3; ລກ 12:48; ຮຣ 2:2
ພບຍ. 25:32ກຣ 11:24
ພບຍ. 25:4ສພສ 12:10; 1ກຣ 9:9; 1ຕມ 5:18
ພບຍ. 25:5ປຖກ 38:7, 8; ນຣ 4:5; ມຣກ 12:19
ພບຍ. 25:6ປຖກ 38:9; ນຣ 4:10, 17
ພບຍ. 25:6ຈຊບ 27:1, 4
ພບຍ. 25:9ນຣ 4:7
ພບຍ. 25:13ສພສ 11:1; 20:10; ມກ 6:11
ພບຍ. 25:14ລລວ 19:36
ພບຍ. 25:15ພບຍ 4:40
ພບຍ. 25:16ລລວ 19:35
ພບຍ. 25:17ອພຍ 17:8; ຈຊບ 24:20
ພບຍ. 25:19ຢຊ 22:4
ພບຍ. 25:19ອພຍ 17:14; 1ຊມ 14:47, 48; 15:1-3; 1ຂຄ 4:42, 43
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 25:1-19

ພະບັນຍັດ

25 “ຖ້າ​ມີ 2 ຄົນ​ຜິດ​ຖຽງ​ກັນ ເຂົາ​ເຈົ້າ​ຕ້ອງ​ໄປ​ຫາ​ພວກ​ຜູ້ຕັດສິນ+ ແລ້ວ​ພວກ​ຜູ້ຕັດສິນ​ຈະ​ຕັດສິນ​ໃຫ້​ວ່າ​ຜູ້​ໃດ​ຖືກ​ຜູ້​ໃດ​ຜິດ.+ 2 ຖ້າ​ຄົນ​ທີ່​ເປັນ​ຝ່າຍ​ຜິດ​ສົມຄວນ​ຕ້ອງ​ຖືກ​ແສ້ຟາດ+ ຜູ້ຕັດສິນ​ຈະ​ໃຫ້​ລາວ​ນອນ​ຢຽດ​ຢູ່​ພື້ນ ແລະ​ລາວ​ຈະ​ຖືກ​ຟາດ​ຕໍ່​ໜ້າ​ຜູ້ຕັດສິນ. ລາວ​ຈະ​ຖືກ​ຟາດ​ຫຼາຍ​ໜ້ອຍ​ສ່ຳ​ໃດ​ກໍ​ຂຶ້ນ​ກັບ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ. 3 ໂທດ​ໜັກ​ສຸດ​ໃຫ້​ຟາດ 40 ເທື່ອ+ ແຕ່​ບໍ່​ໃຫ້​ກາຍ​ນັ້ນ. ຖ້າ​ຟາດ​ຫຼາຍ​ກວ່າ​ນັ້ນ​ພີ່​ນ້ອງ​ຂອງ​ເຈົ້າ​ຜູ້​ນັ້ນ​ຈະ​ອັບອາຍ.

4 ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ​ຕອນ​ທີ່​ມັນຢຽບ​ເຂົ້າຢູ່.*+

5 ຖ້າ​ອ້າຍ​ຫຼື​ນ້ອງ​ອາໄສ​ຢູ່ໃກ້​ໆ​ກັນ ແລະ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ຕາຍ​ໂດຍ​ທີ່​ຍັງ​ບໍ່​ມີ​ລູກ​ເທື່ອ ເມຍ​ຂອງ​ຜູ້​ທີ່​ຕາຍ​ບໍ່​ຄວນ​ໄປ​ແຕ່ງດອງ​ກັບ​ຄົນ​ອື່ນ.* ອ້າຍ​ຫຼື​ນ້ອງ​ຂອງ​ຜູ້​ທີ່​ຕາຍ​ຄວນ​ເອົາ​ລາວ​ມາ​ເປັນ​ເມຍ.+ 6 ລູກ​ຊາຍ​ຜູ້​ທຳອິດ​ທີ່​ໄດ້​ນຳ​ກັນ​ຈະ​ຕ້ອງ​ສືບ​ເຊື້ອ​ສາຍ​ຂອງ​ຜູ້​ທີ່​ຕາຍ​ໄປ+ ເພື່ອ​ຊື່​ຂອງ​ຜູ້​ທີ່​ຕາຍ​ໄປ​ນັ້ນ​ຈະ​ບໍ່​ຖືກ​ລຶບ​ໄປ​ຈາກ​ພວກ​ອິດສະຣາເອນ.+

7 ຖ້າ​ຜູ້​ໃດ​ບໍ່​ຢາກ​ແຕ່ງດອງ​ກັບ​ເມຍ​ຂອງ​ອ້າຍ*ທີ່​ຕາຍ​ໄປ ເມຍ​ຂອງ​ຜູ້​ທີ່​ຕາຍ​ໄປ​ຕ້ອງ​ໄປ​ຫາ​ພວກ​ຜູ້​ນຳ​ຢູ່​ປະຕູ​ເມືອງ ແລະ​ເວົ້າ​ວ່າ ‘ນ້ອງຂອງ​ຜົວ​ຂ້ອຍ​ບໍ່​ຢາກ​ຊ່ວຍ​ສືບ​ເຊື້ອ​ສາຍ​ຂອງ​ອ້າຍ. ລາວ​ບໍ່​ຍອມ​ເຮັດ​ຕາມ​ໜ້າ​ທີ່​ແລະ​ບໍ່​ຢາກ​ແຕ່ງດອງ​ກັບ​ຂ້ອຍ.’ 8 ພວກ​ຜູ້​ນຳ​ຂອງ​ເມືອງ​ກໍ​ຕ້ອງ​ເອີ້ນ​ຜູ້​ຊາຍ​ຄົນ​ນັ້ນ​ມາ​ຖາມ. ຖ້າ​ລາວ​ຍັງ​ຢືນ​ຢັນ​ແລະ​ເວົ້າ​ວ່າ ‘ຈັ່ງ​ໃດ​ຂ້ອຍ​ກໍ​ຊິ​ບໍ່​ແຕ່ງດອງ​ກັບ​ລາວ’ 9 ເມຍ​ຂອງ​ຜູ້​ຕາຍ​ຈະ​ຫຍັບ​ເຂົ້າ​ໄປ​ຫາ​ລາວ​ຕໍ່​ໜ້າ​ພວກ​ຜູ້​ນຳ ປົດ​ເກີບ​ຂອງ​ລາວ​ອອກ+ ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ລາວ ແລະ​ເວົ້າ​ວ່າ ‘ຄົນ​ທີ່​ບໍ່​ຢາກ​ໃຫ້​ອ້າຍ​ມີ​ລູກ​ໄວ້​ສືບ​ເຊື້ອ​ສາຍ​ຕ້ອງ​ເຈິ​ແບບ​ນີ້​ແຫຼະ.’ 10 ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ຈະ​ເອີ້ນ​ຄອບຄົວ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ ‘ຄອບຄົວ​ຂອງ​ຜູ້​ທີ່​ຖືກປົດ​ເກີບ​ອອກ.’

11 ຖ້າ​ມີ​ຜູ້​ຊາຍ 2 ຄົນ​ຕີ​ກັນ ແລະ​ເມຍ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ເຂົ້າ​ໄປ​ຊ່ວຍ​ຜົວ​ລາວ ແລະ​ໄດ້​ບີບ​ອະໄວຍະວະ​ເພດ​ຂອງ​ຄົນ​ທີ່​ມາ​ຕີ​ຜົວ​ລາວ 12 ເຈົ້າ​ຕ້ອງ​ຕັດ​ມື​ຂອງ​ຜູ້​ຍິງ​ຄົນ​ນັ້ນ. ຢ່າ​ອີ່ຕົນ​ລາວ.

13 ຫ້າມ​ເຈົ້າ​ມີ​ຫີນ​ທີ່​ໃຊ້​ຊັ່ງ​ນ້ຳ​ໜັກ 2 ແບບ+ ແບບ​ໜຶ່ງ​ໜັກ​ແລະ​ແບບ​ໜຶ່ງ​ເບົາ. 14 ຫ້າມ​ເຈົ້າ​ມີ​ແນວຜອງ 2 ອັນ​ຢູ່​ໃນ​ເຮືອນ+ ອັນ​ໜຶ່ງ​ຜອງ​ໄດ້​ຫຼາຍແລະ​ອັນໜຶ່ງ​ຜອງ​ໄດ້​ໜ້ອຍ. 15 ໃຫ້​ໃຊ້​ແນວ​ຜອງ​ແລະ​ຊິງ​ທີ່​ມັນທ່ຽງ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້+ 16 ເພາະ​ພະ​ເຢໂຫວາ​ພະເຈົ້າ​ຊັງ​ຄົນ​ບໍ່​ສັດຊື່​ທີ່​ໂກງ​ຕາ​ຊິງ.+

17 ຢ່າ​ລືມ​ວ່າພວກ​ອາມາເລັກເຮັດ​ແນວ​ໃດ​ກັບ​ພວກ​ເຈົ້າ​ຫຼັງ​ຈາກ​ທີ່​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 18 ຕອນ​ທີ່​ພວກ​ເຈົ້າ​ເດີນ​ທາງ​ແລະ​ເມື່ອຍ​ຫຼາຍ ພວກ​ເຂົາ​ກໍ​ອອກ​ມາ​ໂຈມຕີ​ຄົນ​ຂອງ​ພວກ​ເຈົ້າ​ທີ່​ໝົດ​ແຮງ​ແລະ​ຍ່າງ​ນຳ​ຫຼັງ​ໝູ່. ພວກ​ເຂົາ​ບໍ່​ໄດ້​ຢ້ານ​ພະເຈົ້າ​ເລີຍ. 19 ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ເພິ່ນ​ຈະ​ເອົາ​ໃຫ້​ພວກ​ເຈົ້າ​ເປັນ​ມໍລະດົກ​ແລ້ວ+ ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເບິ່ງ​ແຍງ​ບໍ່​ໃຫ້​ມີ​ສັດຕູ​ມາ​ໂຈມຕີ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ກຳຈັດ​ພວກ​ອາມາເລັກ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້.+ ຢ່າ​ລືມ​ເດັດຂາດ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌