ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
5 ທີ່ຈິງ ຂ້ອຍໄດ້ຮັບລາຍງານວ່າໃນພວກເຈົ້າມີຄົນເຮັດຜິດສິນລະທຳທາງເພດ.*+ ຄວາມຜິດແບບນີ້ແມ່ນແຕ່ຄົນທີ່ບໍ່ນັບຖືພະເຈົ້າກໍຍັງບໍ່ເຮັດ. ມີຜູ້ໜຶ່ງຢູ່ກິນກັບເມຍຂອງພໍ່ໂຕເອງ.+ 2 ພວກເຈົ້າພູມໃຈກັບເລື່ອງນີ້ບໍ? ພວກເຈົ້າຄວນຈະເສຍໃຈຫຼາຍກວ່າ.+ ໃຫ້ຄົນທີ່ເຮັດແບບນັ້ນອອກໄປຈາກພວກເຈົ້າສະ.+ 3 ເຖິງວ່າໂຕຂ້ອຍບໍ່ໄດ້ຢູ່ນຳ ແຕ່ໃຈຂອງຂ້ອຍຢູ່ນຳພວກເຈົ້າ ແລະຂ້ອຍຕັດສິນຄົນທີ່ເຮັດແບບນັ້ນແລ້ວຄືກັບຂ້ອຍຢູ່ຫັ້ນນຳພວກເຈົ້າ. 4 ເມື່ອພວກເຈົ້າປະຊຸມກັນໃນນາມພະເຢຊູຜູ້ເປັນນາຍຂອງພວກເຮົາແລະຮູ້ວ່າໃຈຂອງຂ້ອຍຜູ້ທີ່ໄດ້ຮັບສິດຈາກພະເຢຊູຜູ້ເປັນນາຍຂອງພວກເຮົາຢູ່ນຳພວກເຈົ້າ 5 ໃຫ້ພວກເຈົ້າໄລ່ຜູ້ນັ້ນໄປຢູ່ກັບຊາຕານ+ເພື່ອກຳຈັດຄວາມຕ້ອງການທີ່ຜິດໆອອກໄປຈາກປະຊາຄົມ ແລະເພື່ອປະຊາຄົມຈະຮັກສາຄວາມຄິດທີ່ຖືກຕ້ອງໄວ້ໃນວັນຂອງຜູ້ເປັນນາຍ.+
6 ພວກເຈົ້າອວດໂຕຢູ່ແບບນັ້ນບໍ່ດີເລີຍ. ພວກເຈົ້າບໍ່ຮູ້ບໍວ່າເຊື້ອເຂົ້າຈີ່ແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງຟູຂຶ້ນໝົດກ້ອນ?+ 7 ໃຫ້ຟ້າວກຳຈັດເຊື້ອເກົ່ານັ້ນອອກໄປເພື່ອພວກເຈົ້າຈະເປັນຄືກັບແປ້ງກ້ອນໃໝ່ທີ່ບໍ່ມີເຊື້ອແບບທີ່ພວກເຈົ້າເປັນຢູ່ຕອນນີ້. ພະຄລິດທີ່ເປັນແກະນ້ອຍສຳລັບປັດສະຄາຂອງພວກເຮົາ+ນັ້ນໄດ້ຕາຍເປັນເຄື່ອງບູຊາແລ້ວ.+ 8 ດັ່ງນັ້ນ ໃຫ້ພວກເຮົາຖືເທດສະການປັດສະຄາ+ໂດຍບໍ່ມີເຊື້ອເກົ່າຢູ່. ຢ່າໃຫ້ມີເຊື້ອຂອງບາບແລະຄວາມຊົ່ວຮ້າຍ ແຕ່ໃຫ້ພວກເຮົາກິນເຂົ້າຈີ່ບໍ່ມີເຊື້ອເຊິ່ງໝາຍເຖິງຄວາມຈິງໃຈແລະຄວາມຈິງ.
9 ໃນຈົດໝາຍທີ່ຂ້ອຍເຄີຍຂຽນບອກພວກເຈົ້າໃຫ້ເຊົາຄົບຫາກັບຄົນທີ່ເຮັດຜິດສິນລະທຳທາງເພດ*ນັ້ນ 10 ຂ້ອຍບໍ່ໄດ້ໝາຍຄວາມວ່າໃຫ້ເຊົາຄົບຫາຢ່າງເດັດຂາດກັບຄົນໃນໂລກນີ້ທີ່ເຮັດຜິດສິນລະທຳທາງເພດ+ ຄົນໂລບ ຄົນມັກຂູດຮີດ ຫຼືຄົນຂາບໄຫວ້ຮູບບູຊາ. ຖ້າເປັນແນວນັ້ນ ພວກເຈົ້າຄືຊິຕ້ອງອອກໄປຈາກໂລກນີ້ແທ້ໆ.+ 11 ແຕ່ເທື່ອນີ້ຂ້ອຍຂຽນບອກພວກເຈົ້າໃຫ້ເຊົາຄົບຫາ+ກັບຄົນທີ່ເປັນພີ່ນ້ອງແລ້ວ ແຕ່ພັດເປັນຄົນເຮັດຜິດສິນລະທຳທາງເພດ ຄົນໂລບ+ ຄົນຂາບໄຫວ້ຮູບບູຊາ ຄົນປາກຮ້າຍ ຄົນຂີ້ເຫຼົ້າ+ ຫຼືຄົນມັກຂູດຮີດ.+ ແມ່ນແຕ່ພວກເຈົ້າຈະກິນຫຍັງກັບຄົນແບບນີ້ກໍບໍ່ໃຫ້ເຮັດ. 12 ມັນບໍ່ແມ່ນໜ້າທີ່ຂອງຂ້ອຍທີ່ຈະຕັດສິນຄົນນອກປະຊາຄົມ. ພວກເຈົ້າຕ້ອງຕັດສິນຄົນທີ່ຢູ່ໃນປະຊາຄົມ 13 ສ່ວນພະເຈົ້າຈະເປັນຜູ້ຕັດສິນຄົນນອກປະຊາຄົມ.+ “ພວກເຈົ້າຕ້ອງກຳຈັດຄົນທີ່ເຮັດຊົ່ວໃຫ້ອອກໄປຈາກພວກເຈົ້າ.”+