ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຄຳ​ເຕືອນ​ຈາກ​ທູດສະຫວັນ​ຂອງ​ພະ​ເຢໂຫວາ (1-​5)

      • ໂຢຊວຍ​ຕາຍ (6-​10)

      • ເລືອກ​ພວກ​ຜູ້ຕັດສິນ​ໃຫ້​ຊ່ວຍ​ພວກ​ອິດສະຣາເອນ (11-​23)

ພວກຜູ້ຕັດສິນ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:20, 23; ຢຊ 5:13, 14
  • +ຢຊ 5:8, 9
  • +ປຖກ 12:7; 26:3
  • +ປຖກ 17:1, 7; ລລວ 26:42

ພວກຜູ້ຕັດສິນ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:32; ພບຍ 7:2; 2ກຣ 6:14
  • +ອພຍ 34:13; ຈຊບ 33:52
  • +ຜຕສ 1:28

ພວກຜູ້ຕັດສິນ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:20-23
  • +ຈຊບ 33:55; ຢຊ 23:12, 13
  • +ອພຍ 23:33; ພບຍ 7:16; 1ກສ 11:2

ພວກຜູ້ຕັດສິນ 2:5

ໄຂເງື່ອນ

  • *

    ແປ​ວ່າ “ຄົນ​ຮ້ອງໄຫ້”

ພວກຜູ້ຕັດສິນ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:28

ພວກຜູ້ຕັດສິນ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 23:3; 24:31

ພວກຜູ້ຕັດສິນ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:29

ພວກຜູ້ຕັດສິນ 2:9

ໄຂເງື່ອນ

  • *

    ເມືອງ​ນີ້​ມີ​ຊື່​ວ່າ​ຕິມນາດເສຣາ​ໃນ ຢຊ 19:50; 24:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:49, 50
  • +ຢຊ 24:30

ພວກຜູ້ຕັດສິນ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:7; 10:6; 1ກສ 18:17, 18

ພວກຜູ້ຕັດສິນ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:16
  • +ພບຍ 6:14
  • +ອພຍ 20:5

ພວກຜູ້ຕັດສິນ 2:13

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:7; 10:6; 1ກສ 11:5

ພວກຜູ້ຕັດສິນ 2:14

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຂາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:8; 2ກສ 17:20; ພສ 106:40, 41
  • +ຜຕສ 4:2
  • +ລລວ 26:17, 37; ພບຍ 28:15, 25

ພວກຜູ້ຕັດສິນ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15
  • +ພບຍ 4:25, 26
  • +ຜຕສ 10:9

ພວກຜູ້ຕັດສິນ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9; 1ຊມ 12:11; ນຮຢ 9:27; ພສ 106:43

ພວກຜູ້ຕັດສິນ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:7

ພວກຜູ້ຕັດສິນ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 4:3
  • +ພບຍ 32:36; ພສ 106:45
  • +ຜຕສ 3:9

ພວກຜູ້ຕັດສິນ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 4:1; 8:33

ພວກຜູ້ຕັດສິນ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:4; ຜຕສ 10:7; ພສ 106:40
  • +ອພຍ 24:3, 8; 34:27; ພບຍ 29:1; ຢຊ 23:16
  • +ລລວ 26:14, 17

ພວກຜູ້ຕັດສິນ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:1, 2

ພວກຜູ້ຕັດສິນ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:55; ພບຍ 8:2; ຢຊ 23:12, 13; ຜຕສ 3:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 2:1ອພຍ 23:20, 23; ຢຊ 5:13, 14
ຜຕສ. 2:1ຢຊ 5:8, 9
ຜຕສ. 2:1ປຖກ 12:7; 26:3
ຜຕສ. 2:1ປຖກ 17:1, 7; ລລວ 26:42
ຜຕສ. 2:2ອພຍ 23:32; ພບຍ 7:2; 2ກຣ 6:14
ຜຕສ. 2:2ອພຍ 34:13; ຈຊບ 33:52
ຜຕສ. 2:2ຜຕສ 1:28
ຜຕສ. 2:3ຜຕສ 2:20-23
ຜຕສ. 2:3ຈຊບ 33:55; ຢຊ 23:12, 13
ຜຕສ. 2:3ອພຍ 23:33; ພບຍ 7:16; 1ກສ 11:2
ຜຕສ. 2:6ຢຊ 24:28
ຜຕສ. 2:7ຢຊ 23:3; 24:31
ຜຕສ. 2:8ຢຊ 24:29
ຜຕສ. 2:9ຢຊ 19:49, 50
ຜຕສ. 2:9ຢຊ 24:30
ຜຕສ. 2:11ຜຕສ 3:7; 10:6; 1ກສ 18:17, 18
ຜຕສ. 2:12ພບຍ 31:16
ຜຕສ. 2:12ພບຍ 6:14
ຜຕສ. 2:12ອພຍ 20:5
ຜຕສ. 2:13ຜຕສ 3:7; 10:6; 1ກສ 11:5
ຜຕສ. 2:14ຜຕສ 3:8; 2ກສ 17:20; ພສ 106:40, 41
ຜຕສ. 2:14ຜຕສ 4:2
ຜຕສ. 2:14ລລວ 26:17, 37; ພບຍ 28:15, 25
ຜຕສ. 2:15ພບຍ 28:15
ຜຕສ. 2:15ພບຍ 4:25, 26
ຜຕສ. 2:15ຜຕສ 10:9
ຜຕສ. 2:16ຜຕສ 3:9; 1ຊມ 12:11; ນຮຢ 9:27; ພສ 106:43
ຜຕສ. 2:17ຜຕສ 2:7
ຜຕສ. 2:18ຜຕສ 4:3
ຜຕສ. 2:18ພບຍ 32:36; ພສ 106:45
ຜຕສ. 2:18ຜຕສ 3:9
ຜຕສ. 2:19ຜຕສ 4:1; 8:33
ຜຕສ. 2:20ພບຍ 7:4; ຜຕສ 10:7; ພສ 106:40
ຜຕສ. 2:20ອພຍ 24:3, 8; 34:27; ພບຍ 29:1; ຢຊ 23:16
ຜຕສ. 2:20ລລວ 26:14, 17
ຜຕສ. 2:21ຢຊ 13:1, 2
ຜຕສ. 2:22ຈຊບ 33:55; ພບຍ 8:2; ຢຊ 23:12, 13; ຜຕສ 3:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 2:1-23

ພວກ​ຜູ້ຕັດສິນ

2 ທູດສະຫວັນ​ຂອງ​ພະ​ເຢໂຫວາ+ໄດ້​ອອກ​ຈາກ​ກິນການ+ໄປ​ໂບກີມ ແລະ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ເຮົາ​ພາ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ​ມາ​ຮອດ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ແລ້ວ.+ ເຮົາ​ໄດ້​ບອກ​ພວກ​ເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ມີ​ທາງ​ເຮັດ​ຜິດ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ພວກ​ເຈົ້າ.+ 2 ສ່ວນ​ພວກ​ເຈົ້າ​ກໍ​ຫ້າມ​ເຮັດ​ສັນຍາ​ກັບ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້+ ແລະ​ຕ້ອງ​ທຳລາຍ​ແທ່ນ​ບູຊາ​ຂອງ​ພວກ​ເຂົາ.’+ ແຕ່​ພວກ​ເຈົ້າ​ພັດ​ບໍ່​ເຊື່ອ​ຟັງ​ເຮົາ.+ ເປັນ​ຫຍັງ​ພວກ​ເຈົ້າ​ຄື​ເຮັດ​ແນວ​ນີ້? 3 ເຮົາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຈົ້າ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ.+ ພວກ​ເຂົາ​ຈະ​ວາງ​ກັບດັກ​ຈັບ​ພວກ​ເຈົ້າ+ ແລະ​ພວກ​ເຂົາ​ຈະ​ລໍ້​ພວກ​ເຈົ້າ​ໃຫ້​ໄປຂາບ​ໄຫວ້​ພະເຈົ້າ​ຂອງ​ພວກ​ເຂົາ.’”+

4 ເມື່ອ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ​ແນວ​ນັ້ນ​ໃຫ້​ພວກ​ອິດສະຣາເອນ​ຟັງ ເຂົາ​ເຈົ້າ​ກໍ​ພາກັນ​ຮ້ອງໄຫ້​ສຽງ​ດັງ. 5 ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ​ໂບກີມ* ແລ້ວ​ກໍ​ເອົາເຄື່ອງ​ບູຊາຕ່າງ​ໆ​ໃຫ້​ພະ​ເຢໂຫວາ​ຢູ່​ຫັ້ນ.

6 ເມື່ອ​ໂຢຊວຍ​ໃຫ້​ພວກ​ອິດສະຣາເອນ​ກັບ​ເມືອ ເຂົາ​ເຈົ້າ​ກໍ​ແຍກ​ຍ້າຍ​ກັນ​ໄປ​ຢູ່​ດິນ​ມູນ​ຂອງ​ໂຕ​ເອງ.+ 7 ເຂົາ​ເຈົ້າ​ຮັບ​ໃຊ້​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ໂຢຊວຍ ແລະ​ຕະຫຼອດ​ຊີວິດ​ຂອງ​ພວກ​ຜູ້ນຳ​ທີ່​ອາຍຸ​ຍືນ​ກວ່າ​ໂຢຊວຍ ເຊິ່ງ​ໄດ້​ເຫັນ​ສິ່ງ​ດີ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ພວກ​ອິດສະຣາເອນ.+ 8 ແລ້ວ​ໂຢຊວຍ​ທີ່​ເປັນ​ລູກ​ຊາຍ​ຂອງ​ນູນ​ແລະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ກໍ​ຕາຍ​ຕອນ​ອາຍຸ 110 ປີ.+ 9 ພວກ​ອິດສະຣາເອນ​ເອົາ​ສົບ​ຂອງ​ລາວ​ໄປ​ຝັງ​ໄວ້​ຢູ່ເມືອງ​ຕິມນັດເຂເຣັດ*+ ເຊິ່ງ​ຢູ່​ໃນ​ເຂດ​ທີ່​ໂຢຊວຍ​ໄດ້​ຮັບ​ເປັນ​ມໍລະດົກ​ໃນ​ເຂດ​ພູ​ຂອງ​ຕະກູນ​ເອຟຣາຢິມ​ທີ່​ຢູ່​ທາງ​ເໜືອ​ຂອງ​ພູ​ກາອາດ.+ 10 ຫຼັງ​ຈາກ​ນັ້ນ ຄົນ​ທີ່​ມີ​ຊີວິດຢູ່​ໃນ​ສະໄໝ​ຂອງ​ໂຢຊວຍ​ກໍ​ຕາຍ​ໝົດ. ຄົນ​ລຸ້ນ​ໃໝ່​ທີ່​ເກີດ​ມາ​ເປັນ​ຄົນ​ທີ່​ບໍ່​ຮູ້ຈັກ​ພະ​ເຢໂຫວາ ແລະ​ບໍ່​ຮູ້​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ພວກ​ອິດສະຣາເອນ​ເລີຍ.

11 ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ ແລະ​ໄປ​ນະມັດສະການ​ພະ​ບາອານ.+ 12 ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ທີ່​ເປັນ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ເປັນ​ຜູ້​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ ເຂົາ​ເຈົ້າ​ໄປນະມັດສະການພະເຈົ້າ​ອື່ນ​ໆ​ເຊິ່ງ​ເປັນ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+ ເຂົາ​ເຈົ້າ​ໄປ​ຂາບ​ໄຫວ້​ພະເຈົ້າ​ເຫຼົ່າ​ນັ້ນ ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ.+ 13 ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ແລະ​ໄປ​ຂາບ​ໄຫວ້​ຮູບ​ພະ​ບາອານ​ກັບ​ຮູບ​ພະ​ອັດຊະໂຕເຣດ.*+ 14 ພະເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ. ເພິ່ນ​ຈຶ່ງ​ປ່ອຍ​ໃຫ້ພວກ​ສັດຕູ​ມາ​ໂຈມຕີ​ແລະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງເຂົາ​ເຈົ້າ​ໄປ. + ເພິ່ນ​ມອບ*​ເຂົາ​ເຈົ້າ​ໄວ້​ໃນ​ມື​ພວກ​ສັດຕູ​ທີ່​ຢູ່​ອ້ອມ​ຂ້າງ+ ແລະ​ເຂົາ​ເຈົ້າ​ກໍ​ຕ້ານ​ທານ​ສັດຕູ​ບໍ່​ໄດ້​ອີກ​ຕໍ່​ໄປ.+ 15 ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ໃສ ພະ​ເຢໂຫວາ​ກໍ​ຂັດ​ຂວາງເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ກໍ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ພະ​ເຢໂຫວາ​ເວົ້າ​ໄວ້+ ແລະ​ຄື​ກັບ​ທີ່​ພະ​ເຢໂຫວາ​ສາບານ​ໄວ້​ກັບ​ເຂົາ​ເຈົ້າ.+ ພວກ​ອິດສະຣາເອນ​ທຸກ​ລຳບາກ​ຫຼາຍ.+ 16 ພະ​ເຢໂຫວາ​ຈຶ່ງ​ເລືອກ​ພວກ​ຜູ້ຕັດສິນ​ໃຫ້​ມາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ສັດຕູ​ທີ່​ມາ​ປຸ້ນ.+

17 ແຕ່​ພວກ​ອິດສະຣາເອນ​ບໍ່​ຟັງ​ພວກ​ຜູ້ຕັດສິນ. ຄື​ກັບ​ແມ່ຈ້າງ ເຂົາ​ເຈົ້າ​ຂາຍ​ໂຕ​ໃຫ້​ພະເຈົ້າ​ອື່ນ​ແລະ​ຂາບ​ໄຫວ້​ພະເຈົ້າ​ເຫຼົ່າ​ນັ້ນ. ເຖິງ​ວ່າ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ+ ແຕ່​ເຂົາ​ເຈົ້າ​ພັດ​ປະຖິ້ມ​ແນວ​ທາງ​ຊີວິດ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄວ​ຫຼາຍ. ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະ​ເຈົ້າ. 18 ເມື່ອ​ເຂົາ​ເຈົ້າ​ຮ້ອງ​ຄາງ​ຍ້ອນ​ຜູ້​ອື່ນ​ກົດ​ຂີ່+ແລະ​ເຮັດ​ກັບ​ເຂົາ​ເຈົ້າ​ແບບ​ໂຫດ​ຮ້າຍ ພະ​ເຢໂຫວາ​ກໍ​ອີ່ຕົນ+ເຂົາ​ເຈົ້າ. ພະ​ເຢໂຫວາ​ຈຶ່ງ​ເລືອກ​ພວກ​ຜູ້ຕັດສິນ​ມາ​ຊ່ວຍ​ເຂົາ​ເຈົ້າ.+ ພະ​ເຢໂຫວາ​ຈະ​ຢູ່​ນຳ​ຜູ້ຕັດສິນ​ແຕ່​ລະ​ຄົນ​ຕະຫຼອດ​ຊີວິດ​ຂອງ​ຜູ້​ນັ້ນ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ສັດຕູ.

19 ແຕ່​ຫຼັງ​ຈາກ​ຜູ້ຕັດສິນ​ຕາຍ​ໄປ ພວກ​ອິດສະຣາເອນ​ແຮ່ງ​ເຮັດ​ຊົ່ວ​ໜັກ​ກວ່າ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ອີກ. ເຂົາ​ເຈົ້າ​ໄປ​ນະມັດສະການ​ແລະ​ຂາບ​ໄຫວ້​ພະເຈົ້າ​ອື່ນ​ໆ​.+ ເຂົາ​ເຈົ້າ​ບໍ່​ຍອມ​ເຊົາ​ເຮັດ​ແນວ​ນັ້ນ​ແລະ​ຍັງ​ຫົວ​ແຂງ​ຕໍ່​ໄປ. 20 ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ໃຫ້​ພວກ​ອິດສະຣາເອນ+ແລະ​ບອກ​ວ່າ: “ຄົນ​ພວກ​ນີ້ບໍ່​ເຮັດ​ຕາມ​ສັນຍາ+ທີ່​ເຮົາ​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ.+ 21 ຄັນຊັ້ນ ຊາດ​ຕ່າງ​ໆ​ທີ່​ຍັງ​ຢູ່​ນຳ​ເຂົາ​ເຈົ້າ​ເຊິ່ງ​ໂຢຊວຍ​ຍັງ​ບໍ່​ທັນ​ໄດ້​ຂັບ​ໄລ່​ອອກ​ໄປ​ເທື່ອ ເຮົາ​ຈະ​ບໍ່​ຊ່ວຍ​ເຂົາ​ເຈົ້າ​ຂັບ​ໄລ່​ອອກ​ໄປ​ແມ່ນ​ແຕ່​ຊາດ​ດຽວ.+ 22 ເຮົາ​ຈະ​ເຮັດ​ແນວ​ນີ້​ເພື່ອ​ທົດສອບ​ພວກ​ອິດສະຣາເອນ​ວ່າ ເຂົາ​ເຈົ້າ​ຈະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ+ຄື​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ຫຼື​ບໍ່.” 23 ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາບໍ່​ໄດ້​ຊ່ວຍ​ໂຢຊວຍຂັບ​ໄລ່​ອອກ​ໄປ​ນັ້ນ​ຈຶ່ງ​ຢູ່​ນຳ​ເຂົາ​ເຈົ້າ​ຕໍ່​ໄປ. ເພິ່ນ​ບໍ່​ໄດ້​ຂັບ​ໄລ່​ຊາດ​ເຫຼົ່າ​ນັ້ນ​ອອກ​ໄປ​ໄວ​ໆ​.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌