ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນາງຣຸດ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມນາງຣຸດ

      • ຣຸດ​ໄປ​ເກັບ​ເຂົ້າ​ເຮ່ຍ​ຢູ່​ທົ່ງ​ນາ​ຂອງ​ໂບອາດ (1-3)

      • ຣຸດ​ກັບ​ໂບອາດ​ເຈິ​ກັນ (4-16)

      • ຣຸດ​ບອກ​ນາໂອມີ​ວ່າ​ໂບອາດ​ເຮັດ​ດີ​ຕໍ່​ລາວ (17-23)

ນາງຣຸດ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:20; 4:21, 22; ມທ 1:5; ລກ 3:23, 32

ນາງຣຸດ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:22; ພບຍ 24:19

ນາງຣຸດ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:20
  • +ນຣ 1:2

ນາງຣຸດ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:3, 4, 16, 22

ນາງຣຸດ 2:7

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເກັບ​ເຂົ້າ​ທີ່​ເຮ່ຍ​ຢູ່​ກອງ​ມັດ​ເຂົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:22; ພບຍ 24:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2382

ນາງຣຸດ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:22

ນາງຣຸດ 2:9

ໄຂເງື່ອນ

  • *

    ຫຼື “ຈັບ​ບາຍ”

ນາງຣຸດ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:9; ລລວ 19:34

ນາງຣຸດ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:14, 16

ນາງຣຸດ 2:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກ້ອງ​ປີກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:11, 17; ມທ 1:5, 16
  • +ພສ 17:8; 36:7; 57:1; 63:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 12

    ຫໍສັງເກດການ (ສຶກສາ)

    2/2016, ໜ້າ 10

ນາງຣຸດ 2:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 12

ນາງຣຸດ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:9; ນຣ 2:2
  • +ນຣ 2:9

ນາງຣຸດ 2:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2016, ໜ້າ 5

ນາງຣຸດ 2:17

ໄຂເງື່ອນ

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:7

ນາງຣຸດ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:14

ນາງຣຸດ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:1

ນາງຣຸດ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6; ນຣ 1:8; ພສ 36:7
  • +ນຣ 2:1
  • +ລລວ 25:25; ພບຍ 25:5, 6; ນຣ 3:9, 12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 12-13

ນາງຣຸດ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:8

ນາງຣຸດ 2:23

ໄຂເງື່ອນ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:22
  • +ນຣ 1:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຣ. 2:1ນຣ 2:20; 4:21, 22; ມທ 1:5; ລກ 3:23, 32
ນຣ. 2:2ລລວ 23:22; ພບຍ 24:19
ນຣ. 2:3ນຣ 2:20
ນຣ. 2:3ນຣ 1:2
ນຣ. 2:6ນຣ 1:3, 4, 16, 22
ນຣ. 2:7ລລວ 23:22; ພບຍ 24:19
ນຣ. 2:8ນຣ 2:22
ນຣ. 2:10ອພຍ 23:9; ລລວ 19:34
ນຣ. 2:11ນຣ 1:14, 16
ນຣ. 2:12ນຣ 4:11, 17; ມທ 1:5, 16
ນຣ. 2:12ພສ 17:8; 36:7; 57:1; 63:7
ນຣ. 2:15ລລວ 19:9; ນຣ 2:2
ນຣ. 2:15ນຣ 2:9
ນຣ. 2:17ນຣ 2:7
ນຣ. 2:18ນຣ 2:14
ນຣ. 2:19ພສ 41:1
ນຣ. 2:20ອພຍ 34:6; ນຣ 1:8; ພສ 36:7
ນຣ. 2:20ນຣ 2:1
ນຣ. 2:20ລລວ 25:25; ພບຍ 25:5, 6; ນຣ 3:9, 12
ນຣ. 2:21ນຣ 2:8
ນຣ. 2:23ນຣ 1:22
ນຣ. 2:23ນຣ 1:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ນາງຣຸດ 2:1-23

ນາງ​ຣຸດ

2 ນາໂອມີ​ມີ​ພີ່ນ້ອງ​ທາງ​ຜົວ​ຄົນ​ໜຶ່ງ​ຊື່​ໂບອາດ.+ ລາວ​ເປັນ​ຄົນ​ຮັ່ງ​ຫຼາຍ.

2 ຣຸດ​ຖາມ​ນາໂອມີ​ວ່າ: “ລູກ​ຂໍ​ໄປ​ເກັບ​ເຂົ້າ​ເຮ່ຍ​ຢູ່​ທົ່ງນາ+ນຳຫຼັງ​ຄົນ​ກ່ຽວເຂົ້າ​ທີ່​ອີ່ຕົນລູກ​ໄດ້​ບໍ່?” ນາໂອມີ​ຕອບ​ວ່າ: “ໄປ​ໂລດ​ລູກ.” 3 ລາວ​ກໍ​ອອກ​ໄປ​ທົ່ງນາ ແລ້ວ​ເລີ່ມ​ເກັບ​ເຂົ້າ​ເຮ່ຍ​ນຳຫຼັງ​ຄົນທີ່ກ່ຽວເຂົ້າ ແລະ​ບັງເອີນ​ນາ​ທີ່​ລາວ​ໄປ​ເກັບ​ເຂົ້າ​ນັ້ນ​ເປັນ​ນາ​ຂອງ​ໂບອາດ+ ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ເອລີເມເລັກ.+ 4 ຕອນ​ນັ້ນ​ໂບອາດ​ອອກ​ໄປ​ທົ່ງນາ​ທີ່​ຢູ່​ນອກ​ເມືອງ​ເບັດເລເຮັມ. ເມື່ອ​ໄປ​ຮອດ ລາວ​ກໍ​ເວົ້າ​ກັບ​ຄົນ​ທີ່​ກ່ຽວເຂົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ.” ເຂົາ​ເຈົ້າ​ກໍ​ຕອບ​ລາວ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເຈົ້າ​ຄືກັນ.”

5 ໂບອາດ​ຖາມ​ຜູ້​ທີ່​ເບິ່ງແຍງ​ຄົນ​ກ່ຽວ​ເຂົ້າ​ວ່າ: “ຜູ້ຍິງ​ຄົນ​ນັ້ນ​ແມ່ນ​ໃຜ?” 6 ລາວ​ຕອບ​ວ່າ: “ຜູ້ຍິງ​ຄົນ​ນັ້ນ​ເປັນ​ຄົນ​ໂມອາບ+ທີ່​ມາ​ນຳ​ນາໂອມີ. 7 ລາວ​ເຂົ້າ​ມາ​ຖາມ​ວ່າ ‘ຂ້ອຍ​ຂໍ​ເກັບ​ເຂົ້າເຮ່ຍ*+​ໄດ້​ບໍ່?’ ລາວ​ເກັບ​ຕັ້ງແຕ່​ເຊົ້າ​ແລະ​ຫາ​ກໍ​ນັ່ງ​ເຊົາ​ເມື່ອຍ​ມື້ກີ້ນີ້.”

8 ໂບອາດຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ລູກ​ເອີ້ຍ ບໍ່​ຕ້ອງ​ໄປ​ເກັບ​ຢູ່​ບ່ອນ​ອື່ນ​ເດີ້. ໃຫ້​ໄປ​ເກັບ​ໃກ້​ໆ​ບ່ອນ​ທີ່​ພວກ​ຜູ້ຍິງ​ເຮັດ​ວຽກ.+ 9 ໃຫ້​ເບິ່ງ​ວ່າ​ເຂົາເຈົ້າ​ກ່ຽວເຂົ້າ​ຢູ່​ໃສ ແລ້ວ​ກໍ​ນຳ​ໄປ. ຂ້ອຍ​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ​ບໍ່​ໃຫ້​ມາ​ກວນ*ເຈົ້າ. ຖ້າ​ຫິວ​ນ້ຳ​ກໍ​ໃຫ້​ໄປ​ກິນ​ຢູ່​ໃນ​ໄຫ​ທີ່​ພວກ​ຜູ້ຊາຍ​ຕັກ​ມາ​ໄວ້.”

10 ຣຸດ​ໝູບໜ້າ​ລົງພື້ນ​ແລະ​ເວົ້າ​ວ່າ: “ເປັນຫຍັງ​ທ່ານ​ຈຶ່ງ​ເຮັດດີ​ຕໍ່​ຂ້ອຍ​ແລະ​ເປັນ​ຫ່ວງ​ຂ້ອຍ​ທັງ​ໆ​ທີ່ຂ້ອຍ​ເປັນ​ຄົນຕ່າງຊາດ?”+ 11 ໂບອາດ​ຕອບ​ວ່າ: “ຂ້ອຍ​ໄດ້​ຍິນ​ເລື່ອງ​ຂອງ​ເຈົ້າ​ໝົດ​ແລ້ວ​ທີ່​ເຈົ້າເຮັດ​ຕໍ່ແມ່​ຍ່າ​ຫຼັງຈາກ​ທີ່​ຜົວ​ຂອງ​ເຈົ້າ​ຕາຍ ແລະ​ເຈົ້າ​ກໍ​ໄດ້​ຈາກ​ພໍ່​ຈາກ​ແມ່​ແລະ​ຈາກ​ຍາດຕິພີ່ນ້ອງ​ມາ​ຢູ່​ບ່ອນ​ທີ່​ເຈົ້າ​ບໍ່​ຮູ້ຈັກ.+ 12 ຂໍ​ໃຫ້​ພະ​ເຢໂຫວາ​ຕອບແທນ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ+ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ລາງວັນ​ທີ່​ຍິ່ງໃຫຍ່​ກັບ​ເຈົ້າ ເພາະ​ເຈົ້າ​ໄດ້​ເຂົ້າ​ມາ​ຢູ່​ພາຍໃຕ້​ການ​ປົກປ້ອງ​ເບິ່ງແຍງ*​ຂອງ​ເພິ່ນ.”+ 13 ຣຸດ​ຈຶ່ງ​ເວົ້າ​ວ່າ: “ຂອບໃຈ​ທີ່​ທ່ານ​ເຮັດ​ດີ​ຕໍ່​ຂ້ອຍ​ຫຼາຍ​ແທ້​ໆ​. ທ່ານ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ອຸ່ນໃຈ​ແລະ​ເວົ້າ​ໃຫ້​ກຳລັງໃຈ​ຂ້ອຍ​ທັງ​ໆ​ທີ່​ຂ້ອຍ​ບໍ່​ແມ່ນ​ຄົນ​ຮັບໃຊ້​ຂອງ​ທ່ານ​ຊ້ຳ.”

14 ເມື່ອ​ຮອດ​ຍາມ​ກິນເຂົ້າ ໂບອາດເວົ້າ​ກັບ​ຣຸດ​ວ່າ: “ມາ​ກິນເຂົ້າ​ແມ້​ລູກ. ເອົາ​ເຂົ້າຈີ່​ຈ້ຳ​ກັບ​ເຫຼົ້າແວງ​ສົ້ມ.” ຣຸດ​ຈຶ່ງ​ນັ່ງ​ທາງຂ້າງ​ຄົນ​ກ່ຽວເຂົ້າ. ໂບອາດ​ຍື່ນເຂົ້າ​ຂົ້ວໃຫ້​ຣຸດ ລາວ​ກິນ​ຈົນ​ອີ່ມ​ແຕ່​ກໍ​ຍັງ​ເຫຼືອ​ຢູ່. 15 ເມື່ອ​ກິນເຂົ້າ​ແລ້ວ ຣຸດ​ກໍ​ໄປ​ເກັບ​ເຂົ້າ​ຕໍ່.+ ໂບອາດ​ສັ່ງ​ພວກ​ຜູ້ຊາຍ​ວ່າ: “ໃຫ້​ລາວ​ເກັບ​ເຂົ້າ​ທີ່​ເຮ່ຍ​ໂລດ ບໍ່​ຕ້ອງ​ຫ້າມ​ລາວ.+ 16 ໃຫ້​ພວກ​ເຈົ້າ​ດຶງ​ຮວງເຂົ້າ​ອອກ​ຈາກ​ມັດ​ປະ​ໄວ້​ໃຫ້​ລາວ​ເກັບ​ແດ່​ເດີ້​ແລະ​ບໍ່​ຕ້ອງ​ຫ້າມ​ລາວ.”

17 ຣຸດ​ເກັບ​ເຂົ້າ​ຈົນຮອດ​ຕອນແລງ+ແລ້ວ​ລາວ​ກໍ​ເອົາ​ເຂົ້າ​ໄປ​ຟາດ. ລາວ​ໄດ້​ເຂົ້າບາເລ​ປະມານ 1 ເອຟາ.* 18 ຈາກນັ້ນ ລາວ​ກໍ​ເອົາເຂົ້າ​ກັບ​ເມືອ​ເຮືອນ​ທີ່​ຢູ່​ໃນ​ເມືອງ​ແລະ​ໃຫ້​ແມ່​ຍ່າ​ເບິ່ງ​ວ່າ​ໄດ້​ເຂົ້າ​ຫຼາຍ​ສ່ຳ​ໃດ. ຣຸດ​ຍັງ​ໄດ້​ເອົາ​ຂອງກິນ​ທີ່​ລາວ​ເກັບ​ໄວ້+ຫຼັງຈາກ​ທີ່​ກິນ​ອີ່ມ​ແລ້ວ​ອອກ​ມາ​ໃຫ້​ແມ່​ຍ່າ​ນຳ.

19 ນາໂອມີ​ຖາມ​ຣຸດ​ວ່າ: “ມື້​ນີ້ລູກ​ໄປ​ເກັບ​ເຂົ້າ​ຢູ່​ໃສ? ຢູ່​ນາ​ຂອງ​ໃຜ? ຂໍ​ໃຫ້ພະເຈົ້າ​ອວຍພອນ​ຄົນ​ທີ່​ເຮັດ​ດີ​ຕໍ່​ລູກ.”+ ແລ້ວ​ຣຸດ​ກໍ​ເລົ່າ​ໃຫ້​ນາໂອມີ​ຟັງ​ວ່າ​ລາວ​ໄປ​ເກັບ​ເຂົ້າ​ຢູ່​ໃນ​ນາ​ຂອງ​ໃຜ. ຣຸດ​ບອກ​ວ່າ: “ມື້​ນີ້ລູກ​ໄປ​ເກັບ​ເຂົ້າ​ຢູ່​ນາ​ຂອງ​ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ໂບອາດ.” 20 ນາໂອມີ​ຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ລາວ ເພິ່ນ​ເປັນ​ພະເຈົ້າ​ທີ່​ສະແດງ​ຄວາມຮັກ​ທີ່ໝັ້ນຄົງ​ສະເໝີ​ຕໍ່​ຄົນ​ເປັນ​ແລະ​ຄົນຕາຍ.”+ ນາໂອມີ​ເວົ້າ​ຕໍ່​ວ່າ: “ລາວ​ເປັນ​ພີ່ນ້ອງ​ຂອງ​ເຮົາ.+ ລາວ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ສິດ​ໄຖ່​ເຮົາ​ໄດ້.”+ 21 ຣຸດ​ບອກ​ວ່າ: “ລາວ​ຍັງ​ບອກ​ລູກ​ອີກ​ວ່າ ‘ໃຫ້​ເກັບ​ເຂົ້າ​ຢູ່​ໃກ້​ໆ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້ອຍ​ຈົນ​ເຂົາເຈົ້າ​ກ່ຽວເຂົ້າ​ແລ້ວ.’”+ 22 ນາໂອມີ​ຈຶ່ງ​ເວົ້າ​ກັບ​ຣຸດ​ວ່າ: “ດີ​ແລ້ວ​ລູກ ລູກ​ຄວນ​ຢູ່​ກັບ​ຜູ້ຍິງ​ເຫຼົ່າ​ນັ້ນ​ແທນ​ທີ່ຈະ​ໄປ​ເກັບ​ເຂົ້າ​ຢູ່​ນາ​ຂອງ​ຜູ້​ອື່ນ​ແລ້ວ​ຖືກ​ກວນ.”

23 ດັ່ງນັ້ນ ຣຸດ​ຈຶ່ງ​ຢູ່​ໃກ້​ໆ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ໃຫ້​ໂບອາດ​ແລະ​ເກັບ​ເຂົ້າ​ເຮ່ຍ​ຈົນ​ໝົດ​ລະດູ​ກ່ຽວເຂົ້າ​ວີດ*+ ແລະ​ຣຸດ​ກໍ​ຍັງ​ຢູ່ກັບ​ນາໂອມີ​ຕໍ່ໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌