ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 53
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ຄຳ​ອະທິບາຍ​ກ່ຽວກັບ​ຄົນ​ໂງ່

        • “ພະເຢໂຫວາ​ບໍ່​ມີ​ແທ້​ດອກ” (1)

        • “ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ” (3)

ເພງສັນລະເສີນ 53:ຫົວບົດ

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2407

ເພງສັນລະເສີນ 53:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:4; ຣມ 1:21
  • +ພສ 14:1-7; ຣມ 3:10

ເພງສັນລະເສີນ 53:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 11:4; 33:13-15; ຢຣມ 16:17; 23:24
  • +1ຂຄ 28:9; 2ຂຄ 15:2; 19:1, 3; ອຊຢ 55:6; 1ປຕ 3:12

ເພງສັນລະເສີນ 53:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 7:20; ຣມ 3:12

ເພງສັນລະເສີນ 53:4

ໄຂເງື່ອນ

  • *

    ຫຼື “ບໍ່​ໄດ້​ອະທິດຖານ​ເຖິງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 21:7, 14

ເພງສັນລະເສີນ 53:5

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຢ້ານ​ທັງ​ໆ​ທີ່​ບໍ່​ມີ​ຫຍັງ​ຕ້ອງ​ຢ້ານ”

  • *

    ແປ​ຕາມ​ໂຕ​ວ່າ “ຕັ້ງ​ຄ້າຍ​ຕໍ່ສູ້​ເຈົ້າ”

ເພງສັນລະເສີນ 53:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 12:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 53:1ພສ 10:4; ຣມ 1:21
ພສ. 53:1ພສ 14:1-7; ຣມ 3:10
ພສ. 53:2ພສ 11:4; 33:13-15; ຢຣມ 16:17; 23:24
ພສ. 53:21ຂຄ 28:9; 2ຂຄ 15:2; 19:1, 3; ອຊຢ 55:6; 1ປຕ 3:12
ພສ. 53:3ປຍຈ 7:20; ຣມ 3:12
ພສ. 53:4ໂຢບ 21:7, 14
ພສ. 53:6ອຊຢ 12:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 53:1-6

ເພງສັນລະເສີນ

ເຖິງ​ຜູ້​ຄວບຄຸມ​ດົນຕີ ເພງ​ນີ້​ຕັ້ງ​ແບບ​ມາຮາລາດ.* ມັດຄິວ*​ຂອງ​ດາວິດ.

53 ຄົນ​ໂງ່​ຄິດ​ໃນ​ໃຈ​ວ່າ:

“ພະ​ເຢໂຫວາ​ບໍ່​ມີ​ແທ້​ດອກ.”+

ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.

ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ.+

 2 ແຕ່​ພະເຈົ້າ​ແນມ​ເບິ່ງ​ມະນຸດ​ຈາກ​ສະຫວັນ+

ເພື່ອ​ເບິ່ງ​ວ່າ​ມີ​ໃຜ​ແດ່​ທີ່​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ໃຜ​ແດ່​ທີ່​ກຳລັງ​ຊອກຫາ​ພະ​ເຢໂຫວາ.+

 3 ເຂົາເຈົ້າ​ທຸກ​ຄົນ​ຖິ້ມ​ແນວ​ທາງ​ທີ່​ຖືກຕ້ອງ.

ເຂົາເຈົ້າ​ບໍ່​ສັດຊື່​ຄື​ກັນ​ໝົດ.

ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ

ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ມີ.+

 4 ພວກ​ຄົນ​ຊົ່ວ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ​ບໍ?

ເຂົາເຈົ້າ​ກົດຂີ່​ຄົນ​ຂອງ​ພະເຈົ້າ​ໄດ້​ງ່າຍ​ໆ​ຄື​ກັບ​ກິນ​ເຂົ້າ.

ເຂົາເຈົ້າ​ບໍ່​ໄດ້​ນະມັດສະການ*​ພະ​ເຢໂຫວາ.+

 5 ແຕ່​ເຂົາເຈົ້າ​ຈະ​ຢ້ານ​ແທ້​ຢ້ານ​ວ່າ

ຢ້ານ​ແບບ​ທີ່​ບໍ່​ເຄີຍ​ຢ້ານ​ມາ​ກ່ອນ*

ຍ້ອນ​ພະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ຄົນ​ທີ່​ມາ​ໂຈມຕີ​ເຈົ້າ*​ຢາຍ​ຢູ່​ທົ່ວທີບ​ທົ່ວແດນ.

ເຈົ້າ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ອັບອາຍ​ຂາຍ​ໜ້າ​ຍ້ອນ​ພະ​ເຢໂຫວາ​ໄດ້​ປະຕິເສດ​ເຂົາເຈົ້າ.

 6 ຂໍ​ໃຫ້​ຄວາມ​ລອດ​ຂອງ​ອິດສະຣາເອນ​ມາ​ຈາກ​ຊີໂອນ+

ເມື່ອ​ພະ​ເຢໂຫວາ​ລວບລວມ​ຄົນ​ຂອງ​ເພິ່ນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.

ຂໍ​ໃຫ້​ຢາໂຄບ​ມີ​ຄວາມສຸກ ຂໍ​ໃຫ້​ອິດສະຣາເອນ​ມີ​ຄວາມ​ຍິນດີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌