ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ປັດຊູ​ຕີ​ເຢເຣມີຢາ (1-6)

      • ເຢເຣມີຢາ​ເຊົາ​ປະກາດ​ບໍ່​ໄດ້ (7-13)

        • ຄຳ​ເວົ້າ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ໄຟ (9)

        • ພະ​ເຢໂຫວາ​ເປັນ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​ແລະ​ເປັນ​ຕາ​ຢ້ານ (11)

      • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (14-18)

ເຢເຣມີຢາ 20:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 16:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2382

ເຢເຣມີຢາ 20:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:25

ເຢເຣມີຢາ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:32
  • +ຢຣມ 25:9; 39:9

ເຢເຣມີຢາ 20:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 20:17; 24:11, 13; 25:13-15; ສສ 1:10
  • +2ຂຄ 36:10; ຢຣມ 15:13

ເຢເຣມີຢາ 20:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 28:15; 29:21

ເຢເຣມີຢາ 20:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:14; ມກ 3:8
  • +ພສ 22:7; ຢຣມ 15:10, 15

ເຢເຣມີຢາ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:16; ຢຣມ 6:10

ເຢເຣມີຢາ 20:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:2, 4; ຢນ 1:3
  • +ຢຣມ 6:11; ອມ 3:8; ກຈກ 4:19, 20

ເຢເຣມີຢາ 20:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:13
  • +ພສ 38:16

ເຢເຣມີຢາ 20:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:8; ຣມ 8:31
  • +ພສ 27:2; ຢຣມ 15:15, 20; 17:18
  • +ພສ 6:10

ເຢເຣມີຢາ 20:12

ໄຂເງື່ອນ

  • *

    ຫຼື “ຄວາມ​ຄິດ​ທີ່​ເລິກ​ທີ່​ສຸດ.” ແປ​ຕາມ​ໂຕ​ວ່າ “ໝາກ​ໄຂ່​ຫຼັງ.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 17:10
  • +ພສ 59:10; ຢຣມ 17:18
  • +ຢຣມ 11:20; 1ປຕ 2:23

ເຢເຣມີຢາ 20:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 3:3; ຢຣມ 15:10

ເຢເຣມີຢາ 20:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 10:18

ເຢເຣມີຢາ 20:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 3:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 20:22ຂຄ 16:10
ຢຣມ. 20:3ຢຣມ 6:25
ຢຣມ. 20:4ພບຍ 28:32
ຢຣມ. 20:4ຢຣມ 25:9; 39:9
ຢຣມ. 20:52ກສ 20:17; 24:11, 13; 25:13-15; ສສ 1:10
ຢຣມ. 20:52ຂຄ 36:10; ຢຣມ 15:13
ຢຣມ. 20:6ຢຣມ 14:14; 28:15; 29:21
ຢຣມ. 20:7ອຊກ 3:14; ມກ 3:8
ຢຣມ. 20:7ພສ 22:7; ຢຣມ 15:10, 15
ຢຣມ. 20:82ຂຄ 36:16; ຢຣມ 6:10
ຢຣມ. 20:91ກສ 19:2, 4; ຢນ 1:3
ຢຣມ. 20:9ຢຣມ 6:11; ອມ 3:8; ກຈກ 4:19, 20
ຢຣມ. 20:10ພສ 31:13
ຢຣມ. 20:10ພສ 38:16
ຢຣມ. 20:11ຢຣມ 1:8; ຣມ 8:31
ຢຣມ. 20:11ພສ 27:2; ຢຣມ 15:15, 20; 17:18
ຢຣມ. 20:11ພສ 6:10
ຢຣມ. 20:12ຢຣມ 17:10
ຢຣມ. 20:12ພສ 59:10; ຢຣມ 17:18
ຢຣມ. 20:12ຢຣມ 11:20; 1ປຕ 2:23
ຢຣມ. 20:14ໂຢບ 3:3; ຢຣມ 15:10
ຢຣມ. 20:17ໂຢບ 10:18
ຢຣມ. 20:18ໂຢບ 3:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 20:1-18

ເຢເຣມີຢາ

20 ຕອນ​ທີ່​ເຢເຣມີຢາ​ພະຍາກອນ​ເລື່ອງ​ເຫຼົ່າ​ນີ້ ປັດຊູ​ລູກ​ຊາຍ​ຂອງ​ອິມເມ​ທີ່​ເປັນ​ປະໂລຫິດ​ແລະ​ເປັນ​ຫົວໜ້າ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ກໍ​ຟັງ​ລາວ​ຢູ່​ຫັ້ນ. 2 ແລ້ວ​ປັດຊູ​ກໍ​ຕີ​ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ຈັບ​ລາວ​ໃສ່​ຂື່+​ຢູ່​ປະຕູ​ທີ່​ຊື່​ວ່າ​ປະຕູ​ທາງ​ເທິງ​ຂອງ​ເບັນຢາມິນ ເຊິ່ງ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. 3 ແຕ່​ມື້​ຕໍ່​ມາ ຕອນ​ທີ່​ປັດຊູ​ປ່ອຍ​ເຢເຣມີຢາ​ອອກ​ຈາກ​ຂື່ ເຢເຣມີຢາ​ກໍ​ເວົ້າ​ກັບ​ລາວ​ວ່າ:

“ພະ​ເຢໂຫວາ​ຈະ​ບໍ່​ເອີ້ນ​ເຈົ້າ​ວ່າ​ປັດຊູ ແຕ່​ຈະ​ເອີ້ນ​ເຈົ້າ​ວ່າ​ຄວາມ​ຢ້ານ​ທົ່ວ​ທຸກ​ບ່ອນ+ 4 ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ທັງ​ເຈົ້າ​ແລະ​ໝູ່​ຂອງ​ເຈົ້າ​ທັງໝົດ​ຢ້ານ​ຫຼາຍ​ຍ້ອນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ. ເຂົາ​ເຈົ້າ​ຈະ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ.+ ເຮົາ​ຈະ​ມອບ​ຄົນ​ຢູດາ​ທັງໝົດ​ໄວ້​ໃນ​ມື​ຂອງ​ກະສັດ​ບາບີໂລນ. ລາວ​ຈະ​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແລະ​ຈະ​ຂ້າ​ເຂົາ​ເຈົ້າ​ຕາຍ​ດ້ວຍ​ດາບ.+ 5 ເຮົາ​ຈະ​ເອົາ​ຊັບ​ສົມບັດ ຊັບ​ພະຍາກອນ ແລະ​ສິ່ງ​ທີ່​ມີ​ຄ່າ​ທັງໝົດ​ຂອງ​ເມືອງ​ນີ້ ລວມ​ທັງ​ຊັບ​ສົມບັດ​ທັງໝົດ​ຂອງ​ພວກ​ກະສັດ​ຢູດາ​ໃຫ້​ພວກ​ສັດຕູ​ຂອງ​ເຂົາ​ເຈົ້າ.+ ສັດຕູ​ຈະ​ປຸ້ນ​ເອົາ​ສິ່ງ​ເຫຼົ່າ​ນີ້​ແລະ​ເອົາ​ໄປ​ບາບີໂລນ.+ 6 ແຕ່​ປັດຊູ​ເອີ້ຍ ເຈົ້າ​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເຈົ້າ​ຈະ​ຕ້ອງ​ໄປ​ບາບີໂລນ​ແລະ​ຕາຍ​ຢູ່​ຫັ້ນ. ເຈົ້າ​ຈະ​ຖືກ​ຝັງ​ໄວ້​ຢູ່​ຫັ້ນ​ພ້ອມ​ກັບ​ໝູ່​ທັງໝົດ​ຂອງ​ເຈົ້າ ຍ້ອນ​ເຈົ້າ​ໄດ້​ພະຍາກອນ​ຕົວະ​ໃຫ້​ເຂົາ​ເຈົ້າ​ຟັງ.’”+

 7 ພະ​ເຢໂຫວາ​ເອີ້ຍ ພະອົງ​ໄດ້​ລໍ້​ລູກ​ແລະ​ລູກ​ກໍ​ຖືກ​ລໍ້​ແລ້ວ.

ພະອົງ​ໄດ້​ພິສູດ​ວ່າ​ພະອົງ​ມີ​ກຳລັງ​ຫຼາຍ​ກວ່າ​ລູກ​ແລະ​ໄດ້​ເອົາ​ຊະນະ​ລູກ.+

ລູກ​ຖືກ​ຫົວ​ຂວັນ​ໃສ່​ໝົດ​ມື້.

ທຸກ​ຄົນ​ກໍ​ເຍາະເຍີ້ຍ​ລູກ.+

 8 ມື້​ໃດ​ທີ່​ລູກ​ເວົ້າ ລູກ​ກໍ​ຕ້ອງ​ຮ້ອງ​ແລະ​ປະກາດ​ວ່າ:

“ຈະ​ມີ​ຄວາມ​ຮຸນແຮງ​ແລະ​ການ​ທຳລາຍ!”

ຍ້ອນ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ ລູກ​ຈຶ່ງ​ຖືກ​ດູຖູກ​ແລະ​ຖືກ​ເຍາະ​ເຍີ້ຍ​ໝົດ​ມື້.+

 9 ລູກ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ເວົ້າ​ເຖິງ​ເພິ່ນ​ອີກ​ແລ້ວ

ແລະ​ຂ້ອຍ​ຈະ​ບໍ່​ເວົ້າ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ​ອີກ.”+

ແຕ່​ຄຳ​ເວົ້າ​ຂອງ​ພະອົງ​ເຜົາ​ໄໝ້​ຢູ່​ໃນ​ໃຈ​ຂອງ​ລູກ​ຄື​ກັບ​ໄຟ ມັນ​ເປັນ​ຄື​ກັບ​ໄຟ​ຢູ່​ໃນ​ກະດູກ​ຂອງ​ລູກ.

ລູກ​ອົດ​ເວົ້າ​ບໍ່​ໄດ້​ແລ້ວ.

ລູກ​ມິດ​ຢູ່​ບໍ່​ໄດ້.+

10 ລູກ​ໄດ້​ຍິນ​ຂ່າວລື​ທີ່​ບໍ່​ດີ​ຫຼາຍ​ຢ່າງ

ແລະ​ລູກ​ກໍ​ຮູ້ສຶກ​ຢ້ານ​ຫຼາຍ.+

ເຂົາ​ເຈົ້າ​ເວົ້າ​ວ່າ: “ໃຫ້​ປະຈານ​ລາວ​ແລະ​ໃຫ້​ພວກ​ເຮົາ​ປ້ອຍ​ດ່າ​ລາວ!”

ທຸກ​ຄົນ​ທີ່​ທຳທ່າ​ເຮັດ​ດີ​ກັບ​ລູກ​ກຳລັງ​ຖ້າ​ເບິ່ງ​ລູກ​ເຈິ​ຄວາມ​ຈິບຫາຍ. ເຂົາ​ເຈົ້າ​ເວົ້າ​ວ່າ:+

“ບາງ​ເທື່ອ​ລາວ​ອາດຈະ​ເຮັດ​ຜິດ​ພາດ​ແບບ​ໂງ່​ໆ​

ແລະ​ຕອນ​ນັ້ນ ພວກ​ເຮົາ​ກໍ​ຈະ​ເອົາ​ຊະນະ​ລາວ​ແລະ​ແກ້ແຄ້ນ​ລາວ​ໄດ້.”

11 ແຕ່​ພະ​ເຢໂຫວາ​ຢູ່​ກັບ​ລູກ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​ແລະ​ເປັນ​ຕາ​ຢ້ານ.+

ຍ້ອນ​ແນວ​ນີ້ ຄົນ​ທີ່​ຂົ່ມເຫງ​ລູກ​ຈະ​ລົ້ມ​ລົງ​ແລະ​ບໍ່​ຊະນະ.+

ເຂົາ​ເຈົ້າ​ຈະ​ອັບອາຍ​ຫຼາຍ​ຍ້ອນ​ແຜນ​ການ​ຂອງ​ເຂົາ​ເຈົ້າ​ບໍ່​ສຳເລັດ

ແລະ​ຈະ​ບໍ່​ມີ​ຜູ້​ໃດ​ລືມ​ຄວາມ​ອັບອາຍ​ຂອງ​ເຂົາ​ເຈົ້າ​ເລີຍ.+

12 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ ພະອົງ​ກວດ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ພະອົງ​ຮູ້​ຈັກ​ຄວາມ​ຮູ້ສຶກ​ທີ່​ເລິກ​ທີ່​ສຸດ*​ແລະ​ຮູ້​ຈັກ​ຫົວໃຈ​ຂອງ​ເຂົາ​ເຈົ້າ.+

ຂໍ​ໃຫ້​ລູກ​ໄດ້​ເຫັນ​ພະອົງ​ແກ້ແຄ້ນ​ສັດຕູ​ຂອງ​ລູກ+

ຍ້ອນ​ລູກ​ໄດ້​ມອບ​ຄະດີ​ຂອງ​ລູກ​ໃຫ້​ພະອົງ​ຈັດການ​ແລ້ວ.+

13 ໃຫ້​ຮ້ອງ​ເພງ​ໃຫ້​ພະ​ເຢໂຫວາ! ໃຫ້​ສັນລະເສີນ​ພະ​ເຢໂຫວາ!

ຍ້ອນ​ເພິ່ນ​ຊ່ວຍ​ຄົນ​ທຸກ​ໃຫ້​ລອດ​ຈາກ​ຄົນ​ຊົ່ວ.

14 ຂ້ອຍ​ບໍ່​ໜ້າ​ເກີດ​ມາ​ເລີຍ!

ແມ່​ຂ້ອຍ​ບໍ່​ໜ້າ​ເກີດ​ຂ້ອຍ​ມາ​ເລີຍ!+

15 ຄົນ​ທີ່​ເອົາ​ຂ່າວ​ດີ​ມາ​ບອກ​ພໍ່​ຂ້ອຍ​ວ່າ:

“ເຈົ້າ​ໄດ້​ລູກ​ຊາຍ​ເດີ້!”

ແລະ​ເຮັດ​ໃຫ້​ພໍ່​ຂ້ອຍ​ດີໃຈ ຂໍ​ໃຫ້​ລາວ​ຖືກ​ສາບແຊ່ງ.

16 ຂໍ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ເປັນ​ຄື​ກັບ​ເມືອງ​ທີ່​ພະ​ເຢໂຫວາ​ທຳລາຍ​ໂດຍ​ບໍ່​ຮູ້ສຶກ​ເສຍ​ໃຈ.

ຂໍ​ໃຫ້​ລາວ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ເສຍໃຈ​ໃນ​ຕອນ​ເຊົ້າ​ແລະ​ສຽງ​ເຕືອນ​ໄພ​ໃນ​ຕອນ​ກາງ​ເວັນ.

17 ເປັນ​ຫຍັງ​ລາວ​ຄື​ບໍ່​ຂ້າ​ຂ້ອຍ​ໃຫ້​ຕາຍ​ໃນ​ທ້ອງ​ແມ່

ເພື່ອ​ແມ່​ຈະ​ໄດ້​ເປັນ​ບ່ອນ​ຝັງ​ສົບ​ຂອງ​ຂ້ອຍ

ແລະ​ແມ່​ຈະ​ໄດ້​ບໍ່​ຕ້ອງ​ເກີດ​ຂ້ອຍ​ມາ?+

18 ເປັນ​ຫຍັງ​ຂ້ອຍ​ຕ້ອງ​ເກີດ​ມາ

ເພື່ອ​ມາ​ເຫັນ​ຄວາມ​ທຸກ​ໂສກ​ເສົ້າ

ແລະ​ຕ້ອງ​ຕາຍ​ດ້ວຍ​ຄວາມ​ອັບອາຍ?+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌