ກະສັດສະບັບທີສອງ
16 ໃນປີທີ 17 ທີ່ເປກາລູກຊາຍຂອງເຣມາລີຢາເປັນກະສັດປົກຄອງອິດສະຣາເອນ ອາຮາດ+ລູກຊາຍຂອງໂຢທາມກໍເປັນກະສັດປົກຄອງຢູດາ. 2 ອາຮາດເປັນກະສັດຕອນອາຍຸ 20 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 16 ປີ. ລາວບໍ່ໄດ້ເຮັດສິ່ງທີ່ພະເຢໂຫວາພະເຈົ້າເບິ່ງວ່າຖືກຕ້ອງ. ລາວບໍ່ໄດ້ເຮັດຄືກັບດາວິດທີ່ເປັນປູ່ຍ່າຕານາຍຂອງລາວ.+ 3 ແຕ່ລາວເຮັດຊົ່ວຄືກັບກະສັດອົງອື່ນໆຂອງອິດສະຣາເອນ.+ ລາວເຖິງຂັ້ນວ່າເຜົາລູກຊາຍຂອງໂຕເອງ.+ ລາວເຮັດສິ່ງທີ່ເປັນຕາຂີ້ດຽດຄືກັບຊາດຕ່າງໆ+ທີ່ພະເຢໂຫວາໄດ້ໄລ່ໜີໄປຈາກພວກອິດສະຣາເອນ. 4 ລາວຍັງໄດ້ເຜົາເຄື່ອງບູຊາຢູ່ບ່ອນນະມັດສະການຕ່າງໆ+ ຢູ່ຕາມໂນນພູ ແລະຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ.+
5 ເຣຊິນກະສັດຂອງຊີເຣຍກັບເປກາ*ກະສັດຂອງອິດສະຣາເອນໄດ້ມາເຮັດສົງຄາມກັບອາຮາດ.+ ເຂົາເຈົ້າລ້ອມເມືອງເຢຣູຊາເລັມໄວ້ ແຕ່ຍຶດເມືອງນັ້ນບໍ່ໄດ້. 6 ເຣຊິນກະສັດຂອງຊີເຣຍໄດ້ຍຶດເອົາເມືອງເອລັດ+ແລະສົ່ງຄືນໃຫ້ເອໂດມ. ຈາກນັ້ນ ລາວກໍໄລ່ພວກຢິວ*ອອກຈາກເມືອງເອລັດ ພວກເອໂດມຈຶ່ງເຂົ້າໄປຢູ່ເມືອງນັ້ນຈົນຮອດທຸກມື້ນີ້. 7 ອາຮາດໃຫ້ຄົນໄປບອກຕິກລາດປີເລເຊ+ກະສັດຂອງອັດຊີເຣຍວ່າ: “ຂ້ອຍເປັນຄົນຮັບໃຊ້ແລະເປັນລູກຊາຍຂອງທ່ານ.* ຂໍໃຫ້ທ່ານມາຊ່ວຍຂ້ອຍຈາກກະສັດຊີເຣຍແລະກະສັດອິດສະຣາເອນທີ່ມາໂຈມຕີຂ້ອຍ.” 8 ອາຮາດເອົາເງິນກັບຄຳທີ່ຢູ່ໃນວິຫານຂອງພະເຢໂຫວາແລະໃນຄັງຊັບສິນຢູ່ວັງຂອງກະສັດສົ່ງໄປໃຫ້ກະສັດອັດຊີເຣຍເພື່ອຊື້ຈ້າງລາວ.+ 9 ກະສັດອັດຊີເຣຍຈຶ່ງເຮັດຕາມທີ່ກະສັດອາຮາດຂໍ. ລາວໄປໂຈມຕີເມືອງດາມາເຊແລະຍຶດເມືອງນັ້ນໄດ້. ລາວຈັບຄົນຢູ່ເມືອງນັ້ນໄປເປັນຊະເລີຍຢູ່ກີເຣ+ ແລະລາວໄດ້ຂ້າເຣຊິນ.+
10 ກະສັດອາຮາດໄດ້ໄປຫາຕິກລາດປີເລເຊກະສັດຂອງອັດຊີເຣຍຢູ່ເມືອງດາມາເຊ. ເມື່ອລາວເຫັນແທ່ນບູຊາຢູ່ຫັ້ນ ລາວກໍສົ່ງແບບແລະວິທີສ້າງແທ່ນບູຊານັ້ນໄປໃຫ້ປະໂລຫິດອຸຣີຢາ.+ 11 ປະໂລຫິດອຸຣີຢາ+ສ້າງແທ່ນບູຊາ+ຕາມແບບທີ່ກະສັດອາຮາດສົ່ງມາໃຫ້ຈາກເມືອງດາມາເຊ. ປະໂລຫິດອຸຣີຢາສ້າງແທ່ນບູຊານັ້ນແລ້ວກ່ອນທີ່ກະສັດອາຮາດຈະກັບມາຈາກເມືອງດາມາເຊ. 12 ເມື່ອກະສັດອາຮາດກັບມາຈາກເມືອງດາມາເຊແລະເຫັນແທ່ນບູຊານັ້ນ ລາວກໍໄປເຜົາເຄື່ອງບູຊາຢູ່ຫັ້ນ.+ 13 ລາວເຜົາເຄື່ອງບູຊາເຜົາແລະເຄື່ອງບູຊາທີ່ເຮັດຈາກເມັດເຂົ້າເທິງແທ່ນນັ້ນ. ລາວຍັງໄດ້ເທເຄື່ອງບູຊາດື່ມແລະຊິດເລືອດຂອງສັດທີ່ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກໃສ່ເທິງແທ່ນນັ້ນ. 14 ອາຮາດຍ້າຍແທ່ນບູຊາທອງແດງ+ທີ່ຢູ່ຕໍ່ໜ້າວິຫານຂອງພະເຢໂຫວາເຊິ່ງເຄີຍຢູ່ລະຫວ່າງກາງວິຫານຂອງພະເຢໂຫວາກັບແທ່ນບູຊາທີ່ລາວສ້າງ ແລ້ວເອົາໄປໄວ້ທາງທິດເໜືອຂອງແທ່ນບູຊາໃໝ່ຂອງລາວ. 15 ກະສັດອາຮາດສັ່ງປະໂລຫິດອຸຣີຢາ+ວ່າ: “ເທິງແທ່ນບູຊາໃຫຍ່ນີ້ ໃຫ້ເຈົ້າເຜົາເຄື່ອງບູຊາເຜົາສຳລັບຕອນເຊົ້າ+ກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າສຳລັບຕອນແລງ+ ເຄື່ອງບູຊາເຜົາກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າຂອງກະສັດ ລວມທັງເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມຂອງປະຊາຊົນທຸກຄົນ. ເຈົ້າຕ້ອງຊິດເລືອດຂອງສັດທີ່ເປັນເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆທັງໝົດໃສ່ເທິງແທ່ນນັ້ນຄືກັນ. ສ່ວນແທ່ນບູຊາທອງແດງນັ້ນ ຂ້ອຍຈະຈັດການນຳຫຼັງ.” 16 ປະໂລຫິດອຸຣີຢາເຮັດທຸກສິ່ງຕາມທີ່ກະສັດອາຮາດສັ່ງ.+
17 ນອກຈາກນັ້ນ ກະສັດອາຮາດຍັງໄດ້ມ້າງຝາແຕ່ລະເບື້ອງຂອງລໍ້ອອກ+ ຕັດເປັນປ່ຽງນ້ອຍໆ ແລະເອົາອ່າງອອກຈາກລໍ້ເຫຼົ່ານັ້ນ.+ ລາວເອົາອ່າງທະເລທອງແດງທີ່ຢູ່ເທິງຫຼັງຂອງຮູບປັ້ນງົວທອງແດງອອກ+ ແລ້ວເອົາໄປຕັ້ງໄວ້ຢູ່ເທິງພື້ນທີ່ເປັນຫີນ.+ 18 ລາວມ້າງສາລາໃນວິຫານທີ່ໃຊ້ໃນວັນຊະບາໂຕແລະຍ້າຍປະຕູທີ່ກະສັດຍ່າງເຂົ້າອອກໃນວິຫານຂອງພະເຢໂຫວາ. ລາວເຮັດແບບນີ້ຍ້ອນຢ້ານກະສັດອັດຊີເຣຍ.
19 ເລື່ອງຕ່າງໆຂອງອາຮາດແລະທຸກສິ່ງທີ່ລາວເຮັດກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດຢູດາ.+ 20 ເມື່ອອາຮາດຕາຍ ເຂົາເຈົ້າໄດ້ຝັງລາວໄວ້ກັບປູ່ຍ່າຕານາຍຂອງລາວຢູ່ເມືອງຂອງດາວິດ. ເຮເຊກີຢາ*+ລູກຊາຍຂອງລາວກໍເປັນກະສັດແທນ.