ພະບັນຍັດ
33 ນີ້ແມ່ນຄຳອວຍພອນຂອງໂມເຊ ຄົນຂອງພະເຈົ້າທ່ຽງແທ້ທີ່ໄດ້ເວົ້ານຳພວກອິດສະຣາເອນກ່ອນທີ່ລາວຈະຕາຍ.+ 2 ລາວເວົ້າວ່າ:
“ພະເຢໂຫວາມາຈາກພູຊີນາຍ.+
ເພິ່ນສ່ອງແສງໃສ່ຄົນຂອງເພິ່ນຈາກເຂດພູເສອີ.
ແສງລັດສະໝີຂອງເພິ່ນອອກມາຈາກເຂດພູປາຣານ.+
ມີທູດສະຫວັນຫຼາຍໝື່ນຫຼາຍແສນອົງຢູ່ກັບເພິ່ນ+
ແລະກອງທັບຂອງເພິ່ນຢູ່ເບື້ອງຂວາເພິ່ນ.+
5 ເພິ່ນໄດ້ເປັນກະສັດຂອງເຢຊຶຣຶນ*+
ຕອນທີ່ພວກຫົວໜ້າປະຊາຊົນຂອງເພິ່ນ+
ແລະທຸກຕະກູນຈາກພວກອິດສະຣາເອນມາລວມໂຕກັນ.”+
6 ສຳລັບຣູເບັນ ໂມເຊເວົ້າວ່າ: “ຂໍຢ່າໃຫ້ຣູເບັນສາບສູນໄປ+
ແລະຢ່າໃຫ້ຄົນໃນຕະກູນຂອງລາວເຫຼືອແຕ່ໜ້ອຍດຽວ.”+
7 ແລະລາວກໍຂໍພອນສຳລັບຢູດາ+ ໂດຍເວົ້າວ່າ:
“ພະເຢໂຫວາເອີ້ຍ ຂໍໃຫ້ພະອົງຟັງສຽງຂອງຢູດາ.+
ຂໍພະອົງພາລາວກັບມາຫາຄົນຂອງລາວ.
ລາວໃຊ້ແຂນປົກປ້ອງສິ່ງທີ່ເປັນຂອງລາວ.
ຂໍພະອົງຊ່ວຍໃຫ້ລາວຊະນະສັດຕູໄດ້.”+
8 ສຳລັບເລວີ+ ລາວເວົ້າວ່າ:
“ຜູ້ທີ່ສັດຊື່ຕໍ່ພະອົງ+ຈະໄດ້ທູມມີມແລະອູຣີມ*+ຂອງພະອົງ.
ພະອົງໄດ້ທົດສອບເຂົາເຈົ້າຢູ່ມາສາ.+
ພະອົງຕໍ່ສູ້ເຂົາເຈົ້າຢູ່ເມຣິບາ+ ບ່ອນທີ່ນ້ຳໄຫຼອອກ.
9 ເຂົາເຈົ້າເວົ້າກັບພໍ່ແມ່ວ່າ ‘ຂ້ອຍບໍ່ໄດ້ສົນໃຈພວກເຈົ້າ.’
ເຂົາເຈົ້າປະຕິເສດອ້າຍນ້ອງຂອງເຂົາເຈົ້າ+
ແລະບໍ່ເຂົ້າຂ້າງລູກຊາຍຂອງໂຕເອງ.
ຍ້ອນເຂົາເຈົ້າເຊື່ອຟັງພະອົງ
ແລະໄດ້ເຮັດຕາມທີ່ສັນຍາໄວ້ກັບພະອົງ.+
ໃຫ້ເຂົາເຈົ້າເຜົາເຄື່ອງຫອມທີ່ມີກິ່ນຫອມທີ່ເຮັດໃຫ້ພະອົງພໍໃຈ*+
ແລະເຜົາເຄື່ອງບູຊາຢູ່ເທິງແທ່ນບູຊາຂອງພະອົງ.+
11 ພະເຢໂຫວາເອີ້ຍ ຂໍພະອົງອວຍພອນເຂົາເຈົ້າໃຫ້ເຂົາເຈົ້າມີຄວາມເຂັ້ມແຂງ
ແລະຂໍພະອົງພໍໃຈກັບວຽກທີ່ເຂົາເຈົ້າເຮັດ.
ຂໍພະອົງຫັກຂາ*ຂອງຄົນທີ່ມາຕໍ່ຕ້ານເຂົາເຈົ້າ
ເພື່ອບໍ່ໃຫ້ສັດຕູກັບມາຕໍ່ສູ້ເຂົາເຈົ້າໄດ້ອີກ.”
12 ສຳລັບເບັນຢາມິນ+ ລາວເວົ້າວ່າ:
“ຂໍໃຫ້ຄົນທີ່ພະເຢໂຫວາຮັກປອດໄພຢູ່ໃກ້ໆພະອົງ.
ຂໍໃຫ້ພະອົງເບິ່ງແຍງລາວໝົດມື້
ແລະແບກລາວໄວ້ເທິງບ່າ.”
13 ສຳລັບໂຢເຊັບ+ ລາວເວົ້າວ່າ:
“ຂໍໃຫ້ພະເຢໂຫວາອວຍພອນແຜ່ນດິນຂອງລາວ+
ດ້ວຍສິ່ງທີ່ດີທີ່ສຸດຈາກຟ້າ
ດ້ວຍນ້ຳຄ້າງແລະນ້ຳອອກບໍ່+
14 ດ້ວຍສິ່ງດີໆທີ່ແສງຕາເວັນເຮັດໃຫ້ເຕີບໃຫຍ່
ແລະດ້ວຍຜົນລະປູກດີໆທີ່ອອກແຕ່ລະເດືອນ+
15 ດ້ວຍສິ່ງທີ່ດີທີ່ສຸດຈາກພູທີ່ມີຕັ້ງແຕ່ດົນແລ້ວ*+
ແລະດ້ວຍສິ່ງດີໆຈາກໂນນພູທີ່ໝັ້ນຄົງ
16 ດ້ວຍສິ່ງດີໆທີ່ຢູ່ເຕັມໂລກ+
ແລະດ້ວຍພອນຈາກຜູ້ທີ່ມາປາກົດຢູ່ຟຸ່ມໄມ້.+
ຂໍໃຫ້ພອນທັງໝົດນີ້ມາຢູ່ເທິງຫົວຂອງໂຢເຊັບ
ຄືກັບມົງກຸດທີ່ຢູ່ຫົວຂອງຜູ້ທີ່ຖືກເລືອກຈາກອ້າຍນ້ອງຂອງລາວ.+
17 ລາວຈະແຂງແຮງຄືກັບງົວໂຕຜູ້ທີ່ເປັນລູກໂຕທຳອິດ
ແລະເຂົາຂອງລາວກໍເປັນຄືກັບເຂົາຂອງງົວປ່າ.
ລາວຈະໃຊ້ເຂົາຂອງລາວຊົນໃສ່ຊາດຕ່າງໆ
ໃຫ້ໄປຢູ່ສຸດຂອບໂລກ.
ເຂົາເຫຼົ່ານີ້ແມ່ນພວກເອຟຣາຢິມຫຼາຍໝື່ນຄົນ+
ແລະພວກມານາເຊຫຼາຍພັນຄົນ.”
18 ສຳລັບເຊບູລູນ+ ລາວເວົ້າວ່າ:
“ຂໍໃຫ້ເຊບູລູນມີຄວາມສຸກໃນການເດີນທາງອອກໄປຄ້າຂາຍ
ແລະຂໍໃຫ້ອິດຊາຄາ+ມີຄວາມສຸກຢູ່ໃນເຕັ້ນຂອງໂຕເອງ.
19 ເຂົາເຈົ້າຈະເອີ້ນຊາດຕ່າງໆໃຫ້ໄປທີ່ພູ.
ຢູ່ບ່ອນນັ້ນ ເຂົາເຈົ້າຈະເຜົາເຄື່ອງບູຊາທີ່ພະເຈົ້າພໍໃຈ.
ເຂົາເຈົ້າຈະມີຢູ່ມີກິນຍ້ອນທະເລທີ່ອຸດົມສົມບູນ
ແລະຍ້ອນສົມບັດທີ່ເຊື່ອງໄວ້ໃນດິນຊາຍ.”
20 ສຳລັບຄາດ+ ລາວເວົ້າວ່າ:
“ຂໍອວຍພອນໃຫ້ຄົນທີ່ຈະເຮັດໃຫ້ເຂດແດນຂອງຄາດກວ້າງອອກ.+
ລາວນອນຖ້າຢູ່ຫັ້ນຄືກັບໂຕສິງ
ພ້ອມທີ່ຈະກັດແລະຈີກແຂນກັບຫົວຂອງເຫຍື່ອ.
21 ລາວຈະເປັນຜູ້ທຳອິດທີ່ເລືອກສ່ວນແບ່ງຂອງລາວ.+
ຜູ້ທີ່ໃຫ້ກົດໝາຍໄດ້ຈອງສ່ວນແບ່ງນັ້ນໃຫ້ລາວ.+
ພວກຫົວໜ້າຂອງປະຊາຊົນຈະມາລວມໂຕກັນ.
ລາວຈະເຮັດໃຫ້ມີຄວາມຍຸຕິທຳຕາມທີ່ພະເຢໂຫວາຕ້ອງການ
ແລະເຮັດໃຫ້ພວກອິດສະຣາເອນເຮັດຕາມກົດໝາຍຂອງເພິ່ນ.”
22 ສຳລັບດານ+ ລາວເວົ້າວ່າ:
“ດານເປັນສິງນ້ອຍ.+
ລາວຈະໂດດອອກມາຈາກບາຊານ.”+
23 ສຳລັບນັບທາລີ+ ລາວເວົ້າວ່າ:
“ນັບທາລີຈະມີຄວາມສຸກຍ້ອນພະເຢໂຫວາພໍໃຈລາວ
ແລະເພິ່ນຈະອວຍພອນໃຫ້ລາວຫຼາຍໆ.
ຂໍໃຫ້ລາວໄດ້ດິນຢູ່ທາງທິດຕາເວັນຕົກແລະທາງທິດໃຕ້.”
24 ສຳລັບອາເຊ+ ລາວເວົ້າວ່າ:
“ພະເຈົ້າໄດ້ອວຍພອນໃຫ້ອາເຊມີລູກຊາຍຫຼາຍຄົນ.
ຂໍໃຫ້ລາວເປັນທີ່ຮັກຂອງພວກອ້າຍນ້ອງຂອງລາວ.
ຂໍໃຫ້ລາວໄດ້ແຊ່ຕີນໃນນ້ຳມັນ.
25 ລ໋ອກຂອງປະຕູເມືອງຂອງເຈົ້າຈະເປັນເຫຼັກເປັນທອງແດງ+
ແລະຊີວິດຂອງເຈົ້າກໍຈະມີແຕ່ຄວາມປອດໄພ.”
26 ລາວເວົ້າຕື່ມວ່າ: “ບໍ່ມີໃຜຄືກັບພະເຈົ້າທ່ຽງແທ້+ຂອງເຢຊຶຣຶນ.+
ເພິ່ນມາຈາກສະຫວັນເພື່ອຈະຊ່ວຍເຈົ້າ.
ເພິ່ນຂີ່ຂີ້ເຝື້ອມາພ້ອມກັບຄວາມຍິ່ງໃຫຍ່ຂອງເພິ່ນ.+
27 ພະເຈົ້າເປັນບ່ອນຫຼົບໄພມາຕັ້ງແຕ່ສະໄໝແຕ່ກີ້ແລ້ວ.+
ແຂນທີ່ໝັ້ນຄົງຕະຫຼອດໄປຂອງເພິ່ນໄດ້ອູ້ມເຈົ້າຢູ່.+
28 ພວກອິດສະຣາເອນຈະຢູ່ຢ່າງປອດໄພ
ແລະຈະບໍ່ມີຫຍັງມາລົບກວນລູກຫຼານຂອງຢາໂຄບ.*
ເຂົາເຈົ້າຈະໄດ້ເຂົ້າແລະເຫຼົ້າແວງໃໝ່ຈຳນວນຫຼາຍຈາກແຜ່ນດິນຂອງເຂົາເຈົ້າ+
ແລະໃນແຜ່ນດິນນັ້ນຈະມີນ້ຳຄ້າງລົງມາຈາກຟ້າ.+
29 ພວກອິດສະຣາເອນເອີ້ຍ ພວກເຈົ້າມີຄວາມສຸກຫຼາຍແທ້ໆ.+