ຂ່າວຄາວສະບັບທີສອງ
2 ໂຊໂລໂມນໄດ້ສັ່ງໃຫ້ສ້າງວິຫານເພື່ອສັນລະເສີນຊື່ຂອງພະເຢໂຫວາ+ແລະໃຫ້ສ້າງວັງຂອງລາວ.+ 2 ໂຊໂລໂມນໄດ້ເລືອກ 70.000 ຄົນໃຫ້ເປັນກຳມະກອນ ເລືອກ 80.000 ຄົນໃຫ້ໄປຕັດຫີນຢູ່ເທິງພູ+ ແລະເລືອກ 3.600 ຄົນໃຫ້ເບິ່ງແຍງຄົນເຫຼົ່ານີ້.+ 3 ໂຊໂລໂມນຝາກຄວາມໄປຫາຮີຣາມ+ກະສັດຂອງຕີເຣວ່າ: “ຂໍໃຫ້ທ່ານສົ່ງໄມ້ຊີດ້າ*ມາໃຫ້ຂ້ອຍຄືກັບທີ່ທ່ານເຄີຍສົ່ງມາໃຫ້ດາວິດພໍ່ຂອງຂ້ອຍເພື່ອສ້າງວັງ.+ 4 ຂ້ອຍຈະສ້າງວິຫານເພື່ອສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງຂ້ອຍ. ຂ້ອຍຈະເຮັດໃຫ້ວິຫານນີ້ບໍລິສຸດ. ຂ້ອຍຈະເຜົາເຄື່ອງຫອມ+ແລະເອົາເຂົ້າຈີ່ທີ່ຢອງຊ້ອນກັນ*ມາຕັ້ງໄວ້.+ ຂ້ອຍຈະເຜົາເຄື່ອງບູຊາຕອນເຊົ້າກັບຕອນແລງ+ ໃນວັນຊະບາໂຕ+ ໃນມື້ເດືອນອອກໃໝ່+ ແລະເທດສະການຕ່າງໆ+ຂອງພະເຢໂຫວາພະເຈົ້າຂອງເຮົາ. ນີ້ແມ່ນສິ່ງທີ່ພວກອິດສະຣາເອນຕ້ອງເຮັດຕະຫຼອດໄປ. 5 ວິຫານທີ່ຂ້ອຍຈະສ້າງນີ້ຕ້ອງຍິ່ງໃຫຍ່ເພາະວ່າພະເຈົ້າຂອງພວກເຮົາຍິ່ງໃຫຍ່ກວ່າພະເຈົ້າອົງອື່ນໆ. 6 ແຕ່ເຖິງຈະສ້າງໃຫ້ຍິ່ງໃຫຍ່ສ່ຳໃດກໍຄືຊິບໍ່ເໝາະກັບເພິ່ນດອກ. ຂະໜາດສະຫວັນທີ່ກວ້າງໃຫຍ່ກໍຍັງໃຫຍ່ບໍ່ພໍທີ່ຈະໃຫ້ເພິ່ນຢູ່+ ແລ້ວຂ້ອຍແມ່ນໃຜທີ່ຈະສ້າງວິຫານຫຼັງນີ້ໃຫ້ເພິ່ນ ຖ້າສ້າງໄດ້ກໍຈະເປັນຄືກັບບ່ອນເຜົາເຄື່ອງບູຊາເທົ່ານັ້ນ. 7 ຂໍໃຫ້ທ່ານສົ່ງຊ່າງທີ່ເກັ່ງເລື່ອງສີໄມ້ລາຍມືຜູ້ໜຶ່ງມາໃຫ້ຂ້ອຍ. ໃຫ້ເລືອກຜູ້ທີ່ເກັ່ງໃນເລື່ອງເງິນ ຄຳ ທອງແດງ+ ເຫຼັກ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ດ້າຍສີຟ້າ ແລະເລື່ອງການແກະສະຫຼັກ. ລາວຈະເຮັດວຽກຢູ່ຢູດາແລະຢູ່ເຢຣູຊາເລັມນຳກັນກັບພວກຊ່າງສີໄມ້ລາຍມືທີ່ດາວິດພໍ່ຂອງຂ້ອຍໄດ້ກຽມໄວ້.+ 8 ຂໍໃຫ້ທ່ານສົ່ງໄມ້ຊີດ້າ ໄມ້ຈູນິເປີ້*+ ແລະໄມ້ດູ່+ຈາກເລບານອນມາໃຫ້ຂ້ອຍນຳ ເພາະຂ້ອຍຮູ້ວ່າຄົນຂອງທ່ານຮູ້ວິທີຕັດໄມ້ຢູ່ເລບານອນ.+ ຄົນຂອງຂ້ອຍກັບຄົນຂອງທ່ານຈະເຮັດວຽກນຳກັນ.+ 9 ເຂົາເຈົ້າຈະກຽມໄມ້ຈຳນວນຫຼາຍນີ້ໄວ້ໃຫ້ຂ້ອຍ ເພາະວ່າວິຫານຫຼັງນີ້ທີ່ຂ້ອຍຈະສ້າງຕ້ອງຍິ່ງໃຫຍ່ອະລັງການ. 10 ຂ້ອຍຈະສົ່ງຂອງກິນໄປໃຫ້ຄົນຂອງທ່ານທີ່ຕັດໄມ້.+ ຂອງກິນນັ້ນມີເຂົ້າວີດ* 20.000 ໂຄເຣ* ເຂົ້າບາເລ 20.000 ໂຄເຣ ເຫຼົ້າແວງ 20.000 ບັດ* ແລະນ້ຳມັນໝາກກອກ 20.000 ບັດ.”
11 ຮີຣາມກະສັດຂອງຕີເຣໄດ້ຂຽນຈົດໝາຍໄປຫາໂຊໂລໂມນວ່າ: “ຍ້ອນພະເຢໂຫວາຮັກປະຊາຊົນຂອງເພິ່ນ ເພິ່ນຈຶ່ງໃຫ້ທ່ານເປັນກະສັດປົກຄອງເຂົາເຈົ້າ.” 12 ຮີຣາມຍັງເວົ້າຕື່ມອີກວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນຜູ້ທີ່ສ້າງຟ້າແລະໂລກນີ້ໄດ້ຮັບການສັນລະເສີນ ຍ້ອນເພິ່ນໃຫ້ກະສັດດາວິດມີລູກຊາຍທີ່ສະຫຼາດ ສຸຂຸມ+ແລະມີຄວາມເຂົ້າໃຈ+ ເຊິ່ງຈະເປັນຜູ້ສ້າງວິຫານສຳລັບພະເຢໂຫວາແລະສ້າງວັງຂອງໂຕເອງ. 13 ຂ້ອຍຈະສົ່ງຊ່າງທີ່ເກັ່ງເລື່ອງສີໄມ້ລາຍມືຄົນໜຶ່ງມາໃຫ້ທ່ານ. ລາວຊື່ຮີຣາມອາບີ.+ 14 ແມ່ຂອງລາວເປັນຄົນຕະກູນດານແລະພໍ່ຂອງລາວເປັນຄົນເມືອງຕີເຣ. ລາວເກັ່ງໃນເລື່ອງເງິນ ຄຳ ທອງແດງ ເຫຼັກ ຫີນ ໄມ້ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີຟ້າ ຜ້າເນື້ອດີ ແລະດ້າຍສີແດງສົດ.+ ລາວແກະສະຫຼັກເປັນລວດລາຍໃດກໍໄດ້ແລະແກະສະຫຼັກໃສ່ຫຍັງກໍໄດ້.+ ລາວຈະເຮັດວຽກກັບພວກຊ່າງສີມືຂອງທ່ານແລະກັບພວກຊ່າງສີມືຂອງດາວິດພໍ່ຂອງທ່ານ. 15 ຂໍໃຫ້ທ່ານ*ສົ່ງເຂົ້າວີດ ເຂົ້າບາເລ ນ້ຳມັນໝາກກອກ ແລະເຫຼົ້າແວງມາໃຫ້ຄົນຂອງຂ້ອຍຕາມທີ່ທ່ານໄດ້ສັນຍາໄວ້.+ 16 ພວກເຮົາຈະຕັດຕົ້ນໄມ້ຢູ່ເລບານອນ+ໃຫ້ຕາມທີ່ທ່ານຕ້ອງການ. ພວກເຮົາຈະມັດທ່ອນໄມ້ໃສ່ກັນເປັນແພ ແລ້ວລ່ອງລົງໄປທາງທະເລຈົນໄປຮອດເມືອງຢົບປາ+ເພື່ອທ່ານຈະເອົາໄມ້ນັ້ນໄປເມືອງເຢຣູຊາເລັມໄດ້.”+
17 ໂຊໂລໂມນໃຫ້ນັບຜູ້ຊາຍທຸກຄົນທີ່ເປັນຄົນຕ່າງຊາດໃນອິດສະຣາເອນ+ຄືກັບທີ່ດາວິດພໍ່ຂອງລາວເຄີຍນັບ+ ເຊິ່ງລວມແລ້ວມີທັງໝົດ 153.600 ຄົນ. 18 ໂຊໂລໂມນໃຫ້ 70.000 ຄົນເປັນກຳມະກອນ ໃຫ້ 80.000 ຄົນໄປຕັດຫີນ+ຢູ່ເທິງພູ ແລະໃຫ້ 3.600 ຄົນເປັນຜູ້ເບິ່ງແຍງເຂົາເຈົ້າ.+