ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຊາຣາ​ຕາຍ​ແລະ​ບ່ອນ​ຝັງ​ສົບ​ຂອງ​ລາວ (1-20)

ປະຖົມມະການ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:17

ປະຖົມມະການ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 14:15
  • +ປຖກ 35:27; ຈຊບ 13:22
  • +ປຖກ 12:5

ປະຖົມມະການ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:15

ປະຖົມມະການ 23:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 8; ຮຣ 11:9, 13

ປະຖົມມະການ 23:6

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຫົວໜ້າ​ໃຫຍ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:22

ປະຖົມມະການ 23:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 1:13

ປະຖົມມະການ 23:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:15
  • +ປຖກ 25:9, 10; 49:29-33; 50:13, 14

ປະຖົມມະການ 23:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:1

ປະຖົມມະການ 23:15

ໄຂເງື່ອນ

  • *

    4,6 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ປະຖົມມະການ 23:16

ໄຂເງື່ອນ

  • *

    4,6 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:15, 16

ປະຖົມມະການ 23:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:9, 10; 49:29-33; 50:13, 14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 23:1ປຖກ 17:17
ປຖກ. 23:2ຢຊ 14:15
ປຖກ. 23:2ປຖກ 35:27; ຈຊບ 13:22
ປຖກ. 23:2ປຖກ 12:5
ປຖກ. 23:3ປຖກ 10:15
ປຖກ. 23:4ປຖກ 17:1, 8; ຮຣ 11:9, 13
ປຖກ. 23:6ປຖກ 21:22
ປຖກ. 23:71ຂຄ 1:13
ປຖກ. 23:9ປຖກ 23:15
ປຖກ. 23:9ປຖກ 25:9, 10; 49:29-33; 50:13, 14
ປຖກ. 23:10ນຣ 4:1
ປຖກ. 23:16ກຈກ 7:15, 16
ປຖກ. 23:20ປຖກ 25:9, 10; 49:29-33; 50:13, 14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 23:1-20

ປະຖົມມະການ

23 ຊາຣາ​ຕາຍຕອນ​ອາຍຸ 127 ປີ.+ 2 ຊາຣາ​ຕາຍ​ຢູ່​ເມືອງ​ກີຣິອາດອາຣະບາ+ ເຊິ່ງມີ​ອີ​ກ​ຊື່​ໜຶ່ງ​ວ່າເມືອງ​ເຮັບໂຣນ+​ໃນ​ແຜ່ນດິນ​ການາອານ.+ ອັບຣາຮາມ​ຮ້ອງໄຫ້​ເສຍໃຈ​ຫຼາຍ​ຍ້ອນ​ຊາຣາ. 3 ແລ້ວ​ອັບຣາຮາມ​ກໍ​ລຸກ​ອອກ​ຈາກ​ສົບ​ຂອງ​ເມຍ ແລະ​ເວົ້າ​ກັບ​ລູກ​ຫຼານ​ຂອງ​ເຮດ+ວ່າ: 4 “ຂ້ອຍ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ນຳ​ພວກ​ເຈົ້າ.+ ຂໍ​ໃຫ້​ຂ້ອຍ​ມີ​ດິນ​ຈັກ​ຕອນ​ໜຶ່ງ​ເພື່ອ​ຈະ​ເປັນ​ບ່ອນ​ຝັງ​ສົບ​ໄດ້​ບໍ? ແລ້ວ​ຂ້ອຍ​ຈະ​ເອົາ​ສົບ​ຂອງ​ເມຍ​ໄປ​ຝັງ​ໄວ້​ຫັ້ນ.” 5 ລູກ​ຫຼານ​ຂອງ​ເຮດ​ຕອບ​ອັບຣາຮາມ​ວ່າ: 6 “ທ່ານ​ເອີ້ຍ ທ່ານເປັນ​ເຖິງ​ຫົວ​ໜ້າທີ່​ພະເຈົ້າ​ເລືອ​ກ*+ ທ່ານ​ເຫັນ​ວ່າ​ບ່ອນ​ໃດ​ດີ​ທີ່​ຈະ​ຝັງ​ສົບ​ເມຍ​ຂອງ​ທ່ານ​ກໍ​ເລືອ​ກ​ເອົາ​ໂລດ. ພວກ​ເຮົາ​ທຸກ​ຄົນ​ຍິນດີ​ເອົາ​ດິນ​ໃຫ້​ທ່ານ​ເພື່ອ​ຝັງ​ສົບ​ເມຍ.”

7 ອັບຣາຮາມ​ລຸກ​ຂຶ້ນ​ແລະ​ກົ້ມ​ຄຳນັບລູກ​ຫຼານ​ຂອງ​ເຮດ+ 8 ແລ້ວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າເຫັນ​ດີ​ໃຫ້​ຂ້ອຍ​ມີ​ບ່ອນ​ຝັງ​ສົບ​ເມຍ​ຂອງ​ຂ້ອຍ ຂໍ​ໃຫ້​ພວກ​ເຈົ້າ​ໄປ​ເວົ້າ​ກັບ​ເອຟະໂຣນ​ລູກ​ຊາຍ​ຂອງ​ໂຊຮາ 9 ໃຫ້​ຂາຍ​ຖ້ຳ​ຢູ່​ມັກເປລາ​ໃຫ້​ຂ້ອຍ. ຖ້ຳ​ນັ້ນ​ຢູ່​ສຸດ​ດິນ​ຂອງ​ລາວ. ຂໍ​ໃຫ້​ລາວ​ຂາຍ​ໃຫ້​ຂ້ອຍ​ໃນ​ລາຄາ​ເຕັມ+ ແລ້ວ​ຂ້ອຍ​ຈະ​ມີ​ດິນ​ໄວ້​ເປັນ​ບ່ອນ​ຝັງ​ສົບ.”+

10 ຕອນ​ນັ້ນ ເອຟະໂຣນ​ນັ່ງ​ຢູ່​ນຳ​ກັນ​ກັບ​ລູກ​ຫຼານ​ຂອງ​ເຮດ. ເອຟະໂຣນ​ຄົນ​ເຮດ​ກໍ​ເລີຍ​ຕອບ​ອັບຣາຮາມ​ໃຫ້​ລູກ​ຫຼານ​ຂອງ​ເຮດ ແລະ​ທຸກ​ຄົນ​ທີ່​ຢູ່​ປະຕູ​ເມືອງ+ໄດ້​ຍິນ​ນຳ​ກັນ​ວ່າ: 11 “ຟັງ​ຂ້ອຍ​ເດີ້​ທ່ານ​ເອີ້ຍ. ບໍ່​ຕ້ອງ​ຊື້​ກໍ​ໄດ້. ຂ້ອຍ​ຈະ​ເອົາ​ດິນ​ກັບ​ຖ້ຳ​ນັ້ນ​ໃຫ້​ທ່ານ​ເລີຍ. ຂ້ອຍ​ຈະ​ເອົາ​ດິນ​ຕອນ​ນັ້ນ​ໃຫ້ທ່ານ​ຕໍ່​ໜ້າ​ລູກ​ຫຼານ​ຂອງ​ຂ້ອຍ ເພື່ອ​ໃຫ້​ທ່ານ​ຝັງ​ສົບ​ເມຍ​ຂອງ​ທ່ານ.” 12 ອັບຣາຮາມ​ກໍ​ກົ້ມ​ຄຳນັບ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ຢູ່​ຫັ້ນ 13 ແລະ​ເວົ້າ​ກັບ​ເອຟະໂຣນ​ໃຫ້​ທຸກ​ຄົນ​ຢູ່​ຫັ້ນ​ໄດ້​ຍິນ​ວ່າ: “ເອົາ​ຈັ່ງ​ຊີ້​ເນາະ ຂ້ອຍ​ຈະ​ຊື້​ນຳ​ເຈົ້າ​ຕາມ​ລາຄາ​ຂອງ​ດິນ. ເອົາ​ເງິນ​ໄປ​ໂລດ ແລ້ວ​ຂ້ອຍ​ຈະ​ໄດ້​ຝັງ​ສົບ​ເມຍ​ຂອງ​ຂ້ອຍ​ຢູ່​ຫັ້ນ.”

14 ເອຟະໂຣນ​ຕອບ​ອັບຣາຮາມ​ວ່າ: 15 “ທ່ານ​ເອີ້ຍ ດິນ​ນັ້ນ​ລາຄາ 400 ເຊເກນ* ແຕ່​ວ່າ​ມັນ​ກໍບໍ່​ສຳຄັນ​ຫຍັງ​ດອກ. ເອົາ​ສົບ​ເມຍ​ຂອງ​ທ່ານ​ໄປ​ຝັງ​ຢູ່​ຫັ້ນ​ໂລດ.” 16 ເມື່ອ​ອັບຣາຮາມ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ເອົາ​ເງິນ​ໃຫ້​ເອຟະໂຣນ ຕາມ​ຈຳນວນ​ເງິນ​ທີ່​ເອຟະໂຣນ​ໄດ້​ເວົ້າ​ຕໍ່​ໜ້າ​ພວກ​ລູກ​ຫຼານ​ເຮດ. ເງິນ​ 400 ເຊເກນ*ນີ້​ເປັນ​ນ້ຳ​ໜັກ​ຕາມ​ຕາ​ຊິງ​ທີ່​ພວກ​ພໍ່​ຄ້າ​ໃຊ້.+ 17 ດິນ​ຂອງ​ເອຟະໂຣນ​ຢູ່​ມັກເປລາ​ເຊິ່ງ​ຢູ່​ໃກ້​ມາມເຣ. ດິນ​ຕອນ​ນັ້ນ​ມີ​ທັງ​ຖ້ຳ​ແລະ​ປ່າ​ໄມ້​ເຊິ່ງ​ຖືກ​ຮັບຮອງ​ວ່າ 18 ເປັນ​ຂອງ​ອັບຣາຮາມ​ທີ່​ໄດ້​ຊື້​ຈາກ​ລູກ​ຫຼານ​ຂອງ​ເຮດ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ຢູ່​ປະຕູ​ເມືອງ. 19 ຫຼັງ​ຈາກ​ນັ້ນ ອັບຣາຮາມ​ໄດ້​ເອົາ​ສົບ​ຂອງ​ຊາຣາ​ໄປ​ຝັງ​ໄວ້​ໃນ​ຖ້ຳ​ຢູ່​ທົ່ງ​ມັກເປລາ​ທີ່​ຢູ່​ໃກ້​ມາມເຣ ເຊິ່ງ​ຢູ່​ເມືອງ​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ. 20 ພວກ​ລູກ​ຫຼານ​ເຮດ​ກໍ​ໄດ້​ໂອນ​ດິນ​ແລະ​ຖ້ຳ​ໃຫ້​ອັບຣາຮາມ​ເພື່ອ​ເປັນ​ບ່ອນ​ຝັງ​ສົບ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌