ເອັດຊະຣາ
4 ເມື່ອສັດຕູຂອງພວກຢູດາແລະພວກເບັນຢາມິນ+ຮູ້ວ່າພວກຊະເລີຍທີ່ກັບມາ+ກຳລັງສ້າງວິຫານໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນ 2 ເຂົາເຈົ້າຈຶ່ງຟ້າວໄປຫາເຊຣູບາເບນແລະພວກຫົວໜ້າໃນຈຸ້ມເຈື້ອຕ່າງໆ ແລະເວົ້າວ່າ: “ໃຫ້ພວກເຮົາສ້າງນຳແດ່ດຸ ຍ້ອນວ່າພວກເຮົາກໍນະມັດສະການ*ພະເຈົ້າຂອງພວກເຈົ້າ+ແລະເຜົາເຄື່ອງບູຊາໃຫ້ເພິ່ນຄືກັນ ຕັ້ງແຕ່ຕອນທີ່ອາຊາຮັດໂດນ+ກະສັດຂອງອັດຊີເຣຍສັ່ງໃຫ້ພວກເຮົາມາຢູ່ນີ້.”+ 3 ແຕ່ເຊຣູບາເບນ ເຢຊູອາກັບພວກຫົວໜ້າໃນຈຸ້ມເຈື້ອຕ່າງໆບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ມີສິດສ້າງວິຫານໃຫ້ພະເຈົ້າຂອງພວກເຮົາ.+ ພວກເຮົາຈະສ້າງວິຫານໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນເອງຕາມທີ່ໄຊຣັດກະສັດຂອງເປີເຊຍໄດ້ສັ່ງພວກເຮົາໄວ້.”+
4 ຄົນທີ່ຢູ່ອ້ອມແອ້ມພະຍາຍາມເຮັດໃຫ້ພວກຢູດາຢ້ານແລະທໍ້ໃຈເພື່ອເຂົາເຈົ້າຈະເຊົາສ້າງວິຫານ.+ 5 ເຂົາເຈົ້າຈ້າງພວກເປີເຊຍທີ່ມີຕຳແໜ່ງໃຫ້ຂັດຂວາງແຜນການກໍ່ສ້າງ+ຕັ້ງແຕ່ສະໄໝຂອງໄຊຣັດກະສັດຂອງເປີເຊຍຈົນຮອດຕອນທີ່ດາຣິອຸດ+ກະສັດຂອງເປີເຊຍປົກຄອງ. 6 ຕອນທີ່ອາຫະສຸເອຣັດເລີ່ມປົກຄອງ ເຂົາເຈົ້າໄດ້ຂຽນຈົດໝາຍກ່າວຫາຄົນຢູດາແລະຄົນໃນເມືອງເຢຣູຊາເລັມ. 7 ໃນສະໄໝຂອງອາຕາເຊເຊັດກະສັດຂອງເປີເຊຍ ບິດຊະລາມ ມິດເຣດາດ ຕາເບເອນ ແລະພວກທີ່ຢູ່ຝ່າຍເຂົາເຈົ້າໄດ້ຂຽນຈົດໝາຍໄປຫາກະສັດອາຕາເຊເຊັດ. ເຂົາເຈົ້າແປຈົດໝາຍນັ້ນເປັນພາສາອາຣາເມອິກ+ ແລະຂຽນເປັນໂຕໜັງສືອາຣາເມອິກ.*
8 * ເຣຮູມທີ່ເປັນຂ້າລາຊະການລະດັບສູງກັບຊິມຊາຍທີ່ເປັນເລຂາໄດ້ຂຽນຈົດໝາຍໄປຫາກະສັດອາຕາເຊເຊັດເພື່ອໃສ່ຮ້າຍຄົນໃນເມືອງເຢຣູຊາເລັມ. 9 (ຈົດໝາຍສະບັບນີ້ມາຈາກເຣຮູມທີ່ເປັນຂ້າລາຊະການລະດັບສູງ ຊິມຊາຍທີ່ເປັນເລຂາ ພວກໝູ່ທີ່ເຮັດວຽກນຳເຂົາເຈົ້າ ພວກຜູ້ຕັດສິນ ຮອງເຈົ້າເມືອງ ພວກເລຂາຄົນອື່ນໆ ຄົນເອເຣັກ+ ຄົນບາບີໂລນ ຄົນຊູຊາ+ຫຼືທີ່ເອີ້ນວ່າຄົນເອລາມ+ 10 ຄົນຊາດອື່ນໆທີ່ອາຊູບານີປານຜູ້ຍິ່ງໃຫຍ່ແລະມີອຳນາດໄດ້ສົ່ງໃຫ້ໄປຢູ່ຕາມເມືອງຕ່າງໆຂອງຊາມາເຣຍ+ ແລະຄົນທີ່ຢູ່ເຂດທາງທິດຕາເວັນຕົກຂອງແມ່ນ້ຳເອິຟາຣາດ.) 11 ນີ້ແມ່ນເນື້ອໃນຂອງຈົດໝາຍທີ່ເຂົາເຈົ້າສົ່ງໄປໃຫ້ກະສັດອາຕາເຊເຊັດ:
“ເຖິງກະສັດອາຕາເຊເຊັດ ຈົດໝາຍສະບັບນີ້ແມ່ນຈາກຜູ້ຮັບໃຊ້ຂອງທ່ານທີ່ຢູ່ເຂດທາງທິດຕາເວັນຕົກຂອງແມ່ນ້ຳເອິຟາຣາດ. 12 ພວກເຮົາຢາກບອກໃຫ້ກະສັດຮູ້ວ່າພວກຢິວທີ່ທ່ານສົ່ງມາຫາພວກເຮົາໄດ້ມາຮອດເມືອງເຢຣູຊາເລັມແລ້ວ. ເຂົາເຈົ້າກຳລັງແປງເມືອງນີ້ຄືນໃໝ່. ຕອນນີ້ເຂົາເຈົ້າແປງກຳແພງ+ໃກ້ຊິແລ້ວໆແລະກຳລັງແປງບ່ອນອື່ນໆໃນເມືອງ. ຄົນໃນເມືອງນີ້ເປັນຄົນຊົ່ວຮ້າຍແລະເປັນຄົນກະບົດ. 13 ພວກເຮົາຢາກບອກໃຫ້ກະສັດຮູ້ວ່າຖ້າເຂົາເຈົ້າແປງກຳແພງແລະສ້າງເມືອງແລ້ວໆ ເຂົາເຈົ້າຈະບໍ່ເສຍພາສີ ບໍ່ເສຍສ່ວຍ+ ແລະບໍ່ເສຍຄ່າທຳນຽມຕ່າງໆເຊິ່ງຈະເຮັດໃຫ້ກະສັດໄດ້ເງິນໜ້ອຍລົງ. 14 ຍ້ອນພວກເຮົາໄດ້ຮັບເງິນເດືອນຈາກວັງຂອງກະສັດ* ພວກເຮົາຈຶ່ງບໍ່ຢາກໃຫ້ກະສັດເສຍຜົນປະໂຫຍດ. ພວກເຮົາຈຶ່ງຢາກແຈ້ງໃຫ້ກະສັດຮູ້. 15 ຂໍໃຫ້ທ່ານຄົ້ນເບິ່ງບັນທຶກຕ່າງໆທີ່ປູ່ຍ່າຕານາຍຂອງທ່ານໄດ້ຂຽນໄວ້+ ແລ້ວທ່ານກໍຈະເຫັນວ່າຄົນໃນເມືອງນີ້ມັກກະບົດແລະເປັນອັນຕະລາຍຕໍ່ກະສັດອົງກ່ອນໆແລະຕໍ່ເຂດທີ່ກະສັດເຫຼົ່ານັ້ນປົກຄອງ. ຕັ້ງແຕ່ສະໄໝແຕ່ກີ້ ຄົນໃນເມືອງນີ້ມັກຍົວະໃຫ້ຜູ້ອື່ນກະບົດ ຍ້ອນແນວນີ້ເມືອງນີ້ຈຶ່ງຖືກທຳລາຍ.+ 16 ພວກເຮົາຢາກບອກໃຫ້ທ່ານຮູ້ວ່າຖ້າເຂົາເຈົ້າແປງກຳແພງແລະສ້າງເມືອງແລ້ວ ທ່ານຈະບໍ່ສາມາດຄວບຄຸມເຂດທີ່ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳເອິຟາຣາດໄດ້.”+
17 ກະສັດໄດ້ຂຽນຈົດໝາຍໄປຫາເຣຮູມທີ່ເປັນຂ້າລາຊະການລະດັບສູງ ຊິມຊາຍທີ່ເປັນເລຂາກັບພວກໝູ່ທີ່ເຮັດວຽກນຳເຂົາເຈົ້າແລະຄົນທີ່ຢູ່ເຂດທາງທິດຕາເວັນຕົກຂອງແມ່ນ້ຳເອິຟາຣາດ. ຈົດໝາຍນັ້ນຂຽນວ່າ:
“ສະບາຍດີ. 18 ຈົດໝາຍທີ່ພວກເຈົ້າສົ່ງມາໃຫ້ຂ້ອຍນັ້ນ ມີຄົນອ່ານໃຫ້ຂ້ອຍຟັງແລະຂ້ອຍເຂົ້າໃຈແຈ້ງແລ້ວ.* 19 ຂ້ອຍໃຫ້ຄົນຄົ້ນເບິ່ງແລະເຫັນວ່າ ແຕ່ກີ້ຄົນໃນເມືອງນັ້ນໄດ້ຕໍ່ຕ້ານແລະກະບົດຕໍ່ກະສັດອົງກ່ອນໆ.+ 20 ເມືອງເຢຣູຊາເລັມເຄີຍມີກະສັດຫຼາຍອົງທີ່ມີອຳນາດຫຼາຍເຊິ່ງປົກຄອງຢູ່ທົ່ວເຂດທາງທິດຕາເວັນຕົກຂອງແມ່ນ້ຳເອິຟາຣາດ. ຄົນທີ່ຢູ່ເຂດນັ້ນໄດ້ເສຍພາສີ ເສຍສ່ວຍ ແລະເສຍຄ່າທຳນຽມຕ່າງໆໃຫ້ກະສັດເຫຼົ່ານັ້ນ. 21 ຄັນຊັ້ນ ພວກເຈົ້າຕ້ອງໄປບອກພວກນັ້ນໃຫ້ເຊົາແປງເມືອງ. ຫ້າມບໍ່ໃຫ້ເຂົາເຈົ້າແປງເດັດຂາດຈົນກວ່າຂ້ອຍຈະອະນຸຍາດ. 22 ພວກເຈົ້າຕ້ອງເຮັດຕາມທີ່ຂ້ອຍບອກເພື່ອບໍ່ໃຫ້ຂ້ອຍເສຍຜົນປະໂຫຍດຫຼາຍກວ່ານີ້.”+
23 ຫຼັງຈາກທີ່ມີຄົນອ່ານຈົດໝາຍຂອງກະສັດອາຕາເຊເຊັດໃຫ້ເຣຮູມກັບຊິມຊາຍທີ່ເປັນເລຂາ ແລະພວກໝູ່ທີ່ເຮັດວຽກນຳເຂົາເຈົ້າຟັງ ພວກນີ້ກໍຟ້າວໄປຫາພວກຢິວຢູ່ເມືອງເຢຣູຊາເລັມແລະບັງຄັບໃຫ້ພວກຢິວເຊົາເຮັດວຽກກໍ່ສ້າງ. 24 ວຽກກໍ່ສ້າງວິຫານຂອງພະເຈົ້າຢູ່ເມືອງເຢຣູຊາເລັມຈຶ່ງຢຸດຈົນຮອດປີທີ 2 ທີ່ດາຣິອຸດກະສັດຂອງເປີເຊຍປົກຄອງ.+